Homeຂ່າວຕ່າງປະເທດໄພນ້ຳຖ້ວມໃນຈີນ ໄດ້ເອົາຊີວິດ 150 ຄົນໄປ ແລະອີກຫຼາຍຄົນຫາຍສາບສູນ

ໄພນ້ຳຖ້ວມໃນຈີນ ໄດ້ເອົາຊີວິດ 150 ຄົນໄປ ແລະອີກຫຼາຍຄົນຫາຍສາບສູນ

Published on

ພາບເບື້ອງເທິງ ສະແດງໃຫ້ເຫັນວ່າ ເສັ້ນທາງຫຼາຍສາຍ ແລະ ເດີ່ນຢູ່ອ້ອມແອ້ມ ຖືກນ້ຳຖ້ວມ ຢູ່ໃນເມືອງ Xingtai, ແຂວງ Hebei, ຂອງຈີນ, ວັນທີ 21 ກໍລະກົດ 2016.

ພາບເບື້ອງເທິງ ສະແດງໃຫ້ເຫັນວ່າ ເສັ້ນທາງຫຼາຍສາຍ ແລະ ເດີ່ນຢູ່ອ້ອມແອ້ມ ຖືກນ້ຳຖ້ວມ ຢູ່ໃນເມືອງ Xingtai, ແຂວງ Hebei, ຂອງຈີນ, ວັນທີ 21 ກໍລະກົດ 2016

ຝົນຕົກໜັກ ໄດ້ກໍ່ໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຢ່າງໃຫຽ່ ຢູ່ໃນຫຼາຍໆພື້ນທີ່ ຂອງຈີນ ເຮັດໃຫ້ ຫຼາຍກວ່າ 150 ຄົນ ເສຍຊີວິດ ແລະ ອີກຫຼາຍຄົນຫາຍສາບສູນ.

ແຂວງ Hebei ທາງພາກເໜືອ ໄດ້ປະສົບກັບໄພນ້ຳຖ້ວມຮ້າຍແຮງທີ່ສຸດ ແລະ ມີ ຜູ້ເສຍຊີວິດ ສູງທີ່ສຸດ ອີງຕາມສື່ຂ່າວຂອງທາງການຈີນ ໂດຍມີ ຜູ້ເສຍຊີວິດ 114 ຄົນ ແລະ 111 ຄົນຫາຍສາບສູນ.

ຫຼາຍກວ່າ 300,000 ຄົນ ໄດ້ຖືກບັງຄັບ ໃຫ້ຍົກຍ້າຍອອກຈາກບ້ານເຮືອນ ຂອງພວກ ເຂົາເຈົ້າ.

ພາຍຸຝົນ ໄດ້ເຮັດໃຫ້ແມ່ນ້ຳສາຍຕ່າງໆ ຖ້ວມ ກໍ່ໃຫ້ເກີດດິນເຈື່ອນຢູ່ຫຼາຍແຫ່ງ ແລະ ເຮັດໃຫ້ເຮືອນ ຢ່າງໜ້ອຍ 50,000 ຫຼັງເພພັງລົງ.

ຄວາມໂກດແຄ້ນຂອງມະຫາຊົນ ໄດ້ລະເບີດຂຶ້ນ ຂະນະທີ່ປະຊາຊົນ ໂຕ້ແຍ້ງວ່າ ພວກເຈົ້າໜ້າທີ່ ບໍ່ໄດ້ເຕືອນພວກເຂົາເຈົ້າ ໃນເວລາອັນເໝາະສົມ ວ່າ ຝົນກຳລັງ ຈະຕົກລົງມາຢ່າງໜັກ.

ຮອງນາຍົກຂອງຈີນ ທ່ານ Wang Yang ໄດ້ຈັດກອງປະຊຸມແຫ່ງຊາດຂຶ້ນ ກ່ຽວກັບ ການຄວບຄຸມ ແລະ ການບັນເທົາໄພພິບັດ ໃນວັນເສົາວານນີ້ ຢູ່ໃນປັກກິ່ງ ບ່ອນທີ່ ທ່ານໄດ້ຮຽກຮ້ອງ ລັດຖະບານໃນທ້ອງຖິ່ນທັງຫຼາຍ ໃຫ້ເອົາຄວາມປອດໄພ ຂອງ ປະຊາຊົນເປັນຫຼັກ ແລະ ເສີມຂະຫຍາຍມາດຕະການ ຄວບຄຸມໄພນ້ຳຖ້ວມຕ່າງໆ ໃຫ້ເຂັ້ມແຂງຂຶ້ນ.

ຝົນທີ່ຕົກໜັກ ແມ່ນເປັນຄັ້ງຫຼ້າສຸດ ໃນລະຫວ່າງ ຝົນລະດູຮ້ອນ ທີ່ໄດ້ກະທົບປະເທດຈີນ ຊຶ່ງໄດ້ເຮັດໃຫ້ເກີດມີການສູນເສຍຊີວິດ ຂອງປະຊາຊົນຫຼາຍກວ່າ 200 ຄົນ ແລະ ໄດ້ ສ້າງຄວາມເສຍຫາຍແກ່ພື້ນທີ່ປູກຝັງ ຫຼາຍກວ່າ 1 ລ້ານ 5 ແສນ ເຮັກຕາ ເປັນຜົນໃຫ້ມີ ຄວາມເສຍຫາຍ ມູນຄ່າ ຈຳນວນ 3 ຕື້ໂດລາ, ອີງຕາມບັນດາເຈົ້າໜ້າທີ່ຂອງຈີນ ຜູ້ທີ່ ໄດ້ຄິດໄລ່ວ່າ ມີຈຳນວນປະຊາຊົນທີ່ໄດ້ຮັບຜົນກະທົບ ຫຼາຍກວ່າ 8 ລ້ານ 5 ແສນຄົນ.

ຂໍ້ມູນຈາກ :

fwfwref

ບົດຄວາມຫຼ້າສຸດ

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...