ຖ້າທ່ານມີອາການແບບນີ້ ຮີບຮ້ອນໄປຫາແພດດ່ວນ

ການສັງເກດອາຫານທີ່ເກີດຂຶ້ນໃນຊີວິດປະຈຳວັນອາດຈະບົ່ງບອກເຖິງຄວາມຜິດປົກກະຕິເບື້ອງຕົ້ນໄດ້ ແຕ່ຄວນຫາສາເຫດທີ່ແທ້ຈິງ ຈຶ່ງຈະແກ້ບັນຫາໄດ້ຖືກຈຸດ ອາການບາງຢ່າງອາດຈະເກີດຂຶ້ນຍ້ອນສາເຫດທີ່ແຕກຕ່າງກັນ ແຕ່ພັດມີອາການຄ້າຍຄືກັນເຊັ່ນ:

  1. ການນອນບໍ່ຫຼັບ ອາດຈະເກີດຈາກນ້ຳບີຂຸ້ນ ຫຼືກະດູກຄໍຂໍ້ທີໜຶ່ງເຄື່ອນ ຫຼືເລືອດບໍ່ຄ່ອຍໄປລ້ຽງຫົວໃຈ ເນື່ອງຈາກເປັນຄົນຕື່ນເຕັ້ນເລື້ອຍໆ
  2. ຜິວແຫ້ງກະດ້າງ ມີຂີ້ແມງວັນ ມີຕຸ່ມກະຕັອດ ມີຕິ່ງອອກຈາກຜິວໜັງ ສາເຫດມາຈາກລຳໄສ້ໃຫຍ່ສົກກະປົກ
  3. ປັດສາວະມີກິ່ນແຮງ ກິ່ນຂິວຫຼາຍ ສາເຫດມາຈາກໝາກໄຂ່ຫຼັງບໍ່ຄ່ອຍດີ ຕ່ອມລູກໝາກໃຫຍ່ ມີປັດສາວະຄ້າງ ໃຫ້ກິນແກນໝາກນັດມື້ລະ 3 ແກນ ເປັນເວລາ 7 ວັນ
  4. ປວດນິ້ວກ້ອຍ ບອກເຖິງລະບົບຄວາມຮ້ອນບົກພ່ອງ ຮ່າງກາຍຖືກຄວາມເຢັນຕອນ 21-23 ໂມງ ເຊັ່ນອາບນ້ຳເຢັນ, ຕາກແອເຢັນ ເພາະເປັນເວລາທີ່ຮ່າງກາຍຕ້ອງການຄວາມອົບອຸ່ນ.
  5. ປວດພື້ນຕີນ ໝາຍເຖິງປອດບໍ່ແຂງແຮງ
  6. ປວດຫົວເຂົ່າ
  • ປວດທາງນອກ ຂຶ້ນມາຮອດກະໂພກ ຫຼືເຫງົ້າກົກຂາ ໝາຍເຖິງຖົງນ້ຳບີຂຸ້ນ ດື່ມນ້ຳໜ້ອຍໂພດ ຫຼືລະບົບດູດຊຶມບໍ່ຄ່ອຍດີ ອັນເນື່ອງມາຈາກການກິນອາຫານຂົ້ວດ້ວຍນ້ຳມັນພືດ ນ້ຳມັນພືດທີ່ຜ່ານຄວາມຮ້ອນຈະແປສະພາບໜຽວຕິດລຳໄສ້ ເຮັດໃຫ້ສານອາຫານແລະນ້ຳ ຊຶມຜ່ານບໍ່ໄດ້.
  • ປວດດ້ານໜ້າ ໝາຍເຖິງກະເພາະອາຫານບໍ່ດີ ກິນອາຫານບໍ່ຖືກເວລາ ຫຼືມີຄວາມວິຕົກກັງວົນເລື້ອຍໆ
  • ປວດດ້ານໃນ (ດ້ານເຂົ່າຖູກັນ) ໝາຍເຖິງບັນຫາຈາກ ມ້າມ / ເບົາຫວານ / ຕຸ້ຍ / ຕັບ / ຂີ້ໃຈຮ້າຍ / ກິນຫວານ / ມີສານພິດ / ກິນລົດຈັດ / ໝາກໄຂ່ຫຼັງ / ຫຼືກິນອາຫານຜັດນ້ຳມັນ.
  • ປວດຕາມຂໍ້ ປວດເຂົ່າ ໃຫ້ຕື່ນເຊົ້າເອົານ້ຳເຢັນຫົດຕາມຂໍ້ ສະຫຼາຍຫິນປູນເກາະຕິດໄດ້ ກະຕຸ້ນການຂັບຖ່າຍພ້ອມ
  1. ປວດສະບັກຫຼັງ ປວດແອວ ໝາຍເຖິງຖົງນ້ຳບີຂຸ້ນ ຕ້ອງລ້າງລະບົບດູດຊຶມ
  2. ປວດກ້າມຊີ້ນໜ້າເອິກ ອາດຈະເກີດບັນຫາຫົວໃຈ, ໝາກໄຂ່ຫຼັງ ຫຼືກະເພາະອາຫານບໍ່ແຂງແຮງ
  3. ມີອາການຕຶງບໍລິເວນລຸ່ມນົມເບື້ອງຂວາ ໝາຍເຖິງນ້ຳເຫຼືອງບໍ່ດີ ສາເຫດມາຈາກມີອາຈົມຄ້າງຫຼາຍ ຫຼືຂັບຖ່າຍບໍ່ໝົດເປັນປະຈຳ ໃຫ້ຫາທາງລະບາຍ ແອບຂັບຖ່າຍຕອນ 7 ໂມງເຊົ້າ ແລະກິນຂີ້ມິ້ນຕອນ 9 ໂມງ ຊ່ວຍເລື່ອງນ້ຳເຫຼືອງໄດ້ດີ.
  4. ປວດຫຼັງ ມາຈາກທ່ານັ່ງທີ່ບໍ່ຖືກຕ້ອງ ຫຼືຄວາມຊຸ່ມຂອງຜິວໜັງ ຫຼືຍ້ອນຄວາມວິຕົກກັງວົນ ຫຼືເປັນໜິ້ວ ລົມໃນທ້ອງຫຼາຍ ດັນໝວກໄຂ່ຫຼັງໃຫ້ຄົດ.
  5. ປວດດ້ານຂ້າງນອກຝາຕີນ ເປັນອາການຂອງຕັບບໍ່ດີ ຖົງນ້ຳບີຂຸ້ນ ນອນບໍ່ຫຼັບ ເຈັບຫູ ໄມເກຣນ
  6. ກົດກາງຝາມື ຖ້າປວດສະແດງວ່າຫົວໃຈໃຫຍ່ ເຍື່ອຫຸ້ມຫົວໃຈອັກເສບ
  7. ກົດກ້ອງນິ້ວຊີ້ ຖ້າເຈັບສະແດງວ່າລະບົບຍ່ອຍ ຕັບ ກະເພາະບໍ່ດີ
  8. ກົດໃຕ້ຮ່ອງນິ້ວນາງກັບກ້ອຍ ຈຸດເສັ້ນຫົວໃຈຖ້າເຈັບ ໝາຍເຖິງກ້າມຊີ້ນຫົວໃຈບໍ່ແຂງແຮງ
  9. ນິ້ວກາງລັອກ ໝາຍເຖິງມີໄຂມັນໃນເລືອດສູງ ເກີດຈາກຕື່ນເຕັ້ນເລື້ອຍໆ ກິນອາຫານທີ່ມີຄໍເລັສເຕີລອນສູງ ກິນຂອງຫວານທີ່ມີນ້ຳຕານຫຼາຍ ຕ້ອງກິນນ້ຳສົ້ມພໍດີ(ກະຈຽບ) ນ້ຳກະທັນຈີນ.
  10. ປວດຂໍ້ມືໃຕ້ນິ້ວໂປ້ ໝາຍເຖິງການມີອາຈົມຄ້າງໃນລຳໄສ້ໃຫຍ່ຫຼາຍ ຄວນແກ້ໄຂດ້ານການຂັບຖ່າຍ ການມີອາຈົມຄ້າງຢູ່ເປັນປະຈຳຍັງຈະເປັນບັນຫາໃຫ້ມີກິ່ນປາກ ກິ່ນໂຕ ແລະອາດຈະໄປລົບກວນການເຮັດວຽກຂອງຕັບອ່ອນໃນການຜະລິດອິນຊູລິນ ອັນເປັນຕົ້ນເຫດຂອງເບົາຫວານ.
  11. ຕາກຸ້ງຍິງ ແກ້ໂດຍການເບິ່ງຫຼັງຈະມີຕຸ່ມຄ້າຍຄືສິວເກີດຂຶ້ນ ໃຫ້ສະເກັດອ່ອນແລ້ວຕາກຸ້ງຍິງຈະຫາຍໄປເອງ.
  12. ມືສັ່ນ ເກີດຈາກມີນ້ຳມັນຕິດລຳໄສ້ສູງຫຼາຍ ເຊິ່ງເກີດຈາກການກິນອາຫານຂົ້ວດ້ວຍນ້ຳມັນ ແລະມີອາການຕື່ນເຕັ້ນເລື້ອຍໆ.
  13. ເລັບມີດອກ ໝາຍເຖິງເລືອດຈາງ
  14. ເຫື່ອອອກງ່າຍ ເຫື່ອອອກຝາມື ໂຕເຢັນ ເກີດຈາກຫົວໃຈບໍ່ແຂງແຮງ ຫຼືຮໍໂມນບໍ່ປົກກະຕິ ດື່ມນ້ຳກະຊາຍ ກິນຫົວໃຈໝູຕົ້ມ ເຂົ້າໜຽວກັບລຳໄຍແຫ້ງ ຊ່ວຍບຳລຸງຫົວໃຈ.
  15. ຂີ້ຮ້ອນ ເກີດຈາກໝາກໄຂ່ຫຼັງຊ້າຍເສື່ອມ ກະທົບເຖິງສະໝອງຊີກຂວາ ເຊິ່ງເຮັດໜ້າທີ່ກ່ຽວກັບການຈິນຕະນາການ ສິລະປະ ຫຼືຂາດຮໍໂມນເອສໂຕຣເຈນ ຫຼືຖືກຄວາມເຢັນຕອນ 9-11 ໂມງກາງຄືນ ລະບົບຄວາມຮ້ອນໃນຮ່າງກາຍບົກພ່ອງ.
  16. ຂີ້ໜາວ ໝາຍເຖິງໝາກໄຂ່ຫຼັງຂວາເສື່ອມ ຈະກະທົບເຖິງການເຮັດວຽກຂອງສະໝອງຊີກຊ້າຍ ທີ່ເຮັດໜ້າທີ່ຈື່ຈຳ ຄິດໄລ່ ຈັບປະເດັນ ສາເຫດຈາກການຖືກຄວາມເຢັນ 9-11 ໂມງກາງຄືນ.
  17. ເວລາຫິວເຂົ້າ ຈະຫິວແຮງຈົນອົດບໍ່ໄດ້ ອາດຈະກຳລັງເປັນເບົາຫວານ
  18. ມືນຊາ ຕາມແຂນຂາ ເກີດຈາກເລືອດໄຫຼວຽນບໍ່ດີ ຫຼືມີພະຍາດ ເລືອດໜ້ອຍ ຫຼືບໍ່ກິນເຂົ້າທີ່ມີວິຕາມິນ(ເຂົ້າຊ້ອມມື) ນ້ຳຊີວະພາບ.
  19. ເປັນຕະຄິວ (ແຄ່ງຂາປັ້ນ) ເກີດຈາກຫົວໃຈບໍ່ແຂງແຮງ ໃຫ້ງົດເວັ້ນການກິນຖົ່ວ ເຂົ້າໜຽວ ແລະຂອງດອງ
  • ຕະຄິວບົກ ຂາດໂປແຕສຊ່ຽມ ໃຫ້ກິນຈຳພວກໝາກໄມ້ສົດຫຼາຍໆ
  • ຄະຄິວນ້ຳ ໃຫ້ດື່ນ້ຳເກືອ (ເກືອໃສ່ແກງ 1 ບ່ວງກາເຟ ລະລາຍໃນນ້ຳອຸ່ນແລ້ວດື່ມ)
  1. ບໍ່ກິນອາຫານເຊົ້າ ຈະເຮັດໃຫ້ສະໝອງເສື່ອມ ຜົມຫຼົ່ນງ່າຍ ໜ້າເຖົ້າໄວ ຄໍອັກເສບງ່າຍ ຮ້ອນໃນ ປວດບ່າໄຫຼ່ ກ້າມຊີ້ນແຫຼວ ກະດູກຄໍ ກະດູກແອວເຄື່ອນງ່າຍ ເຂົ່າບໍ່ດີ ບີແຄ່ງແຫຼວ ປວດຄໍແຄ່ງ ຫງຸດຫງິດ ຂີ້ໃຈຮ້າຍ
  2. ກິ່ນໂຕ ເກີດຈາກລຳໄສ້ໃຫຍ່ສົກກະປົກ ມີສິ່ງຕົກຄ້າງຫຼາຍ ແລ້ວຊຶມເຂົ້າລະບົບເລືອດ ແລະອອກທາງເຫື່ອ ປາກ ແລະລົມຫາຍໃຈ.
  3. ອຳມະພຶກ ອຳມະພາດ ສ່ວນຫຼາຍເກີດຈາກທ້ອງຜູກ ການຂັບຖ່າຍບໍ່ດີ ເສັ້ນເລືອດຕີບ ເວລາເບິ່ງຖ່າຍຈະເພິ່ມອັນຕະລາຍຈາກການຄັ່ງຄ້າງຂອງເລືອດ ເຮັດໃຫ້ເກີດເສັ້ນເລືອດຕີບຕັນ ຫຼືແຕກ ໝົດຄວາມຮູ້ສຶກແລະລົ້ມລົງ (ຄົນມັກເຂົ້າໃຈຜິດວ່າລົ້ມແລ້ວຈຶ່ງເຮັດໃຫ້ເສັ້ນເລືອດແຕກ) ຄວນປ້ອງກັນດ້ວຍການດື່ມນ້ຳສົ້ມພໍດີ (ນ້ຳກະຈຽບ) ນ້ຳກະທັນຈີນ ເພື່ອຂະຫຍາຍເສັ້ນເລືອດ ຫຼືກິນເຂົ້າປຽກນ້ຳໝາກຫຸ່ງ ປະມານ 7-10 ວັນອາການຈະດີຂຶ້ນ (ວິທີເຮັດເຂົ້າປຽກນ້ຳໝາກຫຸ່ງຄື ເອົາໝາກຫຸ່ງມາເຄິ່ງໜ່ວຍ ຕັດສົ້ນແຫຼມມັນອອກ ເອົາແກ່ນມັນອອກ ແລ້ວປາດທັງເປືອກເປັນລູກເຕົາຄືກັບ ປາດໝາກໂຕ່ນ ຕົ້ມນ້ຳດຽວຈົນນຸ່ມ ແລ້ວເອົາແຕ່ນ້ຳມາຕົ້ມເຂົ້າປຽກ ຈະເປັນເຂົ້າຊ້ອມມື ຫຼືເຂົ້າກ້ອງຍິ່ງດີ ຫຼືຈະໃສ່ໃບເຕີຍນຳກໍໄດ້).
  4. ອະໄວຍະວະທີ່ສຳພັນກັນ ຮິມສົບກັບມ້າມ ຖ້າໃຊ້ລິບສະຕິກທີ່ມີສານເຄມີ ຈະເຮັດໃຫ້ມ້າມບໍ່ແຂງແຮງ ຜະລິດໄຂມັນຂຶ້ນມາຫຼາຍ ເຮັດໃຫ້ຕຸ້ຍ.
  5. ຫູກັບໝາກໄຂ່ຫຼັງ ຫູບໍ່ດີ ບໍ່ຄ່ອຍໄດ້ຍິນ ເປັນການສະແດງເຖິງໝາກໄຂ່ຫຼັງບໍ່ແຂງແຮງ.
  6. ລິ້ນກັບຫົວໃຈ ອາການຂອງລິ້ນບົ່ງບອກເຖິງຄວາມບໍ່ແຂງແຮງຂອງຫົວໃຈ.
  7. ສາຍຕາກັບຕັບ ລວມທັງເສັ້ນຜົມ ແລະເສັ້ນເອັນ ຕັບບໍ່ແຂງແຮງຈະເຮັດໃຫ້ສາຍຕາເສື່ອມໂຊມ ຜົມຫງອກ ແລະເສັ້ນເອນຢ່ອນຍານ.

ຂອບໃຈຂໍ້ມູນຈາກກ: ໄຂ່ຈິວ

1 COMMENT

Comments are closed.