Homeຂ່າວທ້ອງຖິ່ນໄຊສົມບູນ ກັບບາດກ້າວການພັດທະນາວຽກວັດທະນະທຳ

ໄຊສົມບູນ ກັບບາດກ້າວການພັດທະນາວຽກວັດທະນະທຳ

Published on

ໄຊ​ສົມ­ບູນ ແຂວງ​ເກີດ​ໃໝ່​ຫຼ້າ​ສຸດ​ຂອງ​ລາວ​ມີ​ຫຼາຍ​ດ້ານ​ທີ່​ກຳ­ລັງ​ໄດ້​ຮັບ​ການ​ປັບ­ປຸງ ແລະ​ພັດ­ທະ­ນາ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ໃນ​ນີ້​ວຽກ​ງານ ຖວ​ທ ແຂວງ ໂດຍ​ສະ­ເພາະ​ດ້ານ​ວັດ­ທະ­ນະ­ທຳຖື​ວ່າ​ມີ ບາດ­ກ້າວ​ພັດ­ທະ­ນາ​ດີ​ຫຼາຍ, ໂດຍ ແຂວງ​ມີ​ພື້ນ­ຖານ​ວັດ­ທະ­ນະ­ທຳ ທາງ​ດ້ານ​ວັດ­ຖຸ ແລະ​ຈິດ­ໃຈ ທີ່​ມີ ຄວາມ​ຫຼາກ​ຫຼາຍ​ເປັນ​ເອ­ກະ­ລັກ ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ, ນອກ ນີ້ ຍັງ​ມີ​ຫຼາກ​ຫຼາຍ​ຊົນ­ເຜົ່າ​ທີ່­ຢູ່​ຮ່ວມ ກັນ​ຢ່າງ​ສັນ­ຕິ​ມີ​ວັດ­ທະ­ນະ­ທຳ, ຮີດ ຄອງ​ປະ­ເພ­ນີ​ທີ່​ດີ­ງາມ ແລະ​ເປັນ ເອ­ກະ­ລັກ​ສະ­ເພາະ​ຂອງ​ຕົນ.

ອີງ​ຕາມ​ຂໍ້​ມູນ​ຈາກ​ບົດ​ສະ­ຫຼຸບ ການ​ພັດ­ທະ­ນາ​ວຽກ​ງານ​ຖະ­ແຫຼງ ຂ່າວ, ວັດ­ທະ­ນະ­ທຳ ແລະ​ທ່ອງ ທ່ຽວ (ຖວ​ທ) ໄລ­ຍະ 3 ປີ (2013-2016) ແລະ​ທິດ​ທາງ ແຜນ­ການ 1 ປີ ຕໍ່­ໜ້າ (2016-2017) ຮູ້​ວ່າ: ແຂວງ​ໄຊ​ສົມ­ບູນ ມີ​ພື້ນ­ຖານ​ວັດ­ທະ­ນະ­ທຳ​ອັນ​ດີ ງາມ​ທາງ​ດ້ານ​ວັດ­ຖຸ ແລະ​ຈິດ­ໃຈ ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ເປັນ​ເອ­ກະ­ລັກ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ເຊັ່ນ: ວັດ­ທະ­ນະ­ທຳ​ທາງ​ດ້ານ​ຮີດ­ຄອງ​ປະ­ເພ­ນີ, ວັດ­ທະ­ນະ­ທຳ​ດ້ານ ການ​ຢູ່-ກິນ ຫຼື ການ​ປຸກ​ສ້າງ ເຮືອນ​ຊານ, ວັດ­ທະ­ນະ­ທຳ​ທາງ ດ້ານ​ດົນ­ຕີ, ວັດ­ທະ­ນະ­ທຳ​ທາງ ດ້ານ​ການ​ແຕ່ງ​ຕົວ, ການ​ນຸ່ງ​ຫົ່ມ, ວັດ­ທະ­ນະ­ທຳ​ທາງ​ດ້ານ​ພາ­ສາ ປາກ​ເວົ້າ​ຂອງ​ແຕ່​ລະ​ເຜົ່າ, ວັດ­ທະ­ນະ­ທຳ​ຕົວ​ໜັງ­ສື (ອັກ­ສອນ­ສາດ), ວັດ­ທະ­ນະ­ທຳ​ທາງ​ດ້ານ​ການ​ທຳ​ມາ​ຫາ​ກິນ, ວັດ­ທະ­ນະ­ທຳ​ທາງ​ດ້ານ​ສັງ­ຄົມ, ວັດ­ທະ­ນະ­ທຳ​ທາງ​ດ້ານ ຈິດ­ໃຈ ແລະ​ອື່ນໆ.

ແຂວງ​ໄຊ​ສົມ­ບູນ ຍັງ​ປະ­ກອບ ດ້ວຍ​ຫຼາຍ​ຊົນ­ເຜົ່າ​ທີ່­ຢູ່​ຮ່ວມ​ກັນ ຢ່າງ​ສັນ­ຕິ​ມີ​ວັດ­ທະ­ນະ­ທຳ, ຮີດ­ຄອງ​ປະ­ເພ­ນີ​ທີ່​ດີ­ງາມ ແລະ​ເປັນ​ເອ­ກະ­ລັກ​ຂອງ​ຕົນ, ມີ​ອັດ​ທະ​ຍາ ໃສ​ໄມ­ຕີ​ຈິດ​ໃນ​ການ​ຕ້ອນ­ຮັບ​ແຂກ ຕ່າງ​ດ້າວ​ທ້າວ​ຕ່າງ​ແດນ, ມີ​ຄວາມ​ຍິ້ມ­ແຍ້ມ​ແຈ່ມ​ໃສ, ຊື່­ສັດ ແລະ ຊ່ວຍ­ເຫຼືອ​ເກື້ອ­ກູນ​ເຊິ່ງ​ກັນ ແລະ​ກັນ, ຖື​ຮີດ​ສິບ​ສອງ​ຄອງ​ສິບ​ສີ່, ຮີດ​ຍີ່​ຄອງ​ຈຽງ ແລະ​ງານ​ບຸນ​ປະ­ເພ­ນີ, ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດ­ທະ­ນະ­ທຳ​ທີ່​ເປັນ​ເອ­ກະ­ລັກ​ສະ­ເພາະ ໂດຍ​ຈັດ​ຂຶ້ນ​ເປັນ​ປົກ­ກະ­ຕິ ແລະ​ຖື​ເປັນ​ງານ​ບຸນ​ປະ­ຈຳ​ທ້ອງ­ຖິ່ນ​ໃນ​ແຕ່​ລະ​ປີ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...