Homeນານາສາລະຖົງລົມນິລະໄພຈະເຮັດວຽກບໍ? ຖ້າເຮົາບໍ່ໃສ່ສາຍຮັດນິລະໄພ

ຖົງລົມນິລະໄພຈະເຮັດວຽກບໍ? ຖ້າເຮົາບໍ່ໃສ່ສາຍຮັດນິລະໄພ

Published on

ຄວາມປອດໄພຄືສິ່ງທີ່ສຳຄັນທີ່ສຸດໃນການໃຊ້ລົດໃຊ້ຖະໜົນ ເຮົາທຸກຄົນຄວນຈະຕ້ອງມີສະຕິບໍ່ປະໝາດ ທຸກຄັ້ງໃນການໃຊ້ລົດເທິງທ້ອງຖະໜົນ ແຕ່ບາງເທື່ອຄວາມຮູ້ຄວາມເຂົ້າໃຈຕ່າງໆ ກໍໄດ້ຮັບບໍ່ເທົ່າກັນ ດັ່ງນັ້ນ, ມື້ນີ້ທີມຂ່າວລາວໂພສ ຈຶ່ງໄດ້ຄົ້ນຫາຄວາມຮູ້ກ່ຽວກັບການເຮັດວຽກຂອງຖົງລົມນິລະໄພໃນລົດ ວ່າມັນຈະເຮັດວຽກຫຼືບໍ່ ຖ້າເຮົາບໍ່ໃສ່ສາຍຮັດນິລະໄພ?

ຖົງລົມນິລະໄພ ເປັນລະບົບປ້ອງກັນໃຫ້ຜູ້ຂັບຂີ່ຫຼຸດຜ່ອນຄວາມຮຸນແຮງຈາກການຖືກກະທົບໃນຂະນະທີ່ລົດເກີດອຸບັດເຫດ ແຕ່ມີຫຼາຍເທື່ອທີ່ເຮົາມັກຈະໄດ້ຍິນຂ່າວການເສຍຊີວິດຈາກຖົງລົມນິລະໄພ ເຊິ່ງມີຫຼາຍສາເຫດ ແຕ່ຫຼັກໆ ຄືຜູ້ໂດຍສານແລະຄົນຂັບບໍ່ໃສ່ສາຍຮັດນິລະໄພ ສົ່ງຜົນໃຫ້ເມື່ອເກີດອຸບັດເຫດ ຈະເກີດແຮງທີ່ເອີ້ນວ່າ ແຮງກະທົບບວກ ທີ່ມາຈາກໂຕຄົນຂັບຫຼືຜູ້ໂດຍສານທີ່ບໍ່ໃສ່ສາຍຮັດນິລະໄພ ສະເດັນຫຼຸດຈາກເບາະຢ່າງບໍ່ມີທິດທາງແລ້ວມາຖືກແຮງກະທົບຈາກຖົງລົມນິລະໄພທີ່ລະເບີດອອກມາ ສົ່ງຜົນໃຫ້ເກີດອັນຕະລາຍເຖິງຊີວິດ.

1426489031

ດ້ວຍການເກີດມີຜູ້ເສຍຊີວິດໃນລັກສະນະ ກະທົບບວກ ກັບຖົງລົມນິລະໄພ ເຮັດໃຫ້ທາງຜູ້ຜະລິດອອກແບບລະບົບຖົງລົມນິລະໄພແບບໃໝ່ຂຶ້ນ ນັ້ນຄື ຖົງລົມນິລະໄພຈະບໍ່ເຮັດວຽກຖ້າບໍ່ໃສ່ສາຍຮັດນິລະໄພ ໃນລົດຫຼາຍໆ ລຸ້ນໃນປັດຈຸບັນ ແຕ່ລົດລຸ້ນເກົ່າແລະໃໝ່ບາງລຸ້ນຖົງລົມນິລະໄພກໍຍັງເຮັດວຽກ ເຖິງແມ່ນວ່າຈະບໍ່ຮັດສາຍຮັດນິລະໄພ ເຊິ່ງການທີ່ຖົງລົມນິລະໄພຈະເຮັດວຽກຫຼືບໍ່ນັ້ນຈະເກີດຂຶ້ນເມື່ອ ເຊັນເຊີ (Sensor) ທີ່ຖືກຕິດຕັ້ງໄວ້ບໍລິເວນຕ່າງໆ ຂອງລົດຖືກແຮງກະທົບທີ່ມີຄວາມຮຸນແແຮງຫຼາຍຈົນສົ່ງຜົນໃຫ້ເຊັນເຊີ ສັ່ງການໃນຖົງລົມນິລະໄພ ເຮັດວຽກທັນທີ ໃນທາງກົງກັນຂ້າມ ຖ້າການກະທົບມີຄວາມຮຸນແຮງທີ່ໜ້ອຍເຊັ່ນຂັບລົດຕຳກັນຄ່ອຍໆ ເຊັນເຊີ ກໍຈະບໍ່ສັ່ງການໃຫ້ຖົງລົມນິລະໄພເຮັດວຽກ.

1426488685

ຮູ້ຈັ່ງຊີ້ແລ້ວເຮົາຈຶ່ງຄວນຮັດສາຍຮັດນິລະໄພທຸກຄັ້ງໃນການຂັບລົດເພື່ອປ້ອງກັນເຫດທີ່ບໍ່ຄາດຝັນ ເຖິງແມ່ນການຕຳຈະບໍ່ໄດ້ຮຸນແຮງຈົນສົ່ງຜົນໃຫ້ຖົງລົມນິລະໄພເຮັດວຽກ ແຕ່ເຮົາກໍຈະປອດໄພຈາການທີ່ເຮົາຮັດສາຍຮັດນິລະໄພ ແລະຖ້າຖົງລົມນິລະໄພເຮັດວຽກ ເຮົາກໍຈະບໍ່ກະທົບກັບຖົງລົມນິລະໄພແຮງ ຍ້ອນວ່າເຮົາຮັດສາຍຮັດນິລະໄພນັ້ນເອງ. ແລະຫວັງວ່າບົດຄວາມນີ້ຈະສ້າງປະໂຫຍດແກ່ທ່ານຜູ້ອ່ານ ຢ່າລືມໃສ່ສາຍຮັດນິລະໄພທຸກຄັ້ງໃນການຂັບລົດ ແລະເຕືອນຄົນທີ່ທ່ານຮູ້ຈັກໃຫ້ຮັດສາຍຮັດນິລະໄພແດ່ເດີ.

ຂໍຂອບໃຈຂໍ້ມູນດີໆຈາກ: BoxzaRacing

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...