Homeຂ່າວທ້ອງຖິ່ນສົ່ງອອກສິນຄ້າກະສິກຳໄຊຍະບັນລຸຮ້ອຍຕື້ກວ່າກີບ

ສົ່ງອອກສິນຄ້າກະສິກຳໄຊຍະບັນລຸຮ້ອຍຕື້ກວ່າກີບ

Published on

ການ​ປູກ​ພືດ​ເປັນ​ສິນ­ຄ້າ​ແຂວງ ໄຊ​ຍະ​ບູ​ລີ​ຍັງ​ຄົງ​ສືບ­ຕໍ່​ຂະ­ຫຍາຍ­ຕົວ​ດີ​ພໍ​ສົມ­ຄວນໂດຍ​ສະ­ເພາະ​ແມ່ນ​ການ​ປູກ​ສາ ລີ, ໝາກ­ເດືອຍ ແລະ​ມັນ­ຕົ້ນ​ອັນ​ໄດ້​ກາຍ­ເປັນ​ທີ່​ຕ້ອງ­ການ​ຢ່າງ​ຍິ່ງ​ຂອງ​ຕະ­ຫຼາດ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ ໂດຍ​ໃນ 9 ເດືອນ​ປີ​ນີ້​ມູນ​ຄ່າ​ສົ່ງ​ອອກ​ສິນ­ຄ້າ​ກະ­ສິ­ກຳ​ຂອງ​ແຂວງ​ບັນ­ລຸ ແລ້ວ 135,34 ຕື້​ກີບ.

ຕາມ​ຂໍ້​ມູນ​ການ​ລາຍ​ງານ​ຈາກ​ພະ​ແນກ​ກະ­ສິ­ກຳ ແລະ​ປ່າ­ໄມ້ ແຂວງ​ໄຊ​ຍະ​ບູ​ລີ​ໃຫ້​ຮູ້​ວ່າ: ການ​ປູກ​ພືດ​ເປັນ​ສິນ­ຄ້າ​ທົ່ວ ແຂວງ​ໄຊ​ຍະ​ບູ​ລີ ໃນ​ຜ່ານ​ມາ​ເຫັນ​ວ່າ​ມີ​ການ​ຂະ­ຫຍາຍ­ຕົວ​ດີ​ພໍ​ສົມ­ຄວນ​ສ່ວນ​ຫຼາຍ​ພືດ​ທີ່​ເປັນ​ຫຼັກ​ໃນ​ການ​ສົ່ງ​ອອກ​ແມ່ນ​ສາ­ລີ​ແຂງ, ໝາກ­ເດືອຍ, ມັນ­ຕົ້ນ ນອກ­ຈາກ​ນັ້ນ ຍັງ​ມີ​ພືດ ຕ່າງໆ​ເຊັ່ນ: ຖົ່ວ­ດິນ, ໝາກ­ໂມ, ໝາກ­ແຕງ​ຍີ່­ປຸ່ນ, ສາ­ລີ​ອາ ຫານ​ສັດ, ໝາກ­ເຜັດ ແລະ​ຖົ່ວ​ອື່ນໆ ອັນ​ເນື່ອງ​ຈາກ​ພືດ​ດັ່ງ ກ່າວ​ແມ່ນ​ມີ​ທ່າ­ແຮງ​ດ້ານ​ການ​ຕະ­ຫຼາດ​ຮອງ​ຮັບ​ໃນ​ລາ­ຄາ​ທີ່ ຊາວ​ກະ­ສິ­ກອນ​ຍອມ­ຮັບ​ໄດ້ ຊຶ່ງ​ສະ​ເເດງ​ອອກ​ຜົນ​ຜະ­ລິດ​ລະ ດູ​ແລ້ງ​ຜ່ານ​ມາ ຖົ່ວ­ດິນ​ຜະ­ລິດ​ໄດ້ 4,9 ພັນ​ໂຕນ, ສາ­ລີ ແຂງ ໄດ້ 3,9 ພັນ​ໂຕນ, ໝາກ­ໂມ 7,8 ພັນ​ກວ່າ​ໂຕນ ແລະ​ຢາ ສູບ 862 ໂຕນ.

ຈາກ​ການ​ຂະ­ຫຍາຍ­ຕົວ​ຂອງ​ການ​ຜະ­ລິດ​ດັ່ງ­ກ່າວ​ນັ້ນ​ໄດ້​ເຮັດ​ໃຫ້​ໃນ​ໄລ­ຍະ 9 ເດືອນ​ຜ່ານ​ມາ​ແຂວງ​ໄຊ​ຍະ​ບູ​ລີ ສາ­ມາດ​ສົ່ງ​ອອກ​ສິນ­ຄ້າ​ກະ­ສິ­ກຳ​ໄປ​ຕ່າງ­ປະ­ເທດ​ມີ​ມູນ​ຄ່າ​ທັງ​ໝົດ 16,91 ລ້ານ​ໂດ​ລາ ຫຼື ປະ­ມານ 135,34 ຕື້​ກີບ ໃນ​ນີ້ ເດັ່ນ​ກວ່າ​ໝູ່​ແມ່ນ​ພືດ​ສິນ­ຄ້າ​ທີ່​ໄດ້​ມີ​ການ​ເຊັນ​ສັນ­ຍາ SPS ເຊັ່ນ: ສາ­ລີ​ແຂງ 77,1 ພັນ​ໂຕນ, ມັນ­ຕົ້ນ 53,3 ພັນ​ໂຕນ, ໝາກ­ເດືອຍ 6,5 ພັນ​ໂຕນ ແລະ​ພືດ​ອື່ນໆ ເຊັ່ນ: ຖົ່ວ­ດິນ, ດອກ​ແຂມ, ໝາກ­ງາ, ໝາກ​ຕາວ, ປໍ​ສາ, ຂີ່ງ​ພັນ, ໃບ​ຢາ­ສູບ ບັນ­ດາ​ສິນ­ຄ້າ​ເຫຼົ່າ​ນີ້​ແມ່ນ​ໄດ້​ສົ່ງ​ອອກ​ດ່ານ​ສາ ກົນ​ພາຍ​ໃນ​ແຂວງ.

ນອກ­ຈາກ​ນີ້​ການ​ສົ່ງ​ອອກ​ພືດ​ກະ­ສິ­ກຳ​ໄປ​ຕ່າງ­ປະ­ເທດ​ແລ້ວ​ສຳ­ລັບ​ການ​ລ້ຽງ­ສັດ​ເປັນ​ສິນ­ຄ້າ​ກໍ​ຂະ­ຫຍາຍ­ຕົວ​ເຊັ່ນ​ກັນ ພ້ອມ​ມີ​ປັດ­ໃຈ​ໃໝ່​ເກີດ​ຂຶ້ນ​ກ້າວ​ໄປ​ສູ່​ການ​ລ້ຽງ​ແບບ ເປັນ​ຟາມ ໂດຍ​ຂະ­ນະ​ນີ້ ທົ່ວ​ແຂວງ​ມີ​ຟາມ​ລ້ຽງ​ໝູ 52 ຟາມ ມີ​ໝູ 9,9 ພັນ ໂຕ, ຟາມ​ລ້ຽງ​ໄກ່​ພັນ​ໄຂ່ 32 ຟາມ ມີ​ໄກ່ 72,3 ພັນ​ໂຕ, ໄກ່​ພັນ​ຊີ້ນ 10 ຟາມ, ເປັດ​ພັນ​ໄຂ່ 4 ຟາມ, ເປັດ​ພັນ​ຊີ້ນ 4 ຟາມ, ມີ​ກະ­ຊັງ​ປາ 103 ກະ­ຊັງ ສາ­ມາດ​ສົ່ງ ອອກ​ສັດ​ຂາຍ​ທັງ​ພາຍ​ໃນ ແລະ​ຕ່າງ ແຂວງ​ມີ​ທັງ​ໝົດ 55,9 ພັນ​ໂຕ, ໃນ​ນີ້ ຄວາຍ 6,7 ພັນ​ໂຕ, ງົວ 7,1 ພັນ​ໂຕ, ໝູ 42 ພັນ​ກວ່າ​ໂຕ.

ສ່ວນ​ສິນ­ຄ້າ​ນຳ​ເຂົ້າ​ໄລ­ຍະ​ດຽວ​ກັນ ແມ່ນ​ມີ​ໝາກ​ໄມ້, ພືດ​ຜັກ​ຕ່າງໆ​ລວມ​ທັງ ເບ້ຍ​ໃມ້​ໃຫ້​ໝາກ​ມີ​ມູນ​ຄ່າ​ທັງ​ໝົດ 3,04 ແສນ​ໂດ​ລາ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...