Homeຂ່າວຕ່າງປະເທດມາ​ເລ​ເຊຍ​ຫຼຸດ​ອັດຕາ​ດອກ​ເບ້ຍ​

ມາ​ເລ​ເຊຍ​ຫຼຸດ​ອັດຕາ​ດອກ​ເບ້ຍ​

Published on

ທາງ​ການ​ມາ​ເລ​ເຊຍ​ປະກາດ​ຫຼຸ​ດອັດຕາ​ດອກ​ເບ້ຍ​ລົງ​ເປັນ​ເທື່ອ​ທຳ​ອິດ​​ໃນ​ຮອບ 7 ປີ ​ໃນ​ວັນ​ທີ 13 ກໍລະກົດ​ທີ່​ຜ່ານ​ມາ ​ເນື່ອງ​ຈາກ​​ເສດຖະກິດ​ປະສົບ​ບັນຫາ​ການ​ສົ່ງ​ອອກ​ງຽບ​ເຫງົາ ​ແລະ ​ເສດຖະກິດ​ໂລກ​ບໍ່​ແນ່ນອນ.

ສຳນັກຂ່າວຕ່າງປະ​ເທດ​ລາຍ​ງານ​ວ່າ: ທາງ​ການ​ມາ​ເລ​ເຊຍ​ຕັດ​ສິນ​ໃຈ​ຫຼຸດ​ອັດຕາ​ດອກ​ເບ້​ຍ​ເງິນ​ກູ້​ຢືມ​ລົງ 0,25 ຈຸດ​ມາ​ຢູ່​ທີ່ 3% ​ໃນ​ວັນ​ທີ 13 ກໍລະກົດ​ທີ່​ຜ່ານ​ມາ ຖື​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 7 ປີ ຊຶ່ງ​ຖື​ເປັນຄວາມ​ເຄື່ອນ​ທີ່​ບໍ່​ຄາດ​ຄິດ​ກັນ​ມາ​ກ່ອນ ​ເນື່ອງ​ຈາກ​ເສດຖະກິດ​ປະສົບ​ບັນຫາ​ການ​ສົ່ງ​ອອກ​ງຽບ​ເຫງົາ ​ແລະ ​ທ່າ​ອຽງ​ເສດຖະກິດ​ໂລກ​ບໍ່​ແນ່ນອນ, ຫຼັງ​ຈາກ​ສິງກະ​ໂປ ​ແລະ ອິນ​ໂດ​ເນ​ເຊຍ​ດຳ​ເນີນ​ການ​ໄປ​ກ່ອນ​ໜ້າ​ນີ້ ຊຶ່ງ​ມີ​ຂຶ້ນ​ໃນ​ໄລຍະ​ທີ່​ທະນາຄານ​ລາຍ​ໃຫຍ່​ທົ່ວ​ໂລກ​ພະຍາຍາມ​ດຳ​ເນີນ​ນະ​ໂຍບາຍ​ການ​ເງິນ​ແບບ​ຜ່ອນ​ປັນ​ເພື່ອ​ກະ​ຕຸ້ນ​ເສດຖະກິດ.

ທະນາຄານ​ມາ​ເລ​ເຊຍ​ຖະ​ແຫຼ​ງວ່າ ທ່າ​ອຽງ​ຂະ​ແໜງ​ການ​ສົ່ງ​ອອກ​ຍັງ​ງຽບ​ເຫງົາ​ພາຍຫຼັງ​ປະລິມານ​ຄວາມຕ້ອງ ການ​ຈາກ​ປະ​ເທດ​ຄູ່​ຄ້າ​ລາຍ​ໃຫຍ່​ຂອງ​ມາ​ເລ​ເຊຍ​ລໍ​ຕົວ​ລົງ, ອັດຕາ​ດອກ​ເບ້ຍ​ນະ​ໂຍບາຍ​ຄົງ​ທີ່​ມາ​ຕັ້ງ​ແຕ່​ເດືອນ​ກໍລະກົດ​ປີ 2014 ຫຼັງ​ຈາກ​ປັບ​ຂຶ້ນ 0,25 ຈຸດ ​ແຕ່​ຖື​ວ່າ​ເປັນ​ເທື່ອ​ທຳ​ອິດ​ທີ່​ປັບ​ຫຼຸດ​ລົງ​ນັບ​ຕັ້ງ​ແຕ່​ປີ 2009.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...