HomeມູມໄອທີລາວOppo F1s ຈະເປີດໂຕທີ່ປະເທດອິນເດຍ ໃນວັນທີ 3 ສິງຫາ

Oppo F1s ຈະເປີດໂຕທີ່ປະເທດອິນເດຍ ໃນວັນທີ 3 ສິງຫາ

Published on

ຈາກຂ່າວເກົ່າທີ່ເວົ້າກ່ຽວກັບລຸ້ນສືບທອດຊີຣີ F1 ທີ່ເປັນຊີຣີປະສົບຄວາມສຳເລັດທາງດ້ານຍອດຂາຍຫຼາຍທີ່ສຸດລຸ້ນໜຶ່ງຂອງ ​OPPO. ຫຼ້າສຸດນີ້ເອງທາງ Oppo ໄດ້ສົ່ງບັດເຊີນເຂົ້າຮ່ວມງານເປີດໂຕສະມາດໂຟນ F1s ແລ້ວໂດຍຈະເປີດໂຕໃນວັນທີ 3 ສິງຫານີ້ ຢູ່ທີ່ປະເທດອິນເດຍ. 

ເຊິ່ງໃນຕອນນີ້ກໍຍັງບໍ່ມີລາຍລະອຽດສະເປັກຂອງລຸ້ນດັ່ງກ່າວອອກມາເທື່ອ, ແຕ່ຖ້າອີງຕາມຂ່າວລືບອກວ່າ F1s ຈະມາພ້ອມກັບກ້ອງຫຼັງຄວາມລະອຽດ 16 ລ້ານພິກເຊວ ແລະ ກ້ອງໜ້າ 8 ລ້ານພິກເຊວ. ນອກນີ້ກໍມີເຊັນເຊີ້ສະແກນນິ້ວມືທີ່ປຸ່ມໂຮມ ສາມາດປົດລ໋ອກດ້ວຍຄວາມໄວ 0.22 ວິນາທີ. ຢ່າງໃດກໍຕາມກໍຖ້າຕິດຕາມຂ່າວນຳກັນໃນມື້ເປີດໂຕຢ່າງເປັນທາງການນຳກັນເລີຍ

ທີ່ມາ:fonearena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...