Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 19 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 19 ກໍລະກົດ

Published on

ວັນທີ 19 ກໍລະກົດ ປີ 2001 ຫຼືມື້ນີ້ເມື່ອ 15 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Final Fantasy X (FF X) ເທິງເຄື່ອງ PS2 ທີ່ປະເທດຍີ່ປຸ່ນ. ໂດຍ FF X ນີ້ເປັນ Final Fantasy ພາກທຳອິດທີ່ລົງໃຫ້ກັບເຄື່ອງ PS2 ເຊິ່ງເປັນການເຂົ້າສູ່ເຈນໃໝ່ຂອງເຄື່ອງຄອນໂຊນ ທີ່ປ່ຽນຈາກ PS1 ມາເປັນ PS2 ທີ່ມີກຣາບຟິກສວຍງາມຂຶ້ນອີກລະດັບ ເຊິ່ງຈະເຫັນໄດ້ຈາກຄັດຊີນແລະກຣາບຟິກລະຫວ່າງຫຼິ້ນມີການພັດທະນາຈາກຍຸກ PS1 ຂ້ອນຂ້າງຫຼາຍ. ແຕ່ວ່າພາກນີ້ກໍເປັນພາກທຳອິດທີ່ຕັດລະບົບການຍ່າງເທິງ World Map ອອກໄປ ແລະປັບເສັ້ນທາງການປະຈົນໄພຕາມເນື້ອເລື່ອງເປັນແບບໂດຍກົງ ແຕ່ກໍຈະມີການສອດແຊກຄວາມລັບຕ່າງໆ ໃນແຕ່ລະສະຖານທີ່ເອົາໄວ້ ເຮັດໃຫ້ເປັນພາກທີ່ຫຼິ້ນໄດ້ດົນທີ່ສຸດພາກໜຶ່ງກັນເລີຍ.

ໃນສ່ວນເນື້ອເລື່ອງຂອງ Final Fantasy X ຈະເລົ່າເຖິງຈັກກະວານໃໝ່ທີ່ເອີ້ນວ່າ “ສະປິຣ້າ” (Spira) ທີ່ມີກຸ່ມນັກເດີນທາງນຳໂດຍ ທີດັສ ພະເອກຂອງເກມພ້ອມກັບໝູ່ ເຊິ່ງມີເປົ້າໝາຍໃນການອອກເດີນທາງເພື່ອໄປກຳຈັດອະສູນລະກາຍນາມວ່າ ຊິນ (Sin), ໂດຍທີດັສນັ້ນເປັນນັກກິລາບລິດບອນອັນໂດ່ງດັງຈາກເມືອງຊານາຄານ ທີ່ຖືກຊິນທຳລາຍລົງໄປ ລາວຈຶ່ງຮ່ວມກັບກຸ່ມ ຢູນ້າ ນາງເອກຂອງເກມທີ່ຕ້ອງການອອກໄປສະແຫວງບຸນດ້ວຍການກຳຈັດຊິນໃຫ້ໄດ້ນັ້ນເອງ. 

ລະບົບທີ່ເປັນເອກະລັກຂອງພາກນີ້ກໍຄື ກະດານສະເຟຍ ທີ່ເປັນລະບົບຫຼັກໃນການພັດທະນາໂຕລະຄອນ ເຊິ່ງໃນກະດານສະເຟຍກໍຈະມີໝຸດດ້ວຍອະບິລິຕີ້ແລະຄ່າສະເຕຕັດດ້ານຕ່າງໆ ໃນແຕ່ລະຈຸດ ຜູ້ຫຼິ້ນຈະຕ້ອງເຮັດການກຳຈັດສັດຕູຕາມທາງເພື່ອດຣອບໄອເທັມສະເຟຍເພື່ອນຳມາໃຊ້ໝຸດແຕ່ລະອັນເທິງກະດານ ຈຶ່ງຈະໄດ້ຄ່າສະເຕຕັດຫຼືອະບິລິຕີ້ເທິງໝຸດນັ້ນໆ ມາໄດ້ ຍິ່ງຖ້າເປັນອະບິລິຕີ້ທີ່ມີຄວາມສຳຄັນສູງ ກໍຈະຕ້ອງອາໄສສະເຟຍຫາຍາກບາງຊະນິດໃນການເປີດທາງເພື່ອໄປເຖິງໝຸດອັນດັ່ງກ່າວ. 

ທາງດ້ານລະບົບການຕໍ່ສູ້ຂອງພາກນີ້ຈະບໍ່ມີເກດ Active Time Battle ແຕ່ຈະເປັນລັກສະນະຂອງ Full Turn-based ໂດຍຈະມີແຖບຕາຕະລາງຢູ່ດ້ານຂວາຂອງຈໍພາບທີ່ຈະບອກວ່າເທີຣ໌ນປັດຈຸບັນແມ່ນໂຕລະຄອນໃດ ແລະເທີຣ໌ນຕໍ່ໄປອີກ 1-7 ເທີຣ໌ນຈະເປັນໂຕລະຄອນໃດ ເຊິ່ງການໃຊ້ທ່າຫຼືເວດມົນບາງຢ່າງຈະມີຜົນຕໍ່ເທີຣ໌ນນຳ ເນື່ອງຈາກບາງເວດຈະໃຊ້ເວລາດົນ ເຮັດໃຫ້ເທີຣ໌ນໂຕລະຄອນນັ້ນຖືກເລື່ອນໄປຢູ່ຫຼັງສັດຕູ ເປັນຕົ້ນ. ດັ່ງນັ້ນເວລາຫຼິ້ນເຮົາຈຶ່ງຕ້ອງຄຳນວນດີໆ ໃນການຈັດລຳດັບການໃຊ້ທ່າຕ່າງໆ ເພື່ອໃຫ້ໄດ້ປຽບສັດຕູ ຕະຫຼອດຈົນເຖິງພວກບອສທັງຫຼາຍນຳ.

Fact ເລັກນ້ອຍກ່ຽວກັບເກມ Final Fantasy X

  • ຕອນທຳອິດທາງ Squaresoft ໄດ້ຫວັງວ່າເກມຈະເຮັດຍອດຂາຍໄປໄດ້ຢ່າງໜ້ອຍ 2 ລ້ານຊຸດທົ່ວໂລກ ສ່ວນເຫດຜົນທີ່ຫວັງໄວ້ບໍ່ຫຼາຍ ກໍເພາະໃນຕອນນັ້ນເຄື່ອງ PS2 ຍັງຫາກ່ອນເລີ່ມວາງຈຳໜ່າຍໃໝ່ໆ ແລະຖານຜູ້ຫຼິ້ນທີ່ຍ້າຍມາຈາກ PS1 ຍັງບໍ່ຫຼາຍ, ແຕ່ປະກົດວ່າທຸກຝ່າຍຄາດການໄວ້ຜິດທັງໝົດ ເພາະວ່າຊ່ວງ 4 ມື້ທຳອິດຂອງການວາງຈຳໜ່າຍທີ່ຍີ່ປຸ່ນ ໂຕເກມພັດສາມາດຂາຍໄດ້ກາຍ 1.4 ລ້ານຊຸດ ຈົນກາຍມາເປັນ RPG ເທິງເຄື່ອງຄອນໂຊນທີ່ຂາຍໄດ້ຫຼາຍທີ່ສຸດໃນໂລກທັນທີ ແລະສະຖິຕິທີ່ເວົ້ານີ້ຍັງທຳລາຍສະຖິຕິຂອງ Final Fantasy VII ແລະ Final Fantasy IX ທີ່ເຄີຍເຮັດເອົາໄວ້ເທິງເຄື່ອງ PS1 ອີກນຳ. 

  • FF X ເປັນເກມພາກທຳອິດຂອງເຄື່ອງ PS2 ທີ່ເຮັດຍອດຂາຍໄດ້ກາຍ 2 ລ້ານຊຸດ ແລະ 4 ລ້ານຊຸດຕາມລຳດັບ ແລະໃນເດືອນຕຸລາ ປີ 2007 ໂຕເກມໄດ້ຮັບການບັນທຶກໄວ້ວ່າເປັນເກມທີ່ຂາຍດີອັນດັບ 7 ຂອງເຄື່ອງ PS2 ດ້ວຍຍອດຂາຍທີ່ຫຼາຍກວ່າ 6.6 ລ້ານຊຸດໃນປະເທດອື່ນນອກເໜືອຈາກຍີ່ປຸ່ນ (ນັບເມື່ອເດືອນມັງກອນ 2004) ຈົນມາເທິງເດືອນຕຸລາ 2014 ທາງ Square Enix ກໍໄດ້ປະກາດວ່າ Final Fantasy X ແລະ X-2 ສາມາດເຮັດຍອດຂາຍລວມກັັນທັງເວີຊັ່ນເກົ່າແລະເວີຊັ່ນຮີມາສເຕີ້ເທິງ PS3 ແລະ PS Vita ໄປໄດ້ທັງໝົດ 14 ລ້ານຊຸດ. 

  • ຈາກຄວາມສຳເລັດຂອງພາກ X ນີ້ ເລີຍເຮັດໃຫ້ທາງ Squaresoft ໄດ້ເຮັດພາກຕໍ່ທີ່ມີຊື່ວ່າ Final Fantasy X-2 ໃນປີ 2003 ເຊິ່ງໃນຊ່ວງເວລານັ້ນ Final Fantasy ທັງ 9 ພາກທີ່ຜ່ານມາບໍ່ເຄີຍມີການເຮັດພາກຕໍ່ຂອງແຕ່ລະພາກອອກມາເລີຍ ຈົນມາເຖິງ FF X-2 ທີ່ປະສົບຜົນສຳເລັດເກີນຄາດ ດ້ວຍເຫດນີ້ຈຶ່ງມີການພັດທະນາພາກຕໍ່ຂອງ Final Fantasy VII, Final Fantasy IV, Final Fantasy XII ແລະ Final Fantasy XIII ນຳມາໃນພາຍຫຼັງ. 

  • ໃນຊ່ວງຂັ້ນຕອນຂອງການພັດທະນາ Final Fantasy X ເວີຊັ່ນທຳອິດເທິງ PS2 ໄດ້ມີການລາຍງານໃນພາຍຫຼັງວ່າໂຕເກມໃຊ້ຕົ້ນທຶນໃນການພັດທະນາໄປປະມານ 32.3 ລ້ານຫຼຽນສະຫະລັດ ແລະບຸກຄະລາກອນໃນໂປຣເຈັກກວ່າ 100 ຄົນ ແລະ FF X ກໍເປັນພາກທຳອິດທີ່ທ່ານໂນບຸໂອະ ອຸເອມັດສຶ ນັກປະພັນເພງຂາປະຈຳຂອງຊີຣີນີ້ບໍ່ໄດ້ເປັນຄົນເຮັດເພງ “ທັງໝົດ” ຂອງພາກນີ້ ໂດຍມີທ່ານມາຊາຊິ ຮາມາອຸຊຶ ແລະທ່ານຈຸນຢະ ນາຄາໂນະ ຮັບໜ້າທີ່ເປັນຜູ້ຊ່ອຍຂອງທ່ານເອມັດສຶນຳ. 

ທີ່ມາ:online station

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...