HomeBaby-ແມ່ແລະເດັກການເຄື່ອນໃຫວຂອງລູກນ້ອຍໃນທ້ອງ ຊ່ວງໄລຍະ 7-15 ອາທິດ

ການເຄື່ອນໃຫວຂອງລູກນ້ອຍໃນທ້ອງ ຊ່ວງໄລຍະ 7-15 ອາທິດ

Published on

ເມື່ອເວລາຖືພາແມ່ມືໃໝ່ທຸກຄົນກໍ່ຕ້ອງຢາກຮູ້ກ່ຽວກັບພັດທະນາການຂອງລູກນ້ອຍໃນທ້ອງວ່າເປັນແນວໃດ ວັນນີ້ລາວໂພສຕ໌ກໍ່ມີເລື່ອງລາວ ແລະ ພັດທະນາການຂອງລູກນ້ອຍໃນທ້ອງຕັ້ງແຕ່ 7-15 ອາທິດ ຈາກວາລະສານບັນທຶກຂອງແມ່ ມາຝາກກັນ ເຊິ່ງຈະມີແນວໃດນັ້ນເຮົາມາອ່ານກັນເລີຍ

ໃນແຕ່ລະມື້ກັບອາຍຸຄັນຂອງລູກ
ອາຍຸຄັນ 7-8 ອາທິດ ລູກນ້ອຍຈະເລີ່ມໝູນຕົວໄປມາເຊັ່ນ: ຫົດຕົວໄປດ້ານຂ້າງ ແລະ ມີອາການຕົກໃຈ ເຊິ່ງເປັນປະຕິກິລິຍາຕາມທຳມະຊາດບໍ່ໄດ້ເປັນຍ້ອນວ່າລູກເກີດຄວາມຢ້ານກົວໃດໆທັງນັ້ນ

ອາຍຸຄັນປະມານ 9 ອາທິດ ລູກນ້ອຍຈະເລີ່ມສອຶກ ແລະ ເລີ່ມເໜັງແຂນຂານ້ອຍໆ ລວມທັງຍັງເລີ່ມທີ່ຈະດູດນິ້ວມື ແລະ ເຝິກຫັດການກືນອີກດ້ວຍ

ອາຍຸຄັນປະມານ 10 ອາທິດ ລູກນ້ອຍຈະສາມາດເໜັງຕີງຫົວ, ຍົກມືຂື້ນມາສຳພັດໜ້າຕົວເອງ, ອ້າປາກ ລວມທັງຍັງສາມາດຢືດລຳຕົວໄດ້ອີກດ້ວຍ

ອາຍຸຄັນປະມານ 12 ອາທິດ ໃນຊ່ວງໄລຍະນີ້ລູກນ້ອຍບໍ່ພຽງແຕ່ຢືດລຳຕົວ, ປິດຄີງໄດ້ເທົ່ານັ້ນນັ້ນ ແຕ່ຍັງສາມາດຫາວໄປພ້ອມອີກດ້ວຍ

ອາຍຸຄັນປະມານ 14 ອາທິດ ລູກນ້ອຍສາມາດເໜັງແກ່ນຕາໄດ້ແລ້ວ

ອາຍຸຄັນປະມານ 15 ອາທິດ ລູກນ້ອຍສາມາດເລືອກນິ້ວມືຂ້າງທີ່ພໍໃຈມາດູດໄດ້ ແລະ ຫາກບໍ່ແມ່ບັງເອີນເຫັນລູກນ້ອຍກຳລັງດູດນິ້ວມືໃນເວລາເຮັດອັລຕຣ້າຊາວພໍດີ ທ່ານກໍ່ອາດຈະເດົາໄດ້ວ່າລູກນ້ອຍຂອງທ່ານເປັນຄົນແຮງມືເບື້ອງຊ້າຍ ຫຼື ເບື້ອງຂວາ

ຫຼັງຈາກ 15 ອາທິດເປັນຕົ້ນໄປ ການເຄື່ອນໄຫວຂອງລູກນ້ອຍຈະແຮງຂຶ້ນຈົນແມ່ສາມາດສຳພັດໄດ້ ໃນຊ່ວງໄລຍະທຳອິດອາດຈະຮູ້ສຶກເໝືອນມີປານ້ອຍຕອດຢູ່ໃນທ້ອງ ພໍເຂົ້າສູ່ຊ່ວງໄລຍະທີ່ສອງທ່ານຈະຮູ້ສຶກເຖິງການເຄື່ອນໄຫວຮ່າງກາຍຂອງລູກແບບກຳລັງ ເຕະ, ພິກຕົວ ຫຼື ການສະອຶກ ແລະ ຖ້າອາຍຸຄັນຫຼາຍຂຶ້ນເທົ່າໃດ ລູກນ້ອຍກໍ່ຈະໃຊ້ເວລາໃນການນອນພັກຜ່ອນຫຼາຍຂຶ້ນ ປະມານຄັ້ງລະ 20 ນາທີ ຫຼື ລູກນ້ອຍບາງຄົນອາດຈະນອນເຖິງຄັ້ງລະ 50-75 ນາທີ

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...