Homeຂ່າວຕ່າງປະເທດຈີ 20 ​ເຕືອນ​ເບຣັກຊິດສ່ຽງ​ກະທົບ​ເສດຖະກິດ​ໂລກ

ຈີ 20 ​ເຕືອນ​ເບຣັກຊິດສ່ຽງ​ກະທົບ​ເສດຖະກິດ​ໂລກ

Published on

ກອງ​ປະຊຸມ​ເສດຖະກິດ​ ຈີ 20 ຮຽກຮ້ອງ​ໃຫ້​ອັງກິດ​ສະ​ແດງ​ທ່າ​ທີ​ຈະ​ແຈ້ງ​ກວ່າ​ນີ້​ໃນ​ເລື່ອງ​ການ​ເຈລະຈາ​ລາ​ອອກ​ຈາກ​ອີ​ຢູ ​ເພາະ​ຍິ່ງ​ປ່ອຍ​ໄວ້​ດົນ​ທໍ່​ໃດ ​ເສດຖະກິດ​ໂລກ​ຈະ​ຍິ່ງ​ໄດ້​ຮັບ​ຜົນ​ກະທົບ​ຫຼາຍ​ເທົ່າ​ນັ້ນ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ທ່ານ ຮາ​ຣຸຮິ​ໂກະ ຜູ້​ວ່າການ​ທະນາຄານ​ກາງ​ຍີ່ປຸ່ນ​ກ່າວ​ຕໍ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ກາງຂອງ​ກຸ່ມ​ປະ​ເທດ​ເສດຖະກິດ​ຂະໜາດ​ໃຫຍ່ ຈີ 20 ຊຶ່ງ​ໃນ​ປີ​ນີ້​ຈັດ​ຂຶ້ນ​ຢູ່​ເມືອງ​ເສິງ​ຕູ ທາງ​ພາກ​ໃຕ້​ຂອງ​ສປ ຈີນ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາວ່າ ສະຖານະ​ການ​ລະຫວ່າງ​ສະຫະພາບ​ເອີຣົບ(ອີ​ຢູ)ກັບ​ອັງກິດ​ຖື​ເປັນ​ປະ​ເດັນ​ສຳຄັນ​ຂອງ​ກອງ​ປະຊຸມ​ຈີ 20 ​ໃນ​ປີ​ນີ້ ການ​ເຈລະຈາ​ຍິ່ງ​ແກ່ຍາວ​ເວລາ​ອອກ​ໄປ​ດົນ​ທໍ່​ໃດ ຈະ​ຍິ່ງ​ເພີ່ມ​ຄວາມ​ສ່ຽງ​ແກ່​ລະບົບ​ເສດຖະກິດ​ໂລກ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ.

ລັດຖະມົນຕີ​ການ​ເງິນ​ກຸ່ມ​ຈີ 20 ພ້ອມ​ປະຄອງ​ເສດຖະກິດ​ໂລກ ​ແລະ ຈະ​ໃຊ້​ເຄື່ອງມື​ດ້ານ​ນະ​ໂຍບາຍ​ທຸກ​ຊະນິດ ບໍ່​ວ່າ​ຈະ​ເປັນ​ການ​ເງິນ, ການຄັງ ​ແລະ ​ໂຄງ​ສ້າງ ທັງ​ໃນ​ແບບ​ລາຍ​ປະ​ເທດ ​ແລະ ລົງມື​ຮ່ວມ​ກັນ ​ເພື່ອ​ຊຸກຍູ້​ເສດຖະກິດ​ໃຫ້​ຂະຫຍາຍຕົວ​ຢ່າງ​ເຂັ້ມ​ແຂງ, ຍືນ​ຍົງ ​ແລະ ສົມ​ດຸນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...