Homeອຸບັດເຫດແລະປາກົດການຫຍໍ້ທໍ້ຮຸນໄດເສຍຫຼັກຕຳກຳແພງ ເສຍຊີວິດ 1 ຄົນ

ຮຸນໄດເສຍຫຼັກຕຳກຳແພງ ເສຍຊີວິດ 1 ຄົນ

Published on

ເວລາ​ປະມານ 23:30 ໂມງຂອງ​ວັນ​ທີ 30 ມິຖຸນາ 2014 ທີ່ຜ່ານ​ມາ ເຈົ້າ​ໜ້າທີ່​ພະ​ແນກຕຳຫຼວດ​ຈະລາຈອນ

ນະຄອນຫຼວງວຽງ​ຈັນ ໄດ້​ຮັບ​ແຈ້ງ​ມີ​ອຸບັດ​ຕິເຫດ​ເກີດ​ຂຶ້ນ​ຢູ່​ຖະໜົນ​ສີ​ທອງ ລົດກະບະ​ຮຸນ​ໄດ ​ເສຍ​ຫຼັກ​ຕຳ​ເອົາ​

ກຳແພງ​ຂອງ​ບ້ານ​ປະຊາຊົນ ເຂດບ້ານ​ດົງ​ນາ​ໂຊກ​ໃຕ້ ເມືອງ​ສີ​ໂຄດຕະບອງ ນະຄອນຫຼວງ​ວຽງ​ຈັນ.

20140701145221

ຈາກ​ການ​ລົງ​ກວດ​ສອບ​ສະຖານ​ທີ່​ເກີດ​ເຫດ​ຂອງ​ເຈົ້າ​ໜ້າທີ່ຕຳຫຼວດ​ຈະລາຈອນ ແລະ ໜ່ວຍງານ​ກູ້​ໄພ

ມູນ​ນິທິ​ຊ່ວຍເຫຼືອ​ຄົນທຸກ​ຍາກແຫ່ງ ​ສປປ ລາວ ພົບເຫັນ​ຊາຍ​ໜຶ່ງ​ຄົນ​ນອນ​ຢູ່​ດ້ານ​ໜ້າຂອງ​ລົດ ​ໃນ​ສະພາບ

​ໝົດ​ສະຕິ ຈາກ​ແຮງ​ກະແທກ​ກຳແພງ ທາງເຈົ້າ​ໜ້າທີ່​ກູ້​ໄພ​ຈຶ່ງ​ໃຊ້​ຈັກ​ຕັດ​ເຫຼັກ ເພື່ອ​ນຳ​ເອົາ​ຕົວ​ຜູ້​ບາດເຈັບ

​ອອກຈາກ​ລົດ ສຳລັບ​ລົດ​ທີ່​ເກີດ​ເຫດແມ່ນ​ ລົດ​ກະບະ​ຮຸນ​ໄດ ສີ​ປອນເງິນ ໝາຍ​ເລກ​ທະບຽນ ​ກຄ 3226

ກຳແພງ​ນະຄອນ ຂັບ​ໂດຍທ້າວ ແກ້ວ ອາຍຸ 17 ປີ ອາຊີບກຳມະກອນ ພັກ​ເຊົາ​ຢູ່​ບ້ານ​ໂພນສະຫວາດ​ເໜືອ

ເມືອງ​ສີ​ໂຄດຕະບອງ ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ຜູ້​ເຫັນ​ເຫດການ​ໄດ້​ກ່າວວ່າ: ລົດ​ຄັນ​ດັ່ງກ່າວ​ແມ່ນ​ແລ່ນມາ

​ແຕ່​ສີ່​ແຍກ​ໄຟ​ແດງໜອງດ້ວງ ມຸ້ງ​ໜ້າ​ໄປ​ໄຟ​ແດງ​ດົງ​ນາໂຊກ​ ດ້ວຍ​ຄວາມ​ໄວ​ສູງ ພໍ​ມາຮອດ​ຈຸດ​ທີ່​ເກີດ​ເຫດ

ບໍລິເວນ​ເຂດບ້ານ​ດົງ​ນາ​ໂຊກ​ໃຕ້ ລົດ​ເກີດ​ເສຍຫຼັກ​ແລ່ນ​ຕຳ​ເອົາ​ກຳແພງ​ຂອງບ້ານ​ປະຊາຊົນ ໂດຍ​ສະພາບ

ຂອງ​ລົດ​ແມ່ນ​ໃຊ້​ການ​ບໍ່​ໄດ້​ເລີຍ ຕໍ່​ກັບ​ເຫດການ​ນີ້ ເຮັດ​ໃຫ້​ທ້າວ ແກ້ວ ເສຍ​ຊີວິດ​ໃນ​ເວລາ​ຕໍ່​ມາ.

ທີ່ມາ: http://www.vientianemai.net/teen/khao/1/12127

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...