Homeຂ່າວພາຍ​ໃນບັນດິດໃໝ່ກຽມໂຕ ລັດຖະບານຈະຮັບລັດຖະກອນເພິ່ມ 5,000 ຕຳແໜ່ງ

ບັນດິດໃໝ່ກຽມໂຕ ລັດຖະບານຈະຮັບລັດຖະກອນເພິ່ມ 5,000 ຕຳແໜ່ງ

Published on

ຜົນຂອງກອງປະຊຸມລັດຖະບານປະຈຳເດືອນກໍລະກົດ 2016 ໃນທ້າຍອາທິດຜ່ານມາ ໃນກອງປະຊຸມໄດ້ພິຈາລະນາ ແລະ ຕົກລົງ ເອົາ 4 ບັນຫາເຊັ່ນ: ບັນຫາທີໜຶ່ງ ຮັບຮອງໂດຍຫຼັກການ 4 ຮ່າງກົດໝາຍຄື: ພິຈາລະນາ ແລະ ຮັບຮອງເອົາຮ່າງປະມວນກົດໝາຍອາຍາ (ສ້າງໃໝ່), ຮ່າງປັບປຸງກົດໝາຍວ່າດ້ວຍທະນາຍຄວາມ ແລະ ສະພາທະນາຍຄວາມ, ຮ່າງປັບປຸງກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ ແລະ ຮ່າງປັບປຸງກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ; ບັນຫາທີສອງ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງໂດຍຫຼັກການຮ່າງດຳລັດຂອງລັດຖະບານ 2 ສະບັບຄື: ຮ່າງດຳລັດວ່າດ້ວຍການຄຸ້ມຄອງສູນຂໍ້ມູນຂ່າວສານ ແລະ ຮ່າງດຳລັດວ່າດ້ວຍການສຶກສາສົງພ້ອມທັງຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງນຳໄປປັບປຸງຕື່ມ ແລະ ຮຽບຮຽງຄືນບັນດາຄຳສັບ; ບັນຫາທີສາມ ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບການສືບຕໍ່ຄົ້ນຄວ້າ ຄະນະກຳມະການລະດັບຊາດ ຈາກຫ້ອງວ່າການໄປຂຶ້ນກັບກະຊວງອື່ນເຊັ່ນ: ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ, ຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ແລະ ອົງການກາແດງລາວ.
ບັນຫາທີສີ່ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາສະພາບລວມ ການຄຸ້ມຄອງລັດຖະກອນ ປະຈຳສົກປີ 2015-2016 ແລະ ແຜນຄວາມຕ້ອງການລັດຖະກອນໃນປີ 2017 ຕໍ່ບັນຫາດັ່ງກ່າວກອງປະຊຸມໄດ້ມີທິດຊີ້ນຳຄື: ເຫັນດີອະນຸມັດໂກຕ້າລັດຖະກອນໃໝ່ປະຈຳປີ 2017 ຈຳນວນທັງໝົດ 5,000 ຄົນ ທັງນີ້ກໍ່ເພື່ອເປັນການທົດແທນຄືນຈຳນວນພະນັກງານບຳນານ ແລະ ພະນັກງານທີ່ເສຍຊີວິດ.

ຂອບໃຈຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...