Homeຂ່າວທ້ອງຖິ່ນຫລາຍທ້ອງຖິ່ນຈັດພິທີປ່ອຍປາ ວັນອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ 13 ກໍລະກົດປີນີ້!

ຫລາຍທ້ອງຖິ່ນຈັດພິທີປ່ອຍປາ ວັນອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ 13 ກໍລະກົດປີນີ້!

Published on

ຂປລ. ​ໃນ​ໂອກາດ ວັນ​ອະນຸລັກ​ສັດ​ນ້ຳ ​ແລະ ສັດປ່າ​ແຫ່ງ​ຊາດ​ 13 ກໍລະກົດ ຫລາຍ​ທ້ອງ​ຖິ່ນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ໄດ້​ຈັດ​ພິທີ​ປ່ອຍປາ​ລົງ​ສູ່​ທຳ​ມະ​ຊາດ ທັງ​ນີ້​ກໍເພື່ອ​ເປັນ​ການ​ອະນຸລັກ​, ປົກ​ປັກ​ຮັກສາ​ສັດ​ນ້ຳ ບໍ່​ໃຫ້​ສູນພັນ, ​ເຮັດ​ໃຫ້​ປານາໆຊະນິດ ​ມີ​ການ​ຂະຫຍາຍຕົວ, ​ທັງ​ເປັນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ຂອງ​ແມ່ນ້ຳ.

ສະ​ເພາະ​ເມືອງ​ສາລະ​ວັນ ໄດ້​ປ່ອຍປາ​ຢູ່​ຈຸດ​ກຸ່ມ 2 ​ແກ້ງ​ຄອງ​ຄຳ, ກຸ່ມ 6 ​ແສນ​ວັງ, ກຸ່ມ 7 ບຶງ​ຂາມ, ກຸ່ມ 8 ບຶງ​​ໄຊ, ກຸ່ມ 10 ບ້ານ​ດ່ານ, ກຸ່ມ 11 ກະຊະ​ໃຫຍ່​​, ກຸ່ມ 13 ໜອງບົວ ​ແລະ ​ບ້ານ​ທ່າ​ເມືອງ​ເຊກຸ່ມ ​ເມືອງ​ສາລະ​ວັນ ມີ​ຈຳນວນ​ປາ​ປ່ອຍ​ທັງໝົດ​ມີ ປາປາກ, ປາ​​ໄນ, ປາ​ນິນ, ປານ​ວນຈັນ ​ແລະ ປາ​ເກັດ​​ເເລບ.

ເມືອງ​ຊຳ​ເໜືອ​ ແຂວງ​ຫົວພັນ ​ໄດ້​ປ່ອຍ​ປາຈຳນວນ 14.000​ໂຕ ຢູ່ວັງ​ສະຫງວນ​ ບ້ານ​ພັນ​ໄຊ ​ແລະ ບ້ານ​ນາ​ທົ່ງ​ຈອງ​ ຕະຫລາດ​ເທສະບານ​ແຂວງ ​ໃນ​ນັ້ນ​ປະກອບ​ມີ ປາ​ໄນ, ປາ​ນິນ ​ແລະ ປາ​ກິນ​ຫຍ້າ.

ສ່ວນ​ເມືອງ​ໄຊ​ຍະ​ບູລີ ​ໄດ້​ຈັດ​ພິທີ​ປ່ອຍ​ປາ​ທັງ​ໝົດ 685.000 ໂຕ ​ໂດຍ​ໄດ້ປ່ອຍລົງໜອງຂອງປະຊາຊົນ ເພື່ອຂາຍ ເປັນສິນຄ້າ 505.000 ໂຕ, ປ່ອຍລົງສູ່ສາຍນ້ຳທຳມະຊາດ, ອ່າງໂຕງຊົນລະປະທານມີ 180.000 ໂຕ, ມີ 5 ຈຸດ ຄື: ຈຸດນ້ຳຮຸ່ງໜ້າສະໜາມຫລວງ, ຈຸດນ້ຳຮຸ່ງເຂດວັງສະຫງວນ ບ້ານສວນ-ວັງຊອຍ, ຈຸດນ້ຳຮຸ່ງວັງສະຫງວນ ບ້ານນາຕໍນ້ອຍ, ອ່າງຊົນລະປະທານນ້ຳຕຽນ ແລະ ຊົນລະປະທານອ່າງຫ້ວຍແຄນ, ​ໃນ​ນັ້ນ​ປະກອບ​ມີ ປາປາກ ແລະ ປາອິນເດຍ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...