spot_img
Homeຂ່າວພາຍ​ໃນລັດກຽມອະນຸຍາດສົ່ງອອກໄມ້ປອກ-ຝານ ກວ່າ 12 ພັນກວ່າແມັດກ້ອນ

ລັດກຽມອະນຸຍາດສົ່ງອອກໄມ້ປອກ-ຝານ ກວ່າ 12 ພັນກວ່າແມັດກ້ອນ

Published on

ຂປລ. ພາຍຫລັງ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 15/ນຍ ໃຫ້ເຂັ້ມງວດ ມີການຄຸ້ມຄອງກວດກາການຂຸດຄົ້ນ ແລະ ເຄື່ອນຍ້າຍໄມ້ ລວມທັງທຸລະກິດໄມ້, ຜ່ານການກວດກາຕົວຈິງ ເຫັນວ່າໃນທົ່ວປະເທດມີໂຮງງານຜະລິດໄມ້ປອກ ແລະ ໄມ້ຝານ ຈຳນວນ 47 ແຫ່ງ, ໃນນີ້ໂຮງງານທີ່ໄດ້ຜະລິດ ແລະ ຍັງບໍ່ທັນໄດ້ສົ່ງອອກຜະລິດຕະພັນໄມ້ດັ່ງກ່າວຕົກຄ້າງ ມີ 38 ແຫ່ງ ຢູ່ໃນ 6 ແຂວງ ຄື: ແຂວງສາລະວັນ, ອັດຕະປື, ຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ ແລະ ບໍລິຄຳໄຊ ລວມ 12.456,493 ແມັດກ້ອນ, ສະນັ້ນ ຈຶ່ງມີຄວາມຈຳເປັນ ແລະ ກຳລັງຂໍອະນຸຍາດຈາກລັດຖະບານ ເພື່ອສົ່ງອອກ.
ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ທັງເປັນໂຄສົກລັດ ຖະບານ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນໃນວັນທີ 15 ກໍລະກົດ ນີ້ ໂດຍຊີ້ແຈງໃຫ້ຊາບ ກ່ຽວກັບການແກ້ໄຂ ລວມທັງຊະນິດ ຫລື ຜະລິດຕະພັນໄມ້ປອກ ແລະ ໄມ້ຝານ ເພື່ອນຳສະເໜີໃຫ້ສັງຄົມເຂົ້າໃຈວ່າ ໄມ້ທັງສອງຊະນິດແມ່ນຜະລິດຕະພັນໄມ້ ທີ່ໄດ້ຮັບການປຸງແຕ່ງຈາກໂຮງງານໄມ້ ທີ່ຜ່ານຂະບວນການປອກ ຫລື ຝານ ເຊິ່ງນຳໃຊ້ວັດຖຸດິບຈາກໄມ້ທ່ອນ ທີ່ມີມູນຄ່າເພີ່ມປານກາງ ສາມາດສະໜອງໃຫ້ໂຮງງານປຸງແຕ່ງໄມ້ ເພື່ອປຸງແຕ່ງເປັນຜະລິດຕະພັນໄມ້ສຳເລັດຮູບ ເຊັ່ນ: ໄມ້ອັດ, ແຜ່ນໄມ້, ໜ້າໂຕະ ແລະ ອື່ນໆ. ຍ້ອນວ່າຜະລິດຕະພັນໄມ້ເຫລົ່ານີ້ ຍັງຕົກຄ້າງຢູ່ໃນບັນດາໂຮງງານຕ່າງໆ ແລະ ໄດ້ຮັບການເຊັນສັນຍາ ເພື່ອສະໜອງໃຫ້ຕ່າງປະເທດໃນກ່ອນໜ້ານີ້ແລ້ວ. ຖ້າບໍ່ອະນຸຍາດໃຫ້ມີການສົ່ງອອກ ເກັບໄວ້ດົນກໍຈະພາໃຫ້ເສຍຄຸນງ່າຍ ເຊິ່ງແຕກຕ່າງກັບຜະລິດຕະພັນໄມ້ເຄິ່ງສຳເລັດຮູບອື່ນໆ.
ໂຄສົກລັດຖະບານ ຢ້ຳຄືນໃຫ້ຈະແຈ້ງຕື່ມອີກວ່າ: ສຳລັບໄມ້ປອກ ຫລື (ວິເນຍ) ແມ່ນຜະລິດຕະພັນໄມ້ຕາມການກຳນົດຂອງສາກົນ ISIC, ເລກລະຫັດກິດຈະການ 1621 ແລະ ມີລະຫັດສິນຄ້າ 4408, ມີຂະໜາດຄວາມໜາ 0,1-0,5 ມີລີແມັດ, ກວ້າງ 120 ຊັງຕີແມັດ ແລະ ຍາວ 250 ຊັງຕີແມັດ. ເປັນໄມ້ເນື້ອອ່ອນທີ່ໄດ້ຮັບຄຸ້ມຄອງ 1, 2, 3 ເປັນຕົ້ນ ແມ່ນໄມ້ຍາງ, ໄມ້ຊີ, ໄມ້ບາກ ແລະ ອື່ນໆ. ໃນຂະນະທີ່ໄມ້ຝານ (ສະໄລຊິງ) ແມ່ນຜະລິດຕະພັນໄມ້ ຕາມກຳນົດຂອງສາກົນ, ມີເລກລະຫັດກິດຈະການ, ເລກລະຫັດສິນຄ້າ ແລະ ຄວາມໜາລະດັບດຽວກັນ ແຕ່ຄວາມກວ້າງຕາມໜ້າໄມ້ຈະຍາວກວ່າປະມານ 1,5-2,5 ແມັດ. ນອກຈາກໄມ້ປອກ ແລະ ໄມ້ຝານ ລັດຖະບານ ຍັງໄດ້ຊີ້ນຳໃຫ້ກະຊວງກ່ຽວຂ້ອງຮີບຮ້ອນຄົ້ນ ຄວ້າ ນຳສະເໜີທິດທາງການແກ້ໄຂກ່ຽວກັບໄມ້ປູກ ເພື່ອໃຫ້ລັດຖະບານພິຈາລະນາຕາມຄວາມເໝາະສົມ.
ພ້ອມດຽວກັນນັ້ນ ກໍໃຫ້ກວດກາຈຳນວນໄມ້ຢູ່ໃນໂຮງງານທີ່ໄດ້ຜະລິດ ແລະ ຕົກຄ້າງຕາມສັນຍາ ໃຫ້ລະອຽດ ແລະ ຊັດເຈນ ເພື່ອນຳສະເໜີລັດຖະບານພິຈາລະນາອະນຸມັດສົ່ງອອກ. ສ່ວນໄມ້ທ່ອນທີ່ໄດ້ນຳເຂົ້າຜະລິດຢູ່ໃນແຕ່ລະໂຮງງານກໍໃຫ້ມີການກວດກາຄືນຢ່າງລະອຽດ ຫາກພົບໄມ້ທີ່ນຳເຂົ້າຖືກຕ້ອງຕາມ ລະບຽບຫລັກການ ແມ່ນໃຫ້ຫັນໄປປຸງແຕ່ງເປັນຜະລິດຕະພັນພາຍໃນ ຫລື ຜະລິດຕະພັນສຳເລັດຮູບເພື່ອສົ່ງອອກ. ສ່ວນຈຳນວນທີ່ບໍ່ຖືກຕ້ອງແມ່ນໃຫ້ຢຶດເປັນຂອງລັດ ແລະ ປະມູນຂາຍຕາມຄຳສັ່ງ 15/ນຍ ເພື່ອນຳຜົນປະໂຫຍດໃຫ້ລັດ./.

 

ຂອບໃຈຂ່າວຈາກ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...