Homeປະເພນີ-ວັດທະນະທຳເປັນຫຍັງຈຶ່ງຕ້ອງ “ງົດເວັ້ນເຫລົ້າເຂົ້າພັນສາ”

ເປັນຫຍັງຈຶ່ງຕ້ອງ “ງົດເວັ້ນເຫລົ້າເຂົ້າພັນສາ”

Published on

 

20131126195455628ຊີວິດຂອງຄົນລາວເຮົານັ້ນຜຸກພັນກັບສາສະໜາມາຕັ້ງແຕ່ເກີດຈົນຮອດຕາຍ ໂດຍສະເພາະກໍແມ່ນສາສະໜາພຸດ ທີ່ເປັນສາສະໜາຂອງປະຊາຊົນສ່ວນໃຫຍ່. ໃນນັ້ນ ປະຊາຊົນທົ່ວໆໄປ ມັກໃຊ້ວັນສຳຄັນຕ່າງໆທາງສາສະໜາ ໃນແຕ່ລະເດືອນ ເພື່ອເລີ່ມຕົ້ນເຮັດສິ່ງດີໆ ຫລືໃໝ່ໆ (ອາດ) ຈະ ຫລຸດ, ລະ, ເລີກ ບໍ່ເຮັດໃນສິ່ງທີ່ຈະນຳມາເຊິ່ງຄວາມເສື່ອມເສຍຂອງຊີວິດ.

ຍົກຕົວຢ່າງ ກໍແມ່ນມື້ເຂົ້າພັນສາ ທີ່ພໍ່ແມ່ເຖົ້າແກ່ ເລີ່ມຕັ້ງປະນິທານໃນໃຈວ່າ ຈະເຮັດສິ່ງນັ້ນສິ່ງນີ້ໃຫ້ໄດ້ ຫລືສົ່ງເສີມລູກຫລານຜູ້ທີ່ມີອາຍຸຕາມເກນ ທີ່ຈະໄດ້ບວດເປັນພະ ຫລືສາມະເນນ ເຮັດຕາມປະເພນີທີ່ປະຊາຊົນຄົນລາວສືບທອດກັນມາແຕ່ບູຮານນະການ ມີຄວາມເຊື່ອອີກຢ່າງໜຶ່ງວ່າ ຈະໄດ້ບຸນກຸສົນຫລາຍ. ແຕ່ເວົ້າແນວນັ້ນກໍບໍ່ໄດ້ໝາຍຄວາມວ່າ  ຄົນທີ່ບໍ່ພ້ອມບວດທາງກາຍ ຈະບວດບໍ່ໄດ້ ແຕ່ສຳຄັນເໜືອອື່ນໃດ ກໍສາມາດ “ບວດໃຈ” ໄດ້ຄືກັນ ໂດຍການຕັ້ງຈິດອະທິຖານວ່າ ຈະ “ຢຸດ, ຫລຸດ, ລະ, ເລີກ, ຫລີກເວັ້ນຈາກອະ ບາຍຍະມຸກທັງຫລາຍແລ”.

ຄົນທົ່ວໄປມັກພາກັນນິຍົມເຫີ່ແຕ່ສະເພາະ “ຢຸດເຫລົ້າເພື່ອເຂົ້າພັນສາ” ແຕ່ໃນຄວາມຈິງແລ້ວ ຢຸດໄປຕະຫລອດຊີວິດເລີຍ ແຮ່ງເປັນການດີທີ່ສຸດ ແລະໄດ້ບຸນມາກມາຍມະຫາສານນຳອີກດ້ວຍ. ເພາະວ່າບຸນຄືຄວາມສຸກກາຍ ສະບາຍໃຈ, ຄວາມອີ່ມເອີບໃນຫົວໃຈ……

ການ “ຢຸດເຫລົ້າເພື່ອເຂົ້າພັນສາ” ໂດຍສະເພາະສາມເດືອນຕໍ່ໄປນີ້ ນອກຈາກຈະເປັນການປະຕິບັດບູຊາຕໍ່ສາສະໜາທີ່ຕົນເອງເຄົາລົບແລ້ວ ຍັງເປັນໂອກາດດີທີ່ເຮົາຈະໃຊ້ເປັນຂໍ້ອ້າງທາງສັງຄົມ “ຢຸດດື່ມໃນງານສ້າງສັນຕ່າງໆ ທີ່ມີເຫລົ້າເປັນໂຕການໃນງານນັ້ນ ແລະເປັນເວລາທີ່ເຮົາຄວນຈະເລີ່ມຕົ້ນເຮັດສິ່ງດີໆເພື່ອຊີວິດ ມອບຂອງຂວັນໃຫ້ແກ່ຄອບຄົວອັນແສນຮັກແສນແພງຂອງເຮົາ.

            ຂໍໃຫ້ທຸກຄົນ ຈົ່ງມີຄວາມສຳເລັດໃນໜ້າທີ່ການງານ ແລະມີຄວາມສຸກສົມຫວັງໃນຊີວິດ

ສາທຸ! ສາທຸ! ສາທຸ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...