Homeມຸມຂ່າວ AECເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືການປະຕິບັດ ວິໄສທັດປະຊາຄົມອາຊຽນ 2025

ເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືການປະຕິບັດ ວິໄສທັດປະຊາຄົມອາຊຽນ 2025

Published on

ຂ​ປ​ລ. ສ​ປ​ປ​ ລາວ ໃນ​ນາມ​ປະ​ທານ​ອາ​ຊຽນ ໄດ້​ເປັນ​ເຈົ້າ​ພາບ ແລະ ປະ​ທານກອງ​ປະ​ຊຸມ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສອາຊຽນ ເຊິ່ງ​ຈັດ​ຂຶ້ນໃນ​ວັນ​ທີ 22 ກໍ​ລະ​ກົດ 2016 ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ ນະ​ຄອນ​ຫລວງວຽງ​ຈັນ, ໂດຍໄດ້​ສືບ​ຕໍ່​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ຈັດ​ຕັ້ງປະ​ຕິ​ບັດ​ ວິ​ໄສ​ທັດປະ​ຊາ​ຄົມ​ອາ​ຊຽນ 2025 ໂດຍ​ສະ​ເພາະ​ແຜນ​ແມ່​ບົດ ​ສຳ​ລັບ​ເສົາ​ຄ້ຳ​​ປະ​ຊາ​ຄົມ ການ​ເມືອງ–ຄວາມ​ໝັ້ນ​ຄົງ​ອາ​ຊຽນ 2025 ທີ່​ບັນ​ດາ​ຜູ້​ນຳ​ອາ​ຊຽນໄດ້​ຮັບ​ຮອງ​ເອົາ​ ໃນ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ອາ​ຊຽນ ຄັ້ງ​ທີ 27 ໃນ​ເດືອນ​ພະ​ຈິກ 2015 ທີ່​ຜ່ານ​ມາ ໃຫ້​ມີ​ປະ​ສິດ​ທິ​ພາບ ແລະ ປະ​ສິດ​ທິ​ຜົນ.

ກອງ​ປະ​ຊຸມເຈົ້າ​ໜ້າ​ທີ່​ອາ​ວຸ​ໂສອາຊຽນ ໃນ​ຄັ້ງ​ນີ້, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດ​ຖະ​ມົນ​ຕີ ​ປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ຫົວ​ໜ້າເຈົ້າ​ໜ້າ​ທີ່​ອາ​ວຸ​ໂສອາຊຽນ ຂອງ ສ​ປ​ປ ລາວ ໂດຍ​ມີເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ ຈາກ​ປະ​ເທດ​ສະ​ມາ​ຊິກອາຊຽນ, ຮອງ​ເລ​ຂາ​ທິ​ການ​ໃຫ​ຍ່​ອາ​ຊຽນ ຮັບ​ຜິດ​ຊອບ​ເສົາ​ຄ້ຳການ​ເມືອງ–ຄວາມ​ໝັ້ນ​ຄົງ​ອາ​ຊຽນ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ. ນອກຈາກ​ການ​ຫາ​ລື​ດ້ານ​ວິ​ໄສ​ທັດ​ແລ້ວ ກອງ​ປະ​ຊຸມ​ ຍັງໄດ້​ສືບ​ຕໍ່​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ຂໍ້​ສະ​ເໜີ​ແນະ​ຂອງ​ໜ່ວຍ​ງານ​ ສະ​ເພາະ​ກິດ​ລະ​ດັບ​ສູງ ເພື່ອ​ສົ່ງ​ເສີມ​ຄວາມ​ເຂັ້ມ​ແຂງ​ ຂອງກອງ​ເລ​ຂາ​ອາ​ຊຽນ ແລະ ທົບ​ທວນ​ຄືນ​ອົງ​ກອນ​ຕ່າງໆ​ຂອງ​ອາ​ຊຽນ, ພ້ອມ​ທັງ​ ປຶກ​ສາ​ຫາ​ລື​ ການ​ສະ​ໝັກ​ເຂົ້າ​ເປັນ​ພາ​ຄີ ສົນ​ທິ​ສັນ​ຍາ​ໄມ​ຕີ​ຈິດ ແລະ ການ​ຮ່ວມ​ມື ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ເນື້ອ​ໃນ​ຂອງ​ຖະ​ແຫລງ​ການ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ ເນື່ອງ​ໃນ​ໂອ​ກາດ​ ຄົບ​ຮອບ 40 ປີ ຂອງ​ສົນ​ທິ​ສັນ​ຍາ ​ດັ່ງ​ກ່າວ. ພ້ອມນີ້, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສອາຊຽນ ຍັງ​ໄດ້​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ກ່ຽວ​ກັບ​ການ​ຂະ​ຫ​ຍາຍ​ການ​ຮ່ວມ​ມື ກັບ​ພາຍນອກ ແລະ ຄວາມ​ເປັນ​ແກນ​ກາງຂອງ​ອາ​ຊຽນ.

ນອກຈາກ​ນີ້, ກອງ​ປະ​ຊຸມ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສອາຊຽນ ຍັງ​ໄດ້​ດຳ​ເນີນ​ການ​ກະ​ກຽມ ​ສຳ​ລັບ​ກອງ​ປະ​ຊຸມ​ຕ່າງ​ໆ​ຄື: ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສອາຊຽນບວກ​ສາມ, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ ຂອງກອງ​ປະ​ຊຸມ​ສຸດຍອດ​ ອາ​ຊີ​ຕາ​ເວັນ​ອອກ, ກອງ​ປະ​ຊຸມ​ຄະ​ນະ​ກຳ​ມາ​ທິ​ການ​ເຂດ​ປອດ​ອາ​ວຸດ​ນິວ​ເຄ​ລຍ ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ກອງ​ປະຊຸມ​ພົບ​ປະ​ລະ​ຫວ່າງ​ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ ​ກັບ​ຄະ​ນະ​ກຳ​ມາ​ທິ​ການ ລະ​ຫວ່າງ​ ລັດ​ຖະ​ບານ​ອາ​ຊຽນ ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 49, ບັນ​ດາ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ​ ກັບ​ຄູ່​ເຈ​ລະ​ຈາ​ອາ​ຊຽນ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ​ອາ​ຊຽນບວກສາມ ຄັ້ງ​ທີ 17, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ ຄັ້ງ​ທີ 6 ແລະ ກອງ​ປະ​ຊຸມ​ເວ​ທີ​ພາກ​ພື້ນ​ອາ​ຊຽນ ຄັ້ງທີ 23 ເຊິ່ງ​ຈະ​ໄຂ​ຂຶ້ນ ​ໃນ​ວັນ​ທີ 23-26 ກໍ​ລະ​ກົດ 2016 ທີ່​ນະ​ຄອນ​ຫລວງວຽງ​ຈັນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...