spot_img
Homeຂ່າວຕ່າງປະເທດນາຍົກຯກຳປູເຈຍລະບຸ ຈີນຈະຊ່ວຍ 600 ລ້ານໂດລາ ເພື່ອພັດທະນາ ພື້ນຖານໂຄງລ່າງຂອງປະເທດ!

ນາຍົກຯກຳປູເຈຍລະບຸ ຈີນຈະຊ່ວຍ 600 ລ້ານໂດລາ ເພື່ອພັດທະນາ ພື້ນຖານໂຄງລ່າງຂອງປະເທດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກໍລະກົດຜ່ານມານີ້ວ່າ ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ປະກາດວ່າ ລັດຖະບານຈີນ ຈະໃຫ້ການຊ່ວຍເຫລືອກຳປູເຈຍ ຈຳນວນ 600 ລ້ານໂດລາ ເພື່ອສະໜັບສະໜູນວຽກງານການເລືອກຕັ້ງ, ການພັດທະນາພື້ນຖານໂຄງລ່າງການສຶກສາ ແລະ ສາທາລະນະສຸກ ຂອງປະເທດ ຊຶ່ງເປັນຜົນສຳເລັດຈາກການຫາລືກັບ ທ່ານ ຫລີເຄີ່ສຽງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາຊົນຈີນ ທີ່ນະຄອນຫລວງອູລານບາຕໍ ປະເທດມົງໂກລີ ລະຫວ່າງເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຫລື ອາເຊັມ ຄັ້ງທີ 11.

ທັງນີ້ ຈີນເປັນພັນທະມິດທີ່ສຳຄັນ ແລະ ຫຸ້ນສ່ວນທາງເສດຖະກິດຂອງກຳປູເຈຍ ໂດຍຕະຫລອດໄລຍະ 10 ກວ່າປີຜ່ານມາ ລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫລືອ ແລະ ຈັດຫາການລົງທືນ ມູນຄ່າຫລາຍຮ້ອຍລ້ານໂດລາ ພ້ອມທັງຍັງມອບສະຖານະປອດພາສີ ໃຫ້ແກ່ສິນຄ້າອີກຫລາຍລາຍການ ຂອງກຳປູເຈຍອີກດ້ວຍ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...