spot_img
Homeຂ່າວການສຶກສາມອບອາຄານໂຮງຮຽນປະຖົມບ້ານປຸ່ງ ແຂວງຊຽງຂວາງ ຂອງຂວັນຈາກ ທ່ານ ຄໍາໄຕ ສີພັນດອນ!

ມອບອາຄານໂຮງຮຽນປະຖົມບ້ານປຸ່ງ ແຂວງຊຽງຂວາງ ຂອງຂວັນຈາກ ທ່ານ ຄໍາໄຕ ສີພັນດອນ!

Published on

ພິທີມອບ-ຮັບ ໂຮງຮຽນປະຖົມບ້ານປຸ່ງ (ກຸ່ມແກວແສດ) ເມືອງຄໍາ ແຂວງຊຽງຂວາງ ຫລັງໃໝ່ ທີ່ມີມູນຄ່າທັງໝົດ 500 ລ້ານກີບ ຊຶ່ງແມ່ນຂອງຂວັນຈາກ ອະດິດປະທານພັກ, ປະທານປະເທດ ຄໍາໄຕ ສີພັນດອນ ໄດ້ມີຂຶ້ນໃນບ່າຍວັນທີ 25 ກໍລະກົດນີ້, ໂດຍການເຂົ້າຮ່ວມຂອງ ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ.

ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຄູນ ລາຍງານວ່າ: ໂຮງຮຽນດັ່ງກ່າວ ຕັ້ງຢູ່ຫ່າງຈາກເທດສະບານເມືອງ ປະມານ 35 ກິໂລແມັດ, ໃນເມື່ອກ່ອນແມ່ນມີສະພາບເກົ່າແກ່ຊຸດໂຊມ ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການຮໍ່າຮຽນຂອງລູກຫລານປະຊາຊົນ ເຂດບ້ານປະຕິວັດໃນເມື່ອກ່ອນ ທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫລືອພະນັກງານ, ນັກຮົບຂອງກອງທັບປະຊາຊົນລາວ ແລະ ໃນເວລານັ້ນ ທ່ານ ຄໍາໄຕ ສີພັນດອນ ເພີ່ນກໍແມ່ນຜູ້ໜຶ່ງ ທີ່ໄດ້ເຄື່ອນໄຫວຊີ້ນໍາບັ້ນຮົບ ຢູ່ແຂວງຊຽງແຂວງ ເປັນເວລາຫລາຍກວ່າ 17 ປີ ແລະ ຍ້ອນເຫັນໄດ້ຄວາມສໍາຄັນດັ່ງກ່າວ ທ່ານ ຄໍາໄຕ ສີພັນດອນ ຈຶ່ງໄດ້ປະກອບສ່ວນທຶນຮອນສ່ວນຕົວຂອງເພີ່ນ ຈໍານວນ 500 ລ້ານກີບ ເພື່ອສ້າງອາຄານໂຮງຮຽນຫລັງໃໝ່, ເຊິ່ງກໍດ້ວຍສີມັງ, ມຸງກະເບື້ອງ, ມີ 4 ຫ້ອງຮຽນ ພ້ອມດ້ວຍໂຕະ, ຕັ້ງ ແລະ ກະດານຄົບຊຸດ, ປັດຈຸບັນໂຮງຮຽນແຫ່ງນີ້ ມີນັກຮຽນສຶກສາຮໍ່າຮຽນຢູ່ 162 ຄົນ, ຍິງ 85 ຄົນ, ພ້ອມດ້ວຍຄູສອນອີກ 7 ຄົນ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ອໍານາດການປົກຄອງບ້ານ ໃຫ້ເອົາໃຈໃສ່ປົກປັກຮັກສາ ແລະ ນໍາໃຊ້ໃຫ້ມີປະສິດທິພາບ ໃນການສິດສອນ-ຮໍ່າຮຽນ ແລະ ນໍາໃຊ້ໄດ້ຍາວນານ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໄປກວດເບິ່ງໂຄງການກໍ່ສ້າງ ສະໜາມເປີດງານມະຫາກໍາກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ຈະເປັນເຈົ້າພາບຈັດໃນປີ 2018 ທີ່ມີມູນຄ່າຫລາຍກວ່າ 215 ຕື້ກີບ, ມາຮອດປັດຈຸບັນ ການກໍ່ສ້າງມີຄວາມໜ້າແລ້ວ ປະມານ 30% ແລະ ຄາດວ່າຈະໃຫ້ສໍາເລັດໃນປີ 2017 ທີ່ຈະມາເຖິງນີ້.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...