Homeຂ່າວພາຍ​ໃນກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ອາ​ຊຽນ ຄັ້ງ​ທີ 49 ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ອາ​ຊຽນ ຄັ້ງ​ທີ 49 ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

Published on

ໃນຕອນເຊົ້າຂອງວັນທີ 24 ກໍລະ ກົດ 2016 ພິ­ທີເປີດກອງປະ­ຊຸມລັດຖະ ມົນ­ຕີຕ່າງ­ປະ­ເທດອາຊຽນ ຄັ້ງທີ 49 ໄດ້ຈັດຂຶ້ນທີ່ໂຮງ­ແຮມດອນຈັນພາເລດ ໂດຍການເຂົ້າຮ່ວມຂອງລັດ­ຖະ­ມົນ­ຕີຕ່າງປະເທດອາຊຽນ, ເລ­ຂາ­ທິ­ການໃຫຍ່ອາ ຊຽນ, ພັນລະຍາຂອງລັດ­ຖະ­ມົນ­ຕີຕ່າງປະ­ເທດ, ຫົວ­ໜ້າເຈົ້າໜ້າ­ທີ່ອາ­ວຸ­ໂສອາຊຽນ. ນອກ­ຈາກນີ້, ລັດ­ຖະ­ມົນ­ຕີຕ່າງປະເທດຂອງຕີມໍ ເລສເຕ, ປາປົວ ນິວກີນີ ແລະ ນອກແວ ກໍໄດ້ເຂົ້າຮ່ວມໃນນາມແຂກຂອງ ສປປ ລາວ ທີ່ເປັນປະ­ທານອາຊຽນ.

ທ່ານ ສະ­ເຫຼີມໄຊ ກົມມະສິດ ລັດຖະມົນ­ຕີກະ­ຊວງການຕ່າງ­ປະ­ເທດແຫ່ງ ສປປ ລາວ ໃນນາມປະ­ທານກອງປະ­ຊຸມລັດຖະມົນ­ຕີຕ່າງ­ປະ­ເທດອາຊຽນ ໄດ້ກ່າວຕ້ອນຮັບບັນ­ດາລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນ, ເລ­ຂາ­ທິ­ການໃຫຍ່ອາຊຽນ ແລະ ບັນ­ດາຄະ­ນະຜູ້ແທນເພື່ອເຂົ້າຮ່ວມກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນ ຄັ້ງທີ 49 ແລະ ກອງປະ­ຊຸມອື່ນໆທີ່ກ່ຽວຂ້ອງ, ໃນນີ້ ທ່ານ ສະ­ເຫຼີມໄຊ ໄດ້ສະ­ແດງຄວາມຂອບ­ໃຈບັນ­ດາປະ­ເທດອາຊຽນ, ຄູ່ເຈລະ­ຈາອາຊຽນ, ປະ­ເທດເພື່ອນມິດ ແລະ ອົງການ­ຈັດ­ຕັ້ງພາກພື້ນ ແລະສາກົນທີ່ໄດ້ໃຫ້­ການຮ່ວມມື ແລະຊ່ວຍ­ເຫຼືອ ສປປ ລາວ ໃນການເປັນປະ­ທານອາຊຽນພາຍໃຕ້ຄຳຂວັນ “ຫັນວິ­ໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມ­ແຂງຂອງປະຊາຄົມອາຊຽນ” ແລະ ຜົນ­ສຳ­ເລັດຂອງບັນ­ດາກອງປະ­ຊຸມຄັ້ງນີ້ ຈະເປັນການກະກຽມອັນດີໃຫ້ແກ່ກອງປະ­ຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ຈະຈັດ ຂຶ້ນໃນເດືອນກັນ­ຍາ 2016 ທີ່ນະ­ຄອນຫຼວງວຽງຈັນ.

ໃນໂອ­ກາດນີ້ ພະ­ນະທ່ານ ທອງລຸນ ສີສຸລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ກໍໄດ້ໃຫ້ກຽດກ່າວເປີດກອງປະ­ຊຸມ  ຊຶ່ງໃນນີ້ ທ່ານໄດ້ຍົກໃຫ້ເຫັນເຖິງຄວາມ ສຳ­ເລັດຂອງອາຊຽນໃນໄລ­ຍະ 49 ປີ ຜ່ານມາ ໂດຍສະ­ເພາະການປະ­ກາດສ້າງ­ຕັ້ງເປັນປະ­ຊາຄົມອາຊຽນໃນວັນທີ 31 ທັນ­ວາ 2015 ແລະ ເນັ້ນເຖິງຄວາມສຳ­ຄັນໃນການສືບ­ຕໍ່ຮັດແໜ້ນການຮ່ວມມືກັນພາຍໃນອາຊຽນ ແລະລະ­ຫວ່າງອາຊຽນກັບຄູ່ຮ່ວມມືພາຍນອກເພື່ອສົ່ງ­ເສີມ ແລະຮັດແໜ້ນປະ­ຊາ ຄົມອາຊຽນໃຫ້ເຂັ້ມ­ແຂງ ແລະຈະ­ເລີນ ກ້າວ­ໜ້າ.

ພາຍ­ຫຼັງ ພິ­ທີເປີດກອງປະ­ຊຸມລັດຖະມົນ­ຕີຕ່າງ­ປະ­ເທດອາຊຽນ ຄັ້ງທີ 49 ທ່ານ ສະ­ເຫຼີມໄຊ ກົມມະສິດ ກໍໄດ້ນຳ­ພາ ລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນ ເຂົ້າຢ້ຽມຂ່ຳ­ນັບພະ­ນະທ່ານ ທອງລຸນ ສີສຸລິດ ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ສປປ ລາວ ໃນໂອ­ກາດນີ້ ພະ­ນະທ່ານນາ­ຍົກລັດຖະມົນ­ຕີໄດ້ຕີລາ­ຄາສູງຕໍ່ບົດ­ບາດສຳ­ຄັນຂອງກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງປະເທດອາຊຽນ ນັບແຕ່ອາຊຽນໄດ້ຮັບການສ້າງ­ຕັ້ງຂຶ້ນໃນປີ 1967 ປະ­ກອບ­ສ່ວນເຂົ້າໃນການຊຸກ­ຍູ້ ແລະສົ່ງ­ເສີມການຮ່ວມມືຂອງອາຊຽນໃນຂົງ­ເຂດຕ່າງໆ ກໍຄືການຮ່ວມມືກັບຄູ່ເຈລະນາຂອງອາຊຽນ ແລະ ຄູ່ຮ່ວມມືພາຍນອກອື່ນໆ ພາຍໃຕ້ກົນໄກທີ່ອາຊຽນ ເປັນຜູ້ລິເລີ່ມຂຶ້ນ.

ທີມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...