Homeມູມໄອທີລາວຫຼຸດຊິບ Apple A10 ພ້ອມຜົນຄະແນນຈາກ Geekbench

ຫຼຸດຊິບ Apple A10 ພ້ອມຜົນຄະແນນຈາກ Geekbench

Published on

ໃນຊ່ວງໄລຍະນີ້ເວົ້າໄດ້ວ່າຫຼາຍໆຄົນກໍຄົງຈະໄດ້ເຫັນກະແສຂອງເກມ Pokemon GO! ນັ້ນມາແຮງອີ່ຫຼີຈົນເຮັດໃຫ້ກະແສຂ່າວຂອງ iPhone 7 ແລະ iPhone 7 Plus ເກືອບຈະບໍ່ມີ. ແຕ່ຫຼ້າສຸດນີ້ເຮົາກໍມີຂໍ້ມູນກ່ຽວກັບຊິບເຊັດໂຕໃໝ່ຈາກ Apple ນັ້ນກໍຄື A10 ອອກມາໃຫ້ເຫັນກັນ.

ສຳລັບທາງດ້ານຊິບ Apple A10 ນີ້ຈະເປັນຊິບປະມວນຜົນແບບ 2 ຄໍຄືເກົ່າ ຜະລິດໂດຍ TSMC ດ້ວຍສະຖາປັດຕະຍະກຳແບບ 16 ນມ ຄືກັນກັບ A9 ແຕ່ຈະມີປະສິດທິພາບທີ່ດີກວ່າ ແລະຈະເປັນຊິບໂຕໃໝ່ທີ່ຈະນຳມາໃຊ້ກັບ iPhone 7 ແລະ iPhone 7 Plus ທີ່ຈະເປີດໂຕໃນ (ຕອນໃດບໍ່ຮູ້).

ອີງຕາມຂໍ້ມູນຈາກ Geekbench ຊິບປະມານຜົນ A10 ນີ້ຈະມີຄະແນນປະມວນຜົນແບບຄໍດຽວຢູ່ທີ່ 3000 ຄະແນນ ແລະ ຫຼາຍກວ່າ 500 ຄະແນນ ຖ້າທຽບກັບເຈນເກົ່າແບບ A9 ຖືວ່າໜ້າພໍໃຈເລີຍສຳລັບຜົນຄະແນນທີ່ອອກມາ. ແຕ່ເຖິງຈະຫຼາຍກວ່າ A9 ກໍບໍ່ໄດ້ໝາຍຄວາມວ່າຈະເປັນຊິບທີ່ແຮງທີ່ສຸດໃນຊີຣີເພາະຍັງມີ A9X ທີ່ມີຄະແນນຢູ່ທີ່ 3010 ຄະແນນ ເຊິ່ງຊິບໂຕນີ້ແມ່ນໃຊ້ກັບ iPad Pro 9.7 ແລະ iPad Pro 12.9.

ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...