Homeມູມໄອທີລາວຂ່າວລື Apple iPhone 7 ຈະມາພ້ອມກັບແບັດ 1960 mAh

ຂ່າວລື Apple iPhone 7 ຈະມາພ້ອມກັບແບັດ 1960 mAh

Published on

​ຫຼັງຈາກທີ່ເຮົາໄດ້ສະເໜີຂ່າວກ່ຽວກັບຊິບປະມວນຜົນໂຕໃໝ່ຂອງທາງ Apple ໄປແລ້ວ ນັ້ນຄື Apple A10 ທີ່ຈະເປັນຊິບເຊັດລຸ້ນໃໝ່ທີ່ໃສ່ເຂົ້າໄປໃນໂທລະສັບລຸ້ນ iPhone 7 ແລະ iPhone 7 Plus. ຫຼ້າສຸດນີ້ເອງກໍມີລາຍງານກ່ຽວກັບ iPhone 7 ທີ່ຈະມີຂະໜາດແບັດເຕີຣີທີ່ຫຼາຍກວ່າ iPhone 6s ແລະແນ່ນອນວ່າລາຍງານດັ່ງກ່າວຈະມາຈາກໃຜບໍ່ໄດ້ນອກຈາກເຈົ້າພໍ່ຂ່າວລື @OnLeaks.

ອີງຕາມຂໍ້ມູນຈາກ @OnLeaks ແມ່ນບອກວ່າແບັດເຕີຣີຂອງ iPhone 7 ນັ້ນຈະຢູ່ທີ່ 1960mAh ທຽບກັບ iPhone 6s ທີ່ມີແບັດເຕີຣີຢູ່ທີີ 1715mAh. ຖືວ່າເພີ່ມຂຶ້ນອີກໜ້ອຍໜຶ່ງປະມານ 14% ເລີຍ ໂດຍການເພີ່ມຂຶ້ນຂອງແບັດເຕີຣີຂອງ iPhone 7 ກໍບໍ່ເປັນຕາແປກໃຈຫຼາຍເພາະຕ້ອງກຽມເພື່ອມາຮອງຮັບການປະມວນຜົນສູບແບັດຈາກຊິບ A10 ໂຕໃໝ່ຂອງທາງແອັບເປີ້ນເອງ (^^).

ນອກຈາກລາຍງານນີ້ແລ້ວ ກໍມີຂ່າວລືທີ່ວ່າ iPhone 7 ຂະໜາດຈໍ 4.7 ນິ້ວ ແມ່ນຈະມີໂມດູນກ້ອງທີ່ໃຫຍ່ກວ່າເກົ່າ, four speaker grilles ແລະ antenna bands. ນອກຈາກນີ້ກໍຈະບໍ່ມີຮູສຽບ 3.5ມມ ອີກແລ້ວ ແລະທາງ Apple ຈະຂ້າມຈາກທີ່ແຕ່ກ່ອນເລີ່ມຕົ້ນຂາຍລຸ້ນ 16GB ມາເປັນ 32GB ເປັນຄວາມຈຸເລີ່ມຕົ້ນ.
ທີ່ມາ:fonearena,ເດັກລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...