Homeຂ່າວຕ່າງປະເທດມາ​ເລ​ເຊຍ-​ສິງກະ​ໂປ​ລົງ​ນາມ​ໂຄງການ​ລົດ​ໄຟ​ຫົວ​ກະສຸນ

ມາ​ເລ​ເຊຍ-​ສິງກະ​ໂປ​ລົງ​ນາມ​ໂຄງການ​ລົດ​ໄຟ​ຫົວ​ກະສຸນ

Published on

ມາ​ເລ​ເຊຍ ​ແລະ ສິງກະ​ໂປ​ລົງ​ນາມ​ຂໍ້​ຕົກລົງ​ສ້າງ​ທາງ​ລົດ​ໄຟ​ຫົວ​ກະສຸນ​ເຊື່ອມ​ຕໍ່​ສອງ​ປະ​ເທດ ຊຶ່ງ​ເປັນ​ໂຄງການ​ທຳ​ອິດ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້​.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ທາງ​ລົດ​ໄຟ​ຫົວ​ກະສຸນ​ມີ​ຄວາມ​ຍາວ 350 ກິ​ໂລ​ແມັດ ຈະ​ເຊື່ອມ​ຕໍ່​ສິງກະ​ໂປ​ກັບ​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ດ້ວຍ​ເວລາ​ໃນ​ການ​ເດີນທາງ​ພຽງ 90 ນາທີ ທຽບ​ກັບ​ການ​ເດີນທາງ​ທາງ​ຖະໜົນ​ໃນ​ປະຈຸ​ບັນ​ໃຊ້​ເວລາ​ບໍ່​ຕໍ່າ​ກວ່າ 5 ຊົ່ວ​ໂມງ ​ເຈົ້າ​ໜ້າ​ທີ່​ທັງ​ສອງ​ຝ່າຍ​ລົງ​ນາມ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຢູ່​ທີ່​ນະຄອນ​ປຸຕຣາຈາ​ຍາ​ຂອງ​ມາ​​ເລ​ເຊຍ​ໃນ​ວັນ​ທີ 19 ກໍລະກົດ​ທີ່​ຜ່ານ​ມາ ​ເພື່ອ​ປູ​ທາງ​ສູ່​ການ​ເຈລະຈາ​ໃນ​ລາຍ​ລະອຽດ ​ແລະ ​ເປີດ​ໃຫ້​ບໍລິສັດ​ຕ່າງປະ​ເທດ​ເຂົ້າ​ມາ​ຮ່ວມ​ປະມູນ​ຕໍ່​ໄປ ​ແຕ່​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ຄ່າ​ໃຊ້​ຈ່າຍ​​ໃນ​ການ​ກໍ່ສ້າງ ນັກວິ​ເຄາະ​ຄາດ​ຄະ​ເນ​ວ່າ ຈະ​ສູງ​ເຖິງ 15 ຕື້​ໂດ​ລາ​ສະຫະລັດ ຕັ້ງ​ເປົ້າ​ໝາຍ​ໃຫ້​ບໍລິການ​ໄດ້​ພາຍ​ໃນປີ 2026.

ທ່ານ ນາ​ຈິບ ຣາຊັກ ນາຍົກລັດຖະມົນຕີຂອງມາ​ເລ​ເຊຍ​ກ່າວ​ລະຫວ່າງ​ຖະ​ແຫຼ​ງຂ່າວ​ຮ່ວມ​ກັບ​ທ່ານ ລີ ຊຽນລຸງ ນາຍົກລັດຖະມົນຕີຂອງສິງກະ​ໂປ​ທີ່​ສະ​ເໜີ​ແນວ​ຄິດ​ນີ້​ຮ່ວມ​ກັນ​ໃນ​ປີ 2013 ວ່າ ​ໂຄງການ​ລົດ​ໄຟ​ຄວາມ​ໄວ​ສູງ​ນີ້​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ເດີນທາງ​ໄດ້​ຢ່າງ​ວ່ອງ​ໄວ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...