Homeປະເພນີ-ວັດທະນະທຳການເຮັດບຸນ ໃນທາງ “ພຸດທະສາສະໜາ”

ການເຮັດບຸນ ໃນທາງ “ພຸດທະສາສະໜາ”

Published on

ໃນທີ່ນີ້ ຂໍໃຊ້ຄຳສັບ “ທຳ”ວ່າ “ທັມ” ຕາມວັດວາສາສະໜາເພິ່ນມັກໃຊ້

ໃນທາງພຸດທະສາສະໜານັ້ນ ການເຮັດບຸນທຳທານແມ່ນມີຫລາຍຢ່າງດ້ວຍກັນ ຫລາຍໆຄົນຄົງໄດ້ຍິນຄຳວ່າ “ບຸນກິລິຍາວັດຖຸ 10” ກັນມາແລ້ວ ຫລືອາດຈະບໍ່ເຄຍໄດ້ຍິນ ບາງຄົນໄດ້ຍິນໄດ້ຟັງມາ ແຕ່ວ່າບໍ່ເຂົ້າໃຈໃນຄວາມໝາຍນີ້ກໍມີ ມື້ນີ້ ພວກເຮົາມາຮຽນຮູ້ຄວາມກະຈ່າງແຈ້ງນຳກັນ.

“ບຸນກິລິຍາວັດຖຸ” ຕາມຄຳສັບພົດຈະນານຸກົມ ສະບັບປະມວນທັມຂອງພະພົມຄຸນາພອນ (ປ.ອ ປະຍຸດໂຕ) ໃຫ້ຄວາມໝາຍໄວ້ວ່າ : ແມ່ນບ່ອນຕັ້ງແຫ່ງການເຮັດບຸນ, ທາງເຮັດຄວາມດີ) ບຸນກິລິຍາວັດຖຸນັ້ນ ປະກອບໄປດ້ວຍ 10 ຢ່າງດັ່ງຕໍ່ໄປນີ້ :

  1. ທານະໄມ : ເຮັດບຸນດ້ວຍການບໍລິຈາກຊັບວັດຖຸສິ່ງຂອງ ມີປັດໄຈສີ່ເປັນຕົ້ນ ແລະໃຫ້ຄວາມຮູ້ໃນຫລັກສິນທັມ, ວິຊາການ, ຄວາມຮູ້, ຄວາມສາມາດຕ່າງໆເປັນທານ.
  2. ສິລະໄມ : ເຮັດບຸນດ້ວຍການຮັກສາກາຍ, ວາຈາ ແລະຈິດໃຈ ໃຫ້ຕັງຢູ່ໃນສິນກິນໃນທັມ.
  3. ພາວະນາໄມ : ເຮັດບຸນດ້ວຍການພິຈາລະນາໃຫ້ເກີດຄວາມຮູ້ສະຕິປັນຍາໃນທັມ.
  4. ອະປະຈາຍະນາຍະໄມ : ເຮັດບຸນດ້ວຍການສະແດງຄວາມອ່ອນນ້ອມຖ່ອມຕົນ.
  5. ໄວຍາວັດຈະໄມ : ເຮັດບຸນດ້ວຍການຂົນຂວາຍແບ່ງເບົາ ສຸກ-ທຸກ.
  6. ປັດຕິທານະໄມ : ເຮັບຸນດ້ວຍການແນະນຳຄົນອື່ນໃຫ້ເຮັດແຕ່ຄວາມດີ.
  7. ປັດຕານຸໂມທະນາໄມ : ເຮັດບຸນດ້ວຍການໄປຮ່ວມສະແດງຄວາມຍິນດີໃນຍາມສຸກ-ທຸກ.
  8. ທັມມັດສະວະນະໄມ : ເຮັດບຸນດ້ວຍການຟັງໃນສິ່ງທີ່ເປັນມົງຄຸນ.
  9. ທັມມະເທສະນາໄມ : ເຮັດບຸນດ້ວຍການອົບຮົມສັ່ງສອນສິນທັມໃຫ້ແກ່ຄົນອື່ນ.
  10. ທິດຖຸສຸກັມມະ : ເຮັດບຸນດ້ວຍການສະແດງຄວາມຄິດຄວາມເຫັນໃນທາງທີ່ທ່ຽງກົງ.

 

ເອກະສານອ້າງອີງ :

ປຶ້ມສະຖາບັນວິທະຍາສາດສັງຄົມແຫ່ງຊາດ ບັນດາສາສະໜາທີ່ຄົງຕົວຢູ່ ສ.ປ.ປ ລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...