HomeມູມໄອທີລາວOppo ປະກາດຈະເປີດໂຕລຸ້ນສືບທອດ F1 ໃນເດືອນໜ້ານີ້

Oppo ປະກາດຈະເປີດໂຕລຸ້ນສືບທອດ F1 ໃນເດືອນໜ້ານີ້

Published on

​Oppo F1 ແມ່ນເປີດໂຕຄັ້ງທຳອິດໃນຊ່ວງຕົ້ນປີນີ້ ຫຼືເດືອນມັງກອນ ເຊິ່ງຖືວ່າເປັນໂທລະສັບລຸ້ນໜຶ່ງທີ່ປະສົບຜົນສຳເລັດຢ່າງສູງເລີຍ ໃນແຖບເອເຊຍ ແລະຫຼ້າສຸດນີ້ທາງ Oppo ກໍປະກາດອອກມາຢ່າງເປັນທາງການແລ້ວວ່າຈະເປີດໂຕລຸ້ນສືບທອດຂອງໂທລະສັບລຸ້ນດັ່ງກ່າວ ໂດຍຈະໃຊ້ຊື່ວ່າ Oppo F1s ແລະຈະເປີດໂຕໃນຊ່ວງເດືອນໜ້ານີ້.

ສຳລັບຊີຣີ F ແມ່ນເປັນຊີຣີທີ່ທາງ Oppo ນັ້ນເນັ້ນໄປທີ່ໂຕກ້ອງຂອງໂທລະສັບເປັນຫຼັກ ແລະເບິ່ງຄືວ່າ F1s ກໍຈະບໍ່ແຕກຕ່າງຫຍັງຈາກລຸ້ນອ້າຍໃຫຍ່ແບບ F1 ເລີຍ. ໂດຍອີງຈາກຄຳເວົ້າຂອງ Oppo ທີ່ວ່າ: “ມັນຈະໄດ້ຮັບສືບທອດເລື່ອງການຖ່າຍຮູບທີ່ດີທີ່ສຸດຈາກ F1, ການອອກແບບທີ່ບາງ ແລະປະສິດທິພາບການເຮັດວຽກທີ່ໄວ. ໃນຂະນະດຽວກັນກໍມີການເພີ່ມຄຸນສົມບັດໃໝ່ ແລະ ສິ່ງອື່ນໆທີ່ໃໝ່ກວ່າເກົ່າ”.

ຖືວ່າໜ້າສົນໃຈເລີຍສຳລັບລຸ້ນສືບທອດຂອງ F1 ເພາະລຸ້ນອ້າຍໃຫຍ່ກໍສາມາດເຮັດຍອດຂາຍໄດ້ດີ ແລະເປັນທີ່ນິຍົມກັນແພ່ຫຼາຍເລີຍໃນແຖບເອເຊຍ ເຮົາມາຕິດຕາມເບິ່ງນນຳກັນເລີຍວ່າ F1s ຈະອອກມາດີສ່ຳໃດ ^^. ສ່ວນສະເປັກຂອງ F1s ໃນຕອນນີ້ຍັງບໍ່ມີລາຍລະອຽດໃດໆເທື່ອ ແຕ່ກໍຄາດວ່າຈະໃຊ້ງານຊິບປະມວນຜົນ Snapdragon 652 ຫຼື SD 625 ແລະຄຸນສົມບັດສຳຄັນທີ່ຄາດວ່າ F1s ຈະມີນັ້ນກໍຄືເທັກໂນໂລຢີສາກໄວໂຕໃໝ່ຫຼ້າສຸດແບບ Super VOOC. 
ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...