spot_img
Homeຂ່າວພາຍ​ໃນບິ​ລ​ເກດ ກຽມທຸ່ມ​ງົບ 5 ຕື້​ໂດ​ລາ​ພັດທະນາ​ອາ​ຟຣິກາ

ບິ​ລ​ເກດ ກຽມທຸ່ມ​ງົບ 5 ຕື້​ໂດ​ລາ​ພັດທະນາ​ອາ​ຟຣິກາ

Published on

ອົງການ​ການ​ກຸສົນ​ຂອງ​ ບິ​ລ ​ເກດ ກຽມ​ລົງທຶນ 5 ຕື້​ໂດ​ລາ​ສະຫະລັດ ​ເຮັດ​ໂຄງການ​ພັດທະນາ​ທະວີບ​ອາ​ຟຣິກາ​ໃນ​ໄລຍະ 5 ປີ​ຕໍ່ໜ້າ.

ນັກທຸລະກິດ​ຄົນ​ອາ​ເມ​ລິ​ກາ​ຖະ​ແຫຼ​ງຫຼັງ​ງານ​​ເນລສັນ ​ແມນ​ເດ​ລາ ປະຈຳ​ປີ ຄັ້ງ​ທີ່ 14 ​ໃນ​ວັນ​ທີ 17 ກໍລະ ກົດ​ຢູ່ນະຄອນ​ພຣິທໍຣີ ​ອາ​ຟຣິກາ​ໃຕ້​ວ່າ 2 ​ໃນ 3 ຂອງ​ເງິນ​ທຶນ​ຈາກ​ມູລະ​ນິທິ“ບິ​ລ ​ແລະ ​ເມ​ລິນ​ດາ ​ເກດ​ສ” ຈະ​ມຸ່ງ​ເນັ້ນ​ໄປ​ທີ່​ໂຄງການ​ດ້ານ​ສຸຂະພາບ ຊຶ່ງ​ເປັນ​ສາຂາ​ທີ່​ມູລະ​ນິທິ​ຊ່ຽວຊານ ຫຼັງ​ຈາກ​ເຮັດ​ໂຄງການ​ກ່ຽວ​ກັບ​ການ​ແພ່​ລະບາດ​ຂອງ​ເຊື້ອ​ເອຊ​ໄອ​ວີ ​ແລະ ວັນນະ​ໂລກມາ​ແລ້ວ​ຫຼາຍ​ໂຄງການ ​ໂດຍ​ເວລາ​ສ່ວນ​ໃຫຍ່​ທີ່​ເຂົ້າ​ມາ​ອາ​ຟຣິກາ​ໃຕ້​ໃນ​ຄັ້ງ​ນີ້ ນອກຈາ​ການ​ເຂົ້າ​ຮ່ວມ​ປະຊຸມ​ເອດ​ໂລກ​​ແລ້ວ ທ່ານ ເກດ ຈະ​ຕ້ອງ​ພົບ​ກັບ​ພັນທະ​ມິດ​ຮ່ວມ​ວິ​ໄຈ​ເພື່ອ​ສ້າງ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ເຖິງ ວິທີ​ການຈະ​ເຮັດ​ໃຫ້​ໂຄງການ​ສຸຂະ​ພາບເຫຼົ່າ​ນີ້​ຄືບ​ໜ້າ​ຫຼາຍ​ຂຶ້ນ ​ໂດຍ​ສະ​ເພາະ​ຢູ່​ອາ​ຟຣິກາ​ໃຕ້​ທີ່​ມຸ່ງ​ເນັ້ນ​ບັນຫາ​ເລື່ອງ​ເອສ​ໄອ​ວີ ​ແລະ ວັນນະ​ໂລກ.

ທ່ານ ​ເກດ ​ເປັນ​ອະດີດ​ຫົວໜ້າ​ຄະນະ​ເຈົ້າ​ໜ້າ​ທີ່​ບໍລິຫານ​ບໍລິສັດ​ໄມ​ໂຄ​ຊອຟ ​ແລະ ​ເຄີຍ​ໄດ້​ຮັບ​ການ​ຈັດ​ອັນ​ດັບ​ໃຫ້​ເປັນ​ຜູ້​ຮັ່ງ​ມີ​ທີ່​ສຸດ​ໃນ​ໂລກ ທີ່​ຜ່ານ​ມາ​ມູລະ​ນິທິ​ການ​ກຸສົນ​ຂອງ​ລາວ​ໄດ້​ທຸ່ມ​ເງິນ​ລົງທຶນ​ພັດທະນາ​ອາ​ຟຣິກາ​ໄປ​ກວ່າ 9 ຕື້​ໂດ​ລາ ​ແລະ ​ເຂົາ​ມີ​ກຳນົດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເອດ​​ໂລກ​ຊຶ່ງ​ຈັດ​ຂຶ້ນ​ເປັນ​ເວລາ 4 ມື້​ເລີ່​ມຕົ້ນ​ວັນ​ທີ 17 ກໍລະກົດ​ເປັນ​ຕົ້ນ​ໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...