Homeຂ່າວພາຍ​ໃນທົ່ວປະເທດ ປູກພືດລະດູຝົນໄດ້ແລ້ວ ຫລາຍກວ່າ 228 ພັນເຮັກຕາ!

ທົ່ວປະເທດ ປູກພືດລະດູຝົນໄດ້ແລ້ວ ຫລາຍກວ່າ 228 ພັນເຮັກຕາ!

Published on

ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ການປູກພືດລະດູຝົນ ມາຮອດປັດຈຸບັດນີ້ ທົ່ວປະເທດປະຕິບັດໄດ້ແລ້ວ ຫຼາຍກວ່າ 228 ພັນເຮັກຕາ ຂອງເນື້ອທີ່ແຜນການ 586.300 ເຮັກຕາ, ພົ້ນເດັ່ນກວ່າໝູ່ ແມ່ນຂະບວນການປູກສາລີ ແລະ ຖົ່ວ ຢູ່ບັນດາແຂວງພາກເໜືອ ປະຕິບັດໄດ້ 122 ພັນເຮັກຕາ, ຮອງລົງມາແມ່ນຂະບວນການປູກເຜືອກມັນ ແລະ ພືດຜັກຕ່າງໆ ຢູ່ແຂວງພາກກາງ ປະຕິບັດໄດ້ແລ້ວຫຼາຍກວ່າ 67 ພັນເຮັກຕາ, ພາກໃຕ້ 38 ພັນກວ່າເຮັກຕາ, ຄຽງຄູ່ກັນນັ້ນ ການປັກດຳເຂົ້ານາປີ ຂອງກະສິກອນທົ່ວປະເທດ ກໍສຳເລັດປະມານ 323 ພັນຮັກຕາ ເທົ່າກັບ 41% ຂອງເນື້ອທີ່ແຜນການ 787.500 ເຮັກຕາ, ພົ້ນເດັ່ນກວ່າໝູ່ ແມ່ນບັນດາແຂວງພາກກາງ ສາມາດປັກດຳໄດ້ 222 ພັນກວ່າເຮັກຕາ ເທົ່າກັບ 40% ຂອງແຜນການ, ພາກໃຕ້ປະຕິບັດໄດ້ 66 ພັນກວ່າເຮັກຕາ, ເທົ່າກັບ 30 %, ພາກເໜືອປະຕິບັດໄດ້ແລ້ວ 34 ພັນກວ່າເຮັກຕາ ເທົ່າກັບ 32 % ຂອງເນື່ອທີ່ແຜນການ, ຂະນະທີ່ຂະແໜງກະສິກຳ ແລະ ປ່າໄມ້ເອງ ກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນ ລົງຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ຢູ່ທ້ອງຖິ່ນຕ່າງໆ ຢ່າງເປັນຂະບວນ, ເພື່ອເຮັດໜ້າທີ່ແນະນຳ ການນຳໃຊ້ເຕັກນິກວິທະຍາການ ໃຫ້ກະສິກອນ ເພື່ອສາມາດຍົກສະມັດຕະພາບ ການຜະລິດສູງຂຶ້ນ, ພ້ອມທັງໄດ້ສະໜອງແນວພັນພືດ ແລະ ສັດ ໃຫ້ທ້ອງຖິ່ນທີ່ຍັງຂາດເຂີນ, ສ່ວນການປູກເຂົ້າເນີນສູງ(ເຂົ້າໄຮ່) ຊຶ່ງມາຮອດປັດຈຸບັນ ທົ່ວປະເທດສາມາດປະຕິບັດໄດ້ແລ້ວ 70 ພັນກວ່າເຮັກຕາ ເທົ່າກັບ 70 % ຂອງແຜນການ  ແລະ ຄາດວ່າ ການປູກເຂົ້າຂອງກະສິກອນທົ່ວປະເທດ ຈະສຳເລັດ 100% ໃນຕົ້ນເດືອນສິງຫາທີ່ຈະມາເຖິງນີ້.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...