HomeເກມPokemon GO! ກາຍເປັນເກມມືຖືທີ່ມີຄົນຫຼິ້ນຫຼາຍທີ່ສຸດໃນອາເມຣິກາ 

Pokemon GO! ກາຍເປັນເກມມືຖືທີ່ມີຄົນຫຼິ້ນຫຼາຍທີ່ສຸດໃນອາເມຣິກາ 

Published on

ຫຼັງຈາກທີ່ໂຕເກມ Pokemon GO! ໄດ້ເປີດໃຫ້ຫຼິ້ນຢູ່ອາເມຣິກາໄດ້ 1 ອາທິດມາແລ້ວແລະຕອນນີ້ເອງກໍໄດ້ຖືກຈັດເປັນເກມທີ່ມີຍອດຜູ້ຫຼິ້ນຫຼາຍທີ່ສຸດຕໍ່ມື້ (Daily Active Users) ຂອງເກມມືຖືເປັນທີ່ຮຽບຮ້ອຍແລ້ວ!

ອີງຈາກຂໍ້ມູນເວັບໄຊ SurveyMonkey ສະແດງໃຫ້ເຫັນວ່າ Pokemon GO! ມີຍອດຜູ້ຫຼິ້ນຕໍ່ມື້ຫຼາຍກວ່າ 21 ລ້ານຄົນ ລົ້ມແຊັມເກົ່າແບບ Candy Crush Saga ທີ່ມີຍອດຜູ້ຫຼິ້ນຕໍ່ມື້ປະມານ 20 ລ້ານຄົນ ໃນສະຫະລັດອາເມຣິກາ, ນອກນີ້ກໍຍັງແຊງເກມອື່ນໆທີ່ມີມາກ່ອນໜ້ານີ້ແບບ Slither.io, Clash Royale ແລະ Draw Somethig ອີກນຳ.

ແຕ່ສະຖິຕິທີ່ເອົາມາປຽບທຽບມີພຽງອາເມຣິກາເທົ່ານັ້ນ ເພາະຍອດຜູ້ໃຊ້ລວມທົ່ວໂລກຂອງເກມ Candy Crush Saga ມີຜູ້ຫຼິ້ນສູງສຸດຕໍ່ມື້ເຖິງ 93 ລ້ານຄົນ ເຊິ່ງຕອນນີ້ເກມ Pokemon GO! ນັ້ນຍັງຄົງເປີດບໍລິການພຽງບາງປະເທດເທົ່ານັ້ນເຊິ່ງບໍ່ສາມາດເອົາມາທຽບໄດ້ ແຕ່ໃນອະນາຄົດອາດບໍ່ແນ່ ເພາະຫຼ້າສຸດນີ້ Pokemon GO! ແມ່ນເປີດໃຫ້ບໍລິການທີ່ເຢຍລະມັນແລ້ວ ແລະຄາດວ່າຈະເປີດໃຫ້ບໍລິການປະເທດໃນແຖບເອເຊຍໃນໄວໆນີ້.
ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...