ອັບການິດສະຖານ ໄດ້ເອົາມື້ວານນີ້ເພື່ອໄວ້ອາໄລແຫ່ງຊາດ ຫຼັງຈາກການໂຈມຕີດ້ວຍລະເບີດ ໃນນະຄອນຫຼວງກາບູນ ໄດ້ສັງຫານຜູ້ຄົນຢ່າງໜ້ອຍ 80 ຄົນ ແລະອີກຫຼາຍກວ່າ 200 ຄົນ ໄດ້ຮັບບາດເຈັບ ໃນລະຫວ່າງການຊຸມນຸມປະທ້ວງຢ່າງສັນຕິຂອງປະຊາຊົນ.
ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີທີ່ຮ້າຍແຮງເຖິງ ແກ່ຊີວິດໃນວັນເສົາມື້ກ່ອນນີ້.
ຄົນຫຼາຍພັນຄົນອອກມາເດີນຂະບວນປະທ້ວງໃນນະຄອນຫລວງກາບູນ ຂອງອັບການິສະຖານ, ວັນເສົາທີ 23 ກໍລະກົດ 2016.
ຖະແຫລງການສະບັບໜຶ່ງຂອງກະຊວງພາຍໃນ ອັບການິດສະຖານ ກ່າວວ່າ ພວກລະເບີດສະຫຼະຊີບ 3 ຄົນໄດ້ໂຈມຕີພວກເດີນຂະບວນປະທ້ວງ. ຫນຶ່ງໃນສາມຄົນດັ່ງກ່າວ ໄດ້ບີບຂະນວນຂອງຕົນ ເວລາຢູ່ໃນກຸ່ມພວກປະທ້ວງ ອີກຜູ້ຫນຶ່ງໄດ້ຂ້າຕົນເອງຕາຍ ໃນຂະນະທີ່ຜູ້ທີສາມນັ້ນ ໄດ້ຖືກຍິງຕາຍ ໂດຍກຳລັງຮັກສາຄວາມປອດໄພ ທີ່ເຝົ້າປ້ອງກັນການໂຮມຊຸມນຸມຢູ່ນັ້ນ.
ກະຊວງດັ່ງກ່າວ ໄດ້ຫ້າມການເຕົ້າໂຮມກັນ ຢູ່ສາທາລະນະ ແລະ ການເດີນຂະບວນປະທ້ວງຕ່າງໆ ເປັນເວລາ 10 ມື້.
ແມ່ຍິງອັບການິດສະຖານຄົນນຶ່ງ ຮ້ອງໄຫ້ຢູ່ຈຸດເກີດການໂຈມຕີສະຫຼະຊີບ ໃນນະຄອນຫຼວງກາບູນ ຂອງອັບການິດສະຖານ, ວັນທີ 23 ກໍລະກົດ 2016.
ເວັບໄຊທີ່ເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍລັດອິລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບຄວາມຮຸນແຮງດັ່ງກ່າວ. ຖະແຫລງການສະບັບຫນຶ່ງ ໄດ້ກ່າວວ່າ ການໂຈມຕີ ໄດ້ແນໃສ່ ເພື່ອເຕືອນກຸ່ມຊົນເຜົ່າ ຊາວ Hazaras ຂອງອັບການິດສະຖານ ປະຊາຊົນສ່ວນໃຫຍ່ ແມ່ນຖືນິກາຍ Shi’ite ເພື່ອຢຸດຢັ້ງບໍ່ໃຫ້ເຂົ້າຮ່ວມ ລັດຖະບານຊີເຣຍ ໃນການຕໍ່ສູ້ ຕໍ່ຕ້ານກຸ່ມກໍ່ການຮ້າຍນັ້ນ.
ກຸ່ມປົກປ້ອງສິດທິມະນຸດ ແລະ ບັນດານັກວິເຄາະ ໄດ້ກ່າວຫາ ການເກນເອົາພວກ ອົບພະຍົບຊາວອັບການິດສະຖານ ຂອງອີຣ່ານ ທີ່ຄາດຄະເນວ່າ ມີ 3 ລ້ານຄົນແບບລັບໆ ຊຶ່ງຕົນເປັນເຈົ້າພາບຮັບເອົານັ້ນ ແລະໄດ້ເຝິກແອບພວກຜູ້ຊາຍ ແລ້ວສົ່ງພວກເຂົາ ເຈົ້າໄປຊີເຣຍ ເພື່ອຕໍ່ສູ້ຄຽງບ່າຄຽງໄຫລ່ກັບກອງກຳລັງລັດຖະບານຊີເຣຍ.
ເຖິງຢ່າງໃດກໍຕາມ ກຸງເຕຫະຣ່ານ ໄດ້ປະນາມການໂຈມຕີດ້ວຍລະເບີດດັ່ງກ່າວ. ລັດຖະມົນຕີຕ່າງປະເທດຂອງອີຣ່ານ ທ່ານ Mohammad Javad Zarif ໄດ້ກ່າວ ໃນ tweet ວ່າ “Shia ແລະ Sunni ທັງສອງແມ່ນເປັນຜູ້ຮັບເຄາະ ແລະ ຈະຕ້ອງ ສາມັກຄີກັນ ເພື່ອເອົາຊະນະລັດທິຫົວຮຸນແຮງຈັດ.”