spot_img
Homeຂ່າວຕ່າງປະເທດເອດີ​ບີ​ຫຼຸດ​ທ່າ​ອຽງເສດຖະກິດ​ອາຊີ​​ເຕີບ​ໂຕ 5,6%

ເອດີ​ບີ​ຫຼຸດ​ທ່າ​ອຽງເສດຖະກິດ​ອາຊີ​​ເຕີບ​ໂຕ 5,6%

Published on

​ເອດີ​ບີ ​ໄດ້​ປັບ​ຫຼຸດ​ທ່າ​ອຽງ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ປີ 2016 ສຳລັບ​ປະ​ເທດ​ກຳລັງ​ພັດທະນາ​ໃນ​ພາກ​ພື້ນ​ອາຊີ-​ປາຊິ​ຟິກລົງ​ມາ​ຢູ່​ທີ່ 5,6%.

ທະນາຄານ​ພັດທະນາ​ອາຊີ ຫຼື ເອດີ​ບີ ​ໄດ້​ປັບ​ຫຼຸດ​ທ່າ​ອຽງ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ປີ 2016 ສຳລັບ​ປະ​ເທດ​ກຳລັງ​ພັດທະນາ​ໃນ​ພາກ​ພື້ນ​ອາຊີ-​ປາຊິ​ຟິກລົງ​ມາ​ຢູ່​ທີ່ 5,6% ຈາກ​ເດີມ​ທີ່​ຄາດ​ຄະ​ເນ​ເອົາ​ໄວ້ 5,7% ຢ່າງ​ໃດ​ກໍ​ຕາມ ຜົນ​ປະກອບ​ການ​ທີ່​ເຂັ້ມ​ແຂງ​ຈະ​ຊ່ວຍ​ຊົດ​ເຊີຍ​ຈາກ​ບັນຫາ​ເສດຖະກິດ​ອ່ອນ​ແອ​ຢູ່​ອາ​ເມ​ລິ​ກາ ​ແລະ ຕະຫຼາດ​ປັ່ນ​ປວ່ນຈາກ​ການ​ລົງ​ປະຊາ​ມະຕິ​ອັງກິດອອກ​ຈາກ​ສະຫະພາບ​ເອີຣົບ ຫລື ອີ​ຢູ ​ໂດຍ​ເອດີ​ບີ​ໄດ້​ຄາດ​ຄະ​ເນ​ອັດຕາ​ການ​ຂະຫຍາຍຕົວ​ສຳລັບ​ປີ 2017 ​ຢູ່​ທີ່ 5,7% ຊຶ່ງ​ເອດີ​ບີ​ຮັກສາ​ທ່າ​ອຽງ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ ​ເອົາ​ໄວ້ຢູ່​ທີ່ 6,5% ​ໃນ​ປີ​ນີ້ ​ແລະ 6,3% ​ໃນ​ປີ​ຕໍ່​ໄປ, ຂະນະ​ທີ່​ກຸ່ມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ຍັງ​ບໍ່​ປ່ຽນ​ແປງ​ຢູ່​ທີ່ 5,7% ​ໃນ​ປີ​ນີ້ ​ແລະ 5,6% ​ໃນ​ປີ​ຕໍ່​ໄປ.

ສຳລັບ​ສະຖານະ​ການ​ຂອງ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຫຼື ອາ​ຊຽນ ​ເອດີ​ບີ​ຄາດໃນ​ປີ​ນີ້​ເອົາ​ໄວ້​ຢູ່​ທີ່ 4,5% ​ແລະ ປີໜ້າ​ຢູ່​ທີ່ 4,8% ​​ໄດ້​ອານິສົງ​ຈາກ​ການ​ອຸປະ​ໂພ​ກ ​ແລະ ບໍລິ​ໂພ​ກຂອງ​ຂະ​ແໜງ​ເອກະ​ຊົນ, ສ່ວນ​ອາຊີ​ກາງ​ຄາດ​ວ່າ​ຈະ​ຢູ່​ທີ່ 1,7% ​ໃນ​ປີ​ນີ້ ຫຼຸດ​ລົງ​ຈາກ​ທີ່​ຄາດ​ຄະ​ເນ​ກ່ອນ​ໜ້າ​ນີ້​ຢູ່​ທີ່ 2,1% ​ແລະ 2,7%​ໃນ​ປີໜ້າ ຫຼຸດ​ລົງ​ຈາກ 2,8% ​ເນື່ອງ​ຈາກ​ລໍ​ຕົວ​ລົງ​ຂອງຣັດ​ເຊຍ, ທັງນີ້ ​ເອດີ​ບີ ປະ​ເມີນ​ສະຖານະ​ການ​ວ່າ ​ເສດຖະກິດ​ອາ​ຊີ​ໃຕ້ຈະ​ມີ​ບົດບາດ​ທີ່​ສຸດ​ໃນ​ການ​ຂັບ​ເຄື່ອນ​ເສດຖະກິດ​ຂອງ​ອາຊີ​ໃນ​ພາບ​ລວມ ​ໂດຍ​ຄາດ​ວ່າ ຈະ​ຫຍາ​ຍຕົວ 7,4% ​ໃນ​ປີ​ນີ້ ​ແລະ 7,8% ​ໃນ​ປີ 2017.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...