Homeຂ່າວການພັດທະນາລັດຈະໃຫ້ເສຍພາສີ-ອາກອນ ຜ່ານລະບົບທັນສະໄໝ ຫລີກເວັ້ນການຈ່າຍເງິນສົດ ປ້ອງກັນການຮົ່ວໄຫລ!

ລັດຈະໃຫ້ເສຍພາສີ-ອາກອນ ຜ່ານລະບົບທັນສະໄໝ ຫລີກເວັ້ນການຈ່າຍເງິນສົດ ປ້ອງກັນການຮົ່ວໄຫລ!

Published on

ຂປລ. ລັດຖະບານ​ລາວ ວາງ​ແຜນ​ປະຕິ​ຮູບການ​ເກັບ​ພາສີ-ອາກອນ ​ເຂົ້າ​ງົບປະມານ​ແຫ່ງ​ລັດ​ ໃຫ້​ມີ​ປະສິດ​ທິຜົນ​ສູງ​ຂຶ້ນ ​ແລະ ຫລຸດຜ່ອນ​ການ​ຮົ່ວ​ໄຫລ​ງົບປະມານ​ຂອງ​ລັດ ​ໃຫ້​ຫລຸດ​ໜ້ອຍ​ຖອຍ​ລົງ​ ດ້ວຍ​ວິທີ​ບໍ່​ໃຫ້​ເຈົ້າ​ໜ້າ​ທີ່​ຮັບ​ເງິນສົດຈາກ​ຜູ້​ປະກອບ​ການ, ນັກທຸລະກິດ ​ແລະ ຊາວ​ຄ້າ-ຂາ​ຍຍ່ອຍ​ອື່ນໆ ຂະນະ​ທີ່​ແຜນປະຕິ​ຮູບ​ດັ່ງກ່າວ​ນີ້, ກະຊວງ​ການ​ເງິນ​ ໄດ້​ບັນຈຸ​ເຂົ້າ​ຮ່າງ​ແຜນ​ງົບປະມານ​ແຫ່ງ​ລັດ 5 ປີ​ ຄັ້ງ​ທີ 8 (2016-2020).

ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງ​ການ​ເງິນ ​​ໄດ້​ເປີດ​ເຜີຍຢູ່​ກອງ​ປະຊຸມກວດກາ ​ແລະ ​ສະຫລຸບ​ຕີ​ລາຄາ​ແຜນ​ງົບປະມານ ​ແຫ່ງ​ລັດ​ວ່າ: ກະຊວງ​ຕົນ​ເອງ ​ໄດ້ຮ່າງ​ແຜນງົບປະມານ​ແຫ່ງ​ລັດ 5 ປີຄັ້ງ​ທີ 8 (2016-2020)​​ ໂດຍ​ໄດ້​ສຸມ​ໃສ່ວຽກ​ຫັນ​ເປັນ​ທັນ​ສະ​ໄໝ ​ຂອງ​ຂະ​ແໜງ​ການ​ເງິນ​ຄື: ​ພາສີ​ ຕ້ອງຍົກ​ສູງ​ປະສິດທິພາບ​ ໃນ​ການ​ເກັບ​ລາຍ​ຮັບ​​ເຂົ້າ​ງົບປະມານ, ສືບ​ຕໍ່ພັດທະນາ ລະບົບ​ແຈ້ງ​ເສຍ​ພາສີ​ແບບ​ອັດຕະ​ໂນ​ມັດ (ອາຊີ​ກູ​ດາ) ​ແລະ ສືບ​ຕໍ່​ພັດທະນາ​ຊຳລະ​ພາສີ​-ອາກອນ ທີ່​ທັນ​ສະ​ໄໝ ຜ່ານບັດ​ສະມາດ (Smartcard) ​ເພື່ອ​ອໍານວຍຄວາມ​ສະດວກ​ ໃຫ້​ແກ່​ຜູ້​ເສຍ ​ພາສີ-ອາກອນ ທົດ​ແທນ​ກາ​ນ​ໃຊ້ເງິນສົດ ຜ່ານ​ບັດ​ຮູດ​ເງິນຂອງ​ ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ​ແລະ ​ໂອນ​ເຂົ້າ​ບັນຊີ​ເງິນ​ຝາກຂອງ​ຄັງ​ເງິນ​ແຫ່ງ​ຊາດ. ພ້ອມ​ກັນ​ນັ້ນ​, ຈະ​ໄດ້​ຄົ້ນ​ຄ້ວາປຶກສາ​ຫາລື​ກັບ​ ທະນາ​ຄານ​ທຸລະ​ກິດ​ລັດ ​ເພື່ອ​ສຶກສາ​ຄວາມ​ອາດ​ສາມາດ​ ໃນ​ການ​ບໍລິການ​ຢູ່​ບັນ​ດາ​ດ່ານ​ພາສີ​ຊາຍ​ແດນ ​ແລະ ຜັນ​ຂະຫຍາຍລະບົບ​ທັນ​ສະ​ໄໝ​ດັ່ງກ່າວ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ໃນ​ປີ 2020.

ສ່ວນວຽກງານ​ສ່ວຍ​ສາ​ອາກອນ​ ແມ່ນ​ຈະ​ໄດ້​ສືບ​ຕໍ່​ພັດທະນາ ​ລະບົບ​ແຈ້ງ​ເສຍ​ອາກອນ​ ດ້ວຍ​ລະບົບ​ທີ່​ທັນ​ສະ​ໄໝ (ແຈ້ງ​ເສຍ​ອາກອນ ​ຜ່ານ​ເວັບ​ໄຊ, ມອບ​ອາກອນ​ຜ່ານ​ລະບົບ​ທະນາຄານ) ຢູ່​ໃນ 5 ຈຸດ ​ຄື: ກົມ​ສ່ວຍ​ສາ​ອາກອນ ນະຄອນຫລວງ​ວຽງ​ຈັນ, ​ແຂວງ​ບໍລິ​ຄຳ​ໄຊ, ຄຳ​ມ່ວນ, ສະຫວັນ​ນະ​ເຂດ ​ແລະ ​ແຂວງຫລວງ​ພະ​ບາງ. ຄາດ​ວ່າ​ຮອດ​ປີ 2020 ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ໄປ​ແຂວງ​ອື່ນໆ ​ແລະ ​ເຊື່ອມ​ຕໍ່​ລະຫວ່າງ ​ຂະ​ແໜງສ່ວຍ​ສາ​ອາກອນ, ທະນາຄານ, ຄັງ​ເງິນ ​ແລະ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ. ການປັບປຸງ​ກົນ​ໄກ​ການ​ບໍລິການ ໃຫ້​ແກ່​ຜູ້​ປະກອບ​ການ​ ໃຫ້​ສະດວກ​ວ່ອງ​ໄວ ​ເປັນ​ຕົ້ນການ​ບໍລິການ​ ໃນ​ຂອດຕ່າງໆ​ວ່ອງ​ໄວ​ຂຶ້ນ ​ໂດຍ​ສະ​ເພາະ​ການຕໍ່​ທະບຽນ, ຍື່ນ​ບົດ​ສະຫລຸບ​ປະຈຳ​ປີ ​ເພື່ອ​ອອກ​ໃບ​ຢັ້ງຢືນ​ການ​ມອບ​ພັນທະ ​ແລະ ການ​ໃຫ້ການ​ບໍລິການໃຫ້​ຜູ້​ປະກອບ​ການ​ ດ້ານ​ລະ​ບຽບກົດໝາຍ​ ສ່ວຍ​ສາອາກອນ ​ໃນ​ຈຸດ​ທີ່ພົວພັນ​ເຖິງ​ການ​ບໍລິການ​ປະຕູ​ດຽວ, ພັດທະນາ​ລະບົບ​ການ​ສັງ​ລວມລາຍ​ຮັບ​ ສ່ວຍ​ສາ​ອາກອນ​ເຂົ້າ​ໃນ​ລະບົບ​ໂປຣ​ແກມ, ສ້າງ​ລະບົບ​ລາຍ​ງານໃຫ້ມີ​ຄວາມ​ຖືກຕ້ອງຊັດ​ເຈນ ​ແລະ ທັນ​ເວລາ ​ເຊິ່ງບັນຫາ​ທັງ​ໝົດ​ນັ້ນ ແມ່ນຄວາມ​ພະຍາຍາມ​ຂອງ​ ພັກ-ລັດຖະບານ​ ເພື່ອ​ກ້າວ​ລະບົບ​ເຊື່ອມ​ໂຍງກັບ​ສາກົນ, ​ເນັ້ນ​ໃສ່​ຄຸນ​ນະພາ​ບ, ຄວາມ​​ໂປ່​ງ​ໃສ່, ການ​ບໍລິການ ​ວ່ອງ​ໄວ​ຖືກຕ້ອງ ​ແລະ ຫລຸດ​ການ​ຮົ່ວ​ໄຫລ​ງົບປະມານຂອງ​ລັດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...