Homeຂ່າວທ້ອງຖິ່ນຄຳມ່ວນ ປະກາດເລຂາຄະນະພັກຮາກຖານພະແນກກະສິກຳ

ຄຳມ່ວນ ປະກາດເລຂາຄະນະພັກຮາກຖານພະແນກກະສິກຳ

Published on

ວັນ​ທີ 18 ກໍ­ລະ­ກົດ ຜ່ານ​ມາ​ໄດ້​ມີ​ພິ­ທີ​ປະ­ກາດ​ແຕ່ງ­ຕັ້ງ​ສະ­ຫາຍ ບຸນ​ຈັນ ໄຊ​ປັນ­ຍາ ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ​ປ່າ­ໄມ້ ແຂວງ​ຄຳ​ມ່ວນເປັນ​ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ​ພະ​ແນກ​ກະ­ສິ­ກຳ ແລະ​ປ່າ­ໄມ້​ແຂວງ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ລັງ­ສີ ຄະ­ນະ​ປະ­ຈຳ​ພັກ​ແຂວງ​ຫົວ­ໜ້າ​ຄະ ນະ​ຈັດ​ຕັ້ງ​ແຂວງ, ມີ​ຄະ­ນະ​ພະ​ແນກ​ກະ­ສິ­ກຳ ແລະ​ປ່າ­ໄມ້​ແຂວງ ແລະ​ພາກ­ສ່ວນ ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ .

ສະ­ຫາຍ ບຸນ​ຈັນ ໄຊ​ປັນ­ຍາ ກໍ​ໄດ້​ລາຍງານ​ສະ­ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ທີ່​ພົ້ນ​ເດັ່ນ​ໃນ​ຂົງ­ເຂດ​ກະ­ສິ­ກຳ ແລະປ່າ­ໄມ້​ໂດຍ​ສັງ­ເຂບ​ໃຫ້​ຄະ­ນະ​ພັກ​ຂັ້ນ​ເທິງ ໄດ້​ຮັບ​ຮູ້​ຫຼັງ​ຈາກ​ນັ້ນ​ສະ­ຫາຍ ນິ­ກອນ ພົມ​ວົງ­ສາ ຫົວ­ໜ້າ​ຂະ­ແໜງ​ກໍ່­ສ້າງ​ພັກ​ກໍ ໄດ້​ຜ່ານ​ມະ­ຕິ​ຕົກ­ລົງ​ຂອງ​ຄະ­ນະ​ປະ­ຈຳ ພັກ​ແຂວງ ສະ­ບັບ​ເລກ​ທີ 260/ຄປຈ.ຄມ ລົງ​ວັນ​ທີ 28 ມິ­ຖຸ­ນາ 2016 ວ່າ​ດ້ວຍ ການ​ບົ່ງ​ຕົວ​ແຕ່ງ­ຕັ້ງ​ສະ­ຫາຍ ບຸນ​ຈັນ ໄຊ ບັນ​ຍາ ເປັນ​ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ​ພະ​ແນກ​ກະ­ສິ­ກຳ ແລະ​ປ່າ­ໄມ້​ແຂວງ​ຄົນ​ໃໝ່ ຈາກ​ນັ້ນ​ສະ­ຫາຍ ພົມ­ມາ ພັນ­ທະ​ລັງ­ສີ ກໍ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ພິ­ທີ​ຊຶ່ງ​ສະ­ຫາຍ ໄດ້​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ຄະ­ນະ​ພັກ-ຄະ­ນະ​ພະ​ແນກ​ຕະ­ຫຼອດ​ເຖິງ​ພະ­ນັກ­ງານ​ທົ່ວ​ພະ​ແນກ​ທີ່​ສາ­ມາດ​ຍາດ​ໄດ້ ຜົນ­ງານ​ໃນ​ຫຼາຍ​ດ້ານ​ພ້ອມ​ນັ້ນ​ທ່ານ​ກໍ​ໄດ້​ເນັ້ນ​ໃຫ້​ຄະ­ນະ​ນຳ​ຂອງ​ພະ​ແນກ ຈົ່ງ​ໄດ້​ສືບ­ຕໍ່​ເອົາ­ໃຈ­ໃສ່​ສຶກ​ສາ​ອົບ­ຮົມ​ການ ເມືອງ​ແນວ​ຄິດ​ໃຫ້​ອ້າຍ​ນ້ອງ​ພະ­ນັກ­ງານ​ຢ່າງ​ເປັນ​ປົກ­ກະ­ຕິ​ໂດຍ​ສະ­ເພາະ​ແມ່ນ ການ​ປະ­ຕິ­ບັດ 5 ຫຼັກ­ການ 3 ທິດ​ນຳ​ຂອງ ພັກ​ເຮົາ​ວາງ​ອອກ. ຖື​ເອົາ​ຄວາມ​ສາ​ມັກ ຄີ​ພາຍ​ໃນ​ເປັນ​ບັນ­ຫາ​ກົກ​ຕິດ​ພັນ​ກັບ​ວຽກ​ງານ​ວິ­ຊາ​ສະ­ເພາະ, ຍົກ​ສູງ​ຄວາມ​ຮັບ​ຜິດ ຊອບ ແລະ​ເພີ່ມ​ລະ­ດັບ​ຄວາມ​ຮູ້-ຄວາມ ສາ­ມາດ​ໃຫ້​ສົມ​ຄູ່​ກັບ​ໜ້າ­ທີ່​ວຽກ​ງານ .

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...