Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 14 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 14 ກໍລະກົດ

Published on

ວັນທີ 14 ກໍລະກົດ ປີ 1992 ຫຼືມື້ນີ້ເມື່ອ 24 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Mario Paint ເທິງເຄື່ອງ Super Famicom ທີ່ປະເທດຍີ່ປຸ່ນ. ໂດຍເກມ Mario Paint ນີ້ຈະເປັນເກມແນວສີລະປະທີ່ເນັ້ນພື້ນຖານການແຕ້ມຮູບແລະອອກແບບສະແຕັມທີ່ລະອຽດແບບພິກເຊວຕໍ່ພິກເຊວ ເຊິ່ງໃນຍຸກນັ້ນວາລະສານຈາກຫຼາຍໆສຳນັກພິມ ທີ່ຂຶ້ນຊື່ກັບ Nintendo ເຊັ່ນ Nintendo Power ໄດ້ວາງຈຳໜ່າຍປຶ້ມແນະນຳທີ່ຈະເປັນການສອນວິທີການສ້າງສະແຕັມທີ່ເປັນເອກກະລັກຂອງ Nintendo ເອງດ້ວຍເກມ Mario Paint ນີ້ ເວົ້າໄດ້ວ່າເປັນເກມທີ່ແປກໃໝ່ ແລະບໍ່ຄືກັບເກມອື່ນໆໃນຕະຫຼາດກັນເລີຍ.

ສຳລັບດ້ານລະບົບເກມຂອງ Mario Paint ນັ້ນ ໂຕເກມຈະມີອຸປະກອນເລີ່ມຕົ້ນໃຫ້ຜູ້ຫຼິ້ນເລືອກໃຊ້ໃນການອອກແບບສະແຕັມຂອງໂຕເອງ ໂດຍແບ່ງເປັນສາກຫຼັງແບບສຳເລັດຮູບປະມານ 60 ແບບ, ລວດລາຍເທິງສະແຕັມແບບສຳເລັດຮູບອີກ 75 ແບບ, ສະແຕັມແບບທີ່ສາມາດປັບແກ້ລວດລາຍໄດ້ອີກ 15 ແບບ ໄປຈົນເຖິງອຸປະກອນພວກເອັບເຟັກການລຶບຕ່າງໆອີກ 9 ວິທີ ເຊິ່ງເມື່ອສ້າງສະແຕັມໃຫ້ເປັນຮູບໄດ້ແລ້ວ ຜູ້ຫຼິ້ນຍັງສາມາດເຂົ້າໂໝດ Music Generator ເພື່ອເຮັດດົນຕີປະກອບຮູບສະແຕັມໄດ້ອີກນຳ ແຕ່ວ່າຮູບສະແຕັມທີ່ເຮັດຂຶ້ນມານີ້ຈະສະແດງຜົນສະເພາະເທິງຈໍໂທລະພາບເທົ່ານັ້ນ ແລະຫາກຢາກເກັບໄວ້ເບິ່ງເອງດ້ານນອກ ກໍຕ້ອງຕໍ່ກັບເຄື່ອງອັດວີດີໂອເທບຄາສເຊັດ ເພື່ອບັນທຶກຮູບສະແຕັມກັບເພງປະກອບລົງໄປ ແລະນີ້ກໍເປັນພຽງວິທີດຽວທີ່ສາມາດ Export ໄຟລ໌ຮູບແລະສຽງຈາກເກມ Mario Paint ອອກໄປໄດ້.

Fact ເລັກນ້ອຍກ່ຽວກັບເກມ Mario Paint

  • ເກມ Mario Paint ຈະວາງຈຳໜ່າຍຄວບຄູ່ກັບເມົ້າຂອງ Nintendo ທີ່ເຮັດຂຶ້ນມາເພື່ອຮ່ວມກັບຄຸນສົມບັດຕ່າງໆຂອງ Mario Paint ໂດຍສະເພາະ ເຊິ່ງຈະມີແຜ່ນຮອງເມົ້າທີ່ເຮັດຈາກປຼາສຕິກແຂງແຖມມານຳ

  • ທ່ານຮິໂຣຄາສຶ ທານາກາ (Hirokazu Tanaka) ຜູ້ປະພັນເພງ Mario Paint ໂດຍຫຼັງຈາກເຮັດເພງໃຫ້ກັບເກມນີ້ລາວກໍໄດ້ໄປຮ່ວມງານແຕ່ງເພງໃຫ້ກັບເກມ Earthbound ນຳ ເຊິ່ງຖ້າໃຜລອງຟັງເພງຈາກ 2 ເກມນີ້ທຽບກັນດີດີ ຈະພົບວ່າສຽງເອັບເຟັກແລະເຄື່ອງດົນຕີຕ່າງໆ ນັ້ນມີຄວາມຄ້າຍຄືກັນຢູ່.

  • ຢູ່ໜ້າຈໍໄຕເຕີ້ນຂອງເກມນີ້ຈະມີ Easter Eggs ແຝງຢູ່ຫຼາກຫຼາຍ ຜູ້ຫຼິ້ນສາມາດໄລ່ຄລິກພະຍັນຊະນະແຕ່ລະໂຕຕັ້ງແຕ່ M A R I O P A I N T ເພື່ອໃຫ້ສະແດງຜົນລັບແບບຕ່າງໆໄດ້ ອີກທັງແຕ່ລະໂຕອັກສອນທີ່ຄລິກໄປກໍຈະເຮັດໃຫ້ດົນຕີປະກອບປ່ຽນໄປນຳ ທີີ່ມ່ວນກວ່ານັ້ນກໍຄືຜູ້ຫຼິ້ນສາມາດລະບາຍສີລົງໃນພື້ນຫຼັງຂອງເກມໄດ້ອີກນຳ.

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...