Homeຂ່າວຕ່າງປະເທດພົບ​ດາວ​ເຄາະ​ແຄຣະດວງ​ໃໝ່​ໃນ​ລະບົບ​ສຸລິຍະ

ພົບ​ດາວ​ເຄາະ​ແຄຣະດວງ​ໃໝ່​ໃນ​ລະບົບ​ສຸລິຍະ

Published on

ນັກ​ດາຣາສາດ​ເອີ​ຣົບ​ເປີດ​ເຜີຍ​ການ​ຄົ້ນ​ພົບ ດາວ​ເຄາະ​ແຄຣະດວງ​ໃໝ່ RR245 ​ໃນ​ລະບົບ​ສຸລິຍະ​ຈັກກະ ວານ ​ເລຍ​ອອກ​ໄປ​ຈາກ​ດາວ​ເນ​ປຈູ​ນ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 12 ກໍລະກົດ​ທີ່​ຜ່ານ​ມາ​ວ່າ ພົບ​ດາວ​ເຄາະ​ແຄຣະທີ່​ຫາ​ໄດ້​ຍາກ ມີ​ຂະໜາດ​ນ້ອຍ​ກວ່າ​ໂລກ​ມະນຸດ 18 ​ເທົ່າ ຖືກ​ຄົ້ນ​ພົບ​​ໃນ​ລະບົບ​ສຸລິຍະ ​ເທິງ​ວົງ​ໂຄຈອນ​ທີ່​ແປກ​ປະຫຼາດ ​ເລຍ​ໄປ​ຈາກ​ດາວ​ເນ​ປຈູ​ນ. ທ່ານ ທອງ – ມາກ ​ເປ​ຕີ ນັກ​ດາຣາສາດ ສະ​ຖາ​ບັນ​ວິ​​ໄຈ CNRS ​ໃນ​ຝຣັ່ງ​ເປີດ​ເຜີຍ​ວ່າ ດາວ​ທີ່​ເຕັມ​ໄປ​ດ້ວນ​ນ້ຳກ້ອນ ຊຶ່ງ​​ເອີ້ນ​ຊື່ວ່າ“RR 245” ຂະນະ​ນີ້​ຢູ່​ຫ່າງ​ຈາກ​ດວງ​ອາທິດ​ປະມານ 9.700 ລ້ານ​ກິ​ໂລ​ແມັດ ຫຼື​ຫ່າງ​ຈາກ​ດວງ​ອາທິດ​ຫຼາຍ​ກວ່າ​ໂລກ 65 ​ເທົ່າ ​ແລະ ວົງ​ໂຄຈອນ​ຂອງ​ມັນ​ຜິດ​ປົກກະຕິ​ຫຼາຍ ​ໂດຍ​ໄລຍະ​ທີ່ຢູ່​ຫ່າງ​ໄກ​ອອກ​ໄປ​ຫຼາຍ​ທີ່​ສຸດ ຈະ​ຢູ່​ຫ່າງ​ຈາກ​ໂລກ 19 ຕື້​ກິ​ໂລ​ແມັດ ສ່ວນ​ໃນ​ໄລຍະ​ໃກ້​ສຸດ​ໃນ​ວົງ​ໂຄຈອນ 700 ປີ​ຕໍ່​ຮອບ​ຂອງ​ມັນ ຈະ​ເຄື່ອນ​ຜ່ານ​ດວງ​ອາທິດ​ໃນ​ໄລຍະ​ຫ່າງ​ປະມານ 5 ຕື້​ກິ​ໂລ​ແມັດ.

RR245 ​ໄດ້​ສັ່ງ​ເກດ​ເຫັນ​ເປັນ​ເທື່ອ​ທຳ​ອິດ​ໃນ​ເດືອນ​ກຸມພາ​ປີ​ນີ້ ຈາກ​ພາບ​ຖ່າຍ​ໃນ​ເດືອນ​ກັນຍາ​ປີ 2015 ​ໂດຍ​ໂຄງການ​ລະຫວ່າງ​ປະ​ເທດ​ທີ່​ມີ​ພາລະກິດ​ຄົ້ນ​ຫາ​ໂລກ​ທີ່ຢູ່​ຫ່າງ​ໄກ​ໃນ​ອະວະກາດ ປະ​ເມີນ​ວ່າ ​ເສັ້ນ​ຜ່ານ​ສູນ​ກາງຂອງ​ມັນ​ຢູ່​ທີ່​ປະມານ 700 ກິ​ໂລ​ແມັດ ທຽບ​ກັບ​ເສັ້ນ​ຜ່າ​ສູນ​ກາງຂອງ​ໂລກ​ຊຶ່ງ​ສະ​ເບ່ຍຢູ່​ທີ່ 12.742,02 ກິ​ໂລ​ແມັດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...