Homeຂ່າວພາຍ​ໃນທະນາຄານໂລກ ສະໜອງກວ່າ 32 ຕື້ກີບ ສະໜັບສະໜູນ SME ລາວ

ທະນາຄານໂລກ ສະໜອງກວ່າ 32 ຕື້ກີບ ສະໜັບສະໜູນ SME ລາວ

Published on

ວັນທີ 15 ກໍລະກົດນີ້, ທະນາຄານໄຊງ່ອນເທືອງຕິ່ນ (SacomBank Lao) ແລະ ກົມສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ລົງນາມສັນຍາການສະໜອງສິນເຊື່ອ ຈຳນວນ 32,5 ຕື້ກີບ (4ລ້ານໂດລາສະຫະລັດ), ລະຫວ່າງ ທ່ານ ຟາມ ກວາງ ຟູ ອຳນວຍການໃຫຍ່ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ ແລະ ທ່ານ ສົມດີ ອິນມີໄຊ ຫົວໜ້າກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ເພື່ອປ່ອຍເງິນກູ້ຈຳນວນດັ່ງກ່າວ ໃຫ້ພາກສ່ວນທຸລະກິດຂະໜາດນ້ອຍ ແລະ ກາງ, ໂດຍເນັ້ນໃສ່ການສະໜອງທຶນໃນໄລຍະຍາວ ຫລື ທຶນຄົງທີ່ ໃຫ້ທຸລະກິດເຫລົ່ານັ້ນ ໄດ້ມີທຶນໝູນພາຍໃນທຸລະກິດ.

ການສະໜອງທຶນຄັ້ງນີ້ ເປັນການສ້າງເງື່ອນໄຂໃຫ້ແກ່ທະນາຄານດັ່ງກ່າວ ໃນການສະໜອງສິນເຊື່ອ ໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ກາງ ໃນຂອບເຂດເງື່ອນໄຂ ແລະ ມີອັດຕາດອກເບ້ຍທີ່ສົມເຫດສົມຜົນ, ເຮັດໃຫ້ທຸລະກິດດັ່ງກ່າວ ສາມາດເຂົ້າເຖິງແຫລ່ງທຶນໄດ້ຫລາຍຂຶ້ນ, ສຳລັບເງື່ອນໄຂການປ່ອຍກູ້ແມ່ນ: ຕ້ອງເປັນຫົວໜ່ວຍວິສາຫະກິດ ທີ່ມີຈຳນວນແຮງງານຕຳກວ່າ 99 ຄົນ, ພ້ອມທັງມີຄວາມຮັບຜິດຊອບ ດ້ານສິ່ງແວດລ້ອມ ແລະ ສັງຄົມ, ວົງເງິນແມ່ນບໍ່ເກີນ 2 ແສນໂດລາສະຫະລັດ, ສຳລັບທຶນໄລຍະສັ້ນ (ທຶນໝູນວຽນ) ດອກເບ້ຍແມ່ນ 30% ແລະ ທຶນໄລຍະຍາວ (ທຶນຄົງທີ່) 70%.

ທະນາຄານໄຊງ່ອນ ເປັນທະນາຄານແຫ່ງທີ 3 ທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມໂຄງການ ການເຂົ້າເຖິງແຫລ່ງທຶນຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME Axxess to Finance Project), ໄລຍະຜ່ານມາທາງໂຄງການດັ່ງກ່າວ ໄດ້ຄັດເລືອກ ແລະ ເຊັນສັນຍາສະໜອງທຶນໃຫ້ກັບ 2 ທະນາຄານແລ້ວຄື: ທະນາຄານລາວຈີນ ຈຳກັດ ແລະ ທະນາຄານ ເອັສທີ ຈຳກັດ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...