spot_img
Homeຂ່າວຕ່າງປະເທດອິຕາລີປະກາດສາດສະໜາພຸດ ເປັນສາດສະໜາສຳຄັນປະຈຳຊາດ

ອິຕາລີປະກາດສາດສະໜາພຸດ ເປັນສາດສະໜາສຳຄັນປະຈຳຊາດ

Published on

ຫຼາຍກວ່າສິບປີມາແລ້ວ ທີ່ສື່ມວນຊົນໃນເອີຣົບໄດ້ສະເໜີຂ່າວຢ່າງໃຫຍ່ວ່າ ພະພຸດທະສາດສະໜາເປັນສາດສະໜາທີ່ຈະເຕີບໂຕໄວທີ່ສຸດໃນສະໄໝສະຕະວັດທີ 21 ເພາະເຫັນວ່າກະແສຜູ້ນັບຖືເຕີບໂຕໄວຫຼາຍທັງທະວີບເອີຣົບ, ອົສຕຣາລີ ແລະອາເມລິກາເໜືອ ບໍ່ວ່າຈະເປັນຝຣັ່ງ, ເຢຍລະມັນ, ອິຕາລີ, ອັງກິດ, ສະເປັນ, ອົສຕຣາລີ ແລະອື່ນໆ ວັດວາອາຮາມກໍເກີດຂຶ້ນມາຢ່າງຕໍ່ເນື່ອງ ຄົນເປັນໂຕຕັ້ງໂຕຕີໃນການນຳເອົາພຸດທະສາດສະໜາເຂົ້າສູ່ປະເທດຝຣັ່ງເຫຼົ່ານີ້ແຕ່ໃດໆມາ ສ່ວນຫຼາຍແລ້ວນັບຖືສາດສະໜາຄຣິສມາກ່ອນ ແລະກະແສຊາວຄຣິສຫັນມານັບຖືພະພຸດທະສາດສະໜານີ້ກໍກໍ່ໂຕຂຶ້ນຢ່າງຕໍ່ເນື່ອງມາຕັ້ງແຕ່ສະຕະວັດທີ 19 ປະເທດເອີຣົບບາງແຫ່ງ ເຊັ່ນ ອິຕາລີ ໄດ້ມີການປ່ຽນແປງລັດຖະທຳມະນູນ ຍົກພະພຸດທະສາດສະໜາໃຫ້ເປັນໜຶ່ງໃນສາດສະໜາສຳຄັນຂອງຊາດ ບໍ່ຕ່າງຫຍັງກັບສາດສະໜາຄຣິສ.

(ປັດຈຸບັນອິຕາລີໄດ້ຮັບຮອງສະຖານະພຸດທະສາດສະໜາຢ່າງເປັນທາງການ ໂດຍເມື່ອວັນທີ 20 ມີນາ 2000 ນາຍົກລັດຖະມົນຕີອິຕາລີ ໄດ້ລົງນາມຄວາມຕົກລົງກັບປະທານສະຫະພາບສະມາຄົມພຸດໃນອິຕາລີ ເພື່ອໃຫ້ພຸດທະສາດສະໜາມີສະຖານະເປັນທາງການໃນອິຕາລີ ເຮັດໃຫ້ຜູ້ເສຍພາສີສາມາດສະແດງຄວາມຈຳນົງໃຫ້ແບ່ງພາສີໃນອັດຕາ 0.8% ຂອງພາສີລາຍໄດ້ສ່ວນບຸກຄົນທີ່ຕ້ອງຊຳລະໃຫ້ແກ່ລັດຖະບານ ເພື່ອບໍລິຈາກໃຫ້ອົງກອນທາງພຸດທະສາດສະໜາໄດ້.

13718622_991404917623716_8028937564501888736_n 13775336_991404884290386_4574760403309527984_n 13716065_991404964290378_7213673784073408436_n 13669041_991404980957043_5971632118740858516_n

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...