Homeຂ່າວພາຍ​ໃນລັດຖະບານທຸ້ມ86ລ້ານກີບ ຊື້ລົດຖີບໄປແຂ່ງໂອເລັມປິກ ທີ່ປະເທດບຣາຊິວ

ລັດຖະບານທຸ້ມ86ລ້ານກີບ ຊື້ລົດຖີບໄປແຂ່ງໂອເລັມປິກ ທີ່ປະເທດບຣາຊິວ

Published on

ຫລັງຈາກນັກກີລາຂີ່ລົດຖີບ ອາເລັກ ອາລິຍາ ພູນສະຫວັດ, ຜູ້ສ້າງປະຫວັດສາດໃຫ້ວົງການລົດຖີບລາວ ດ້ວຍການຄວ້າຫຼຽນຄຳ ໃນຊີເກມ ຄັ້ງທີ 26 ທີ່ປະເທດມຽນມາ ແລະ ເຂົາຍັງເພີ່ມໜ້າປະຫວັດສາດອີກໜ້າໜຶ່ງໃຫ້ວົງການລົດຖີບລາວ ໄປໄກເຖິງ ໂອເລັມປິກ. ຫລ້າສຸດກະຊວງ ສຶກສາທິການ ແລະ ກີລາ ກໍ່ຄືລັດຖະບານ ໄດ້ຈັດຖະແຫຼງຂ່າວ ຂຶ້ນໃນຕອນແລງຂອງວັນທີ 26/7/16 ຢ່າງສົມກຽດ.

ສຳລັບທັບນັກກີລາລາວ ທີ່ຈະເດີນທາງໄປໂອເລັມປິກເກມ ເກືອບ 20 ຊີວິດ ເຊິ່ງມີນັກກິລາລາວເຂົ້າແຂ່ງໃນ 4 ປະເພດ ເຊັ່ນ: ແລ່ນ-ລານ, ລອຍນ້ຳ (ສອງປະເພດກິລາບັງຄັບ), ລົດຖີບ ແລະ ຢູໂດ….(ສອງປະເພດຫຼັງນີ້ ມາຈາກການສະສົມຄະແນນ). ທີ່ສຳຄັນໄປກວ່ານີ້ ລັດຖະບານ ຊື້ລົດຖີບ ມູນຄ່າສູງເຖິງ 86.000.000 ກີບ ເພື່ອໃຫ້ໄດ້ຕາມມາດຕະຖານບັງຄັບຂອງໂອເລັມປິກສາກົນ. ເຊິ່ງການແຂ່ງຂັນກີລາໂອເລັມປິກ ຄັ້ງທີ 31ນີ້ ຈະໄດ້ຈັດຂຶ້ນຢູ່ທີ່ເມືອງ ຣິໂອເດີຈາເນໂຣ ປະເທດບຣາຊິວໃນໄວໆນີ້.

ພາບ ແລະ ຂໍ້ມູນຈາກ ທີມຂ່າວ ສູນໂຄສະນາຂ່າວສານ ການສຶກສາ-ກິລາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...