HomeມູມໄອທີລາວF-Wheel ເປີດໂຕ iCarbot ໂຮເວີບອຣ໌ດໄຟຟ້າ

F-Wheel ເປີດໂຕ iCarbot ໂຮເວີບອຣ໌ດໄຟຟ້າ

Published on

F-Wheel ແມ່ນບໍລິສັດຜະລິດໂຮເວີບອຣ໌ດລາຍໃຫຍ່ໃນປະເທດຈີນ ໂດຍສິນຄ້າຂອງບໍລິສັດຍັງເປັນອັນດັບ 3 ຂອງປະເທດນຳ. ຫຼ້າສຸດນີ້ບໍລິສັດ ​F-Wheel ໄດ້ເປີດໂຕໂຮເວີບອຣ໌ດລຸ້ນໃໝ່ຫຼ້າສຸດຂອງບໍລິສັດນາມວ່າ iCarbot. ໂດຍ iCarbot ນີ້ແມ່ນມີຂະໜາດເຄື່ອງຢູ່ທີ່ 383.5 x 310.5 x 106.3 ມມ, ໂຕບອຣ໌ດຖືວ່າມີຄວາມທັນສະໄໝ, ທົນທານ ແລະມີນ້ຳໜັກເບົາພຽງ 3.4 ກິໂລກຣາມ. ເຊິ່ງບອຣ໌ດໂຕນີ້ສາມາດຮອງຮັບນ້ຳໜັກຄົນໄດ້ 120 ກິໂລກຣາມ, ຮອງຮັບຂະໜາດຝາຕີນ ດ້ວຍຄວາມຍາວ 32 ຊັງຕີແມັດ ແລະຄວາມກວ້າງ 39 ຊັງຕີແມັດ.

ໃນດ້ານການອອກແບບຂອງໂຕບອຣ໌ດນີ້ແມ່ນມາພ້ອມກັບ 4 ຕີນ, ໂດຍ 2 ຕີນໜ້າຈະເຮັດໜ້າທີ່ເປັນໂຕຂັບເຄື່ອນ ແລະ 2 ຕີນຫຼັງເຮັດໜ້າທີ່ເປັນໂຕຄ້ຳຈູນເພື່ອຄວາມສະດວກສະບາຍ ແລະຄວາມໝັ້ນຄົງຂອງບອຣ໌ດ. ການອອກແບບແມ່ນຮ່ວມກັນເຮັດດກັບກຸ່ມຄົນເຢຍລະມັນ ເຊິ່ງໝັ້ນໃຈໄດ້ເລີຍວ່າໂຕບອຣ໌ດຈະມີຄຸນະພາບໃນລະດັບສູງ ແລະເປັນທີ່ເພິ່ງພໍໃຈໃຫ້ກັບຜູ້ຊື້ຢ່າງແນ່ນອນ.

ວີດີໂອຕົວຢ່າງການໃຊ້ງານຂອງ iCarbot ສາມາດເບິ່ງໄດ້ທີ່ດ້ານລຸ່ມນີ້:

ນອກນີ້ iCarbot ຍັງມາພ້ອມກັບແອັບພລິເຄຊັ່ນທີ່ໃຊ້ສຳລັບຄວບຄຸມໂຕບອຣ໌ດ ແລະເບິ່ງສະຖານະແບັດເຕີຣີໄດ້ອີກນຳ ເຊິ່ງຮອງຮັບທັງລະບົບ Android ແລະ iOS. ແບັດເຕີຣີໃຫ້ມາເປັນ Lithium Ion(Li-Ion) ບໍ່ລະບຸຂະໜາດຄວາມຈຸ, ຮອງຮັບລະບົບສາກໄວ ແລະສາມາດສາກໃຫ້ເຕັມໄດ້ໃນເວລາ 2 ຊົ່ວໂມງ. ໃນເລື່ອງຂອງໄລຍະທາງທີ່ບອຣ໌ດສາມາດເຄື່ອນທີ່ໄປໄດ້ສູງສຸດຕໍ່ການສາກເທື່ອໜຶ່ງແມ່ນປະມານ 15 – 20 ກິໂລແມັດ ດ້ວຍຄວາມໄວ 12 ກິໂລແມັດ ຕໍ່ຊົ່ວໂມງ.

ສຳລັບ iCarbot ຈະມາພ້ອມກັບ 2 ສີໄດ້ແກ່: ສີຂາວ ແລະສີດຳ. ເຊິ່ງສີດຳແມ່ນຈະໄດ້ຕີນລໍ້ສີແດງ ແລະສີຂາວຈະເປັນຕີນລໍ້ສີດຳ. ສຳລັບຕອນນີ້ແມ່ນເປີດໃຫ້ສັ່ງຈອງກັນແລ້ວທີ່ເວັບໄຊໃນລາຄາ $461 (3.735.000 ກີບ)

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...