spot_img
Homeຂ່າວພາຍ​ໃນທ່ານ ທອງລຸນ ນາຍົກຜູ້ທຳອິດຂອງລາວ ທີ່ເຫັນຄວາມສຳຄັນຂອງສື່ອອນໄລນ໌

ທ່ານ ທອງລຸນ ນາຍົກຜູ້ທຳອິດຂອງລາວ ທີ່ເຫັນຄວາມສຳຄັນຂອງສື່ອອນໄລນ໌

Published on

ຕອນບ່າຍມື້ນີ້ ວັນທີ 13 ກໍລະກົດ 2016 ຢູ່ທີ່ຫ້ອງປະຊຸມ ຫໍວັດທະນະທຳແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ປອ. ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ຄະນະຜູ້ແທນໃນຂົງເຂດວຽກງານຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມບັນດາສື່ມວນຊົນລາວ ຫຼາຍກວ່າ 400 ທ່ານ.

ເນື້ອໃນໂອ້ລົມສ່ວນໜຶ່ງທ່ານກ່າວວ່າ ວຽກງານສື່ວິທະຍຸ, ໂທລະພາບ, ສິ່ງພິມ ແລະ ອື່ນໆ ເປັນສິ່ງສໍາຄັນທີ່ສຸດໃນຊີວິດປະຈໍາວັນຂອງພວກເຮົາບໍ່ສາມາດຕັດແຍກອອກຈາກກັນໄດ້ ແລະ ບໍ່ຕ່າງຫຍັງກັບອາຫານການກິນປະຈໍາວັນນັ້ນເອງ ທັງໝົດນັ້ນໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງຕັ້ງໜ້າຈາກອະດີດຈົນເຖິງປັດຈຸບັນ ຍິ່ງສະພາບເງື່ອນໄຂທີ່ມີການປ່ຽນແປງໃນໂລກຢ່າງໄວວາກໍຍິ່ງເປັນສິ່ງທ້າທາຍຕໍ່ການພັດທະນາສື່ມວນຊົນຂອງພັກເຮົາ.

ແລະໃນໂອກາດດຽວກັນນັ້ນ ທ່ານກໍໄດ້ເນັ້ນໃຫ້ເຫັນວ່າ ໃນປັດຈຸບັນ ສື່ສັງຄົມອອນໄລນ໌ ແລະລະບົບອິນເຕີເນັດ ແມ່ນພາຫະນະທີ່ສຳຄັນໜຶ່ງໃນການຕອບສະໜອງຂໍ້ມູນ ຂ່າວສານ, ສາລະໜ້າຮູ້ ແລະອື່ນໆ ວ່ອງໄວທີ່ສຸດ ວິນາທີຕໍ່ວິນາທີ ດັ່ງນັ້ນ, ສື່ສັງຄົມອອນໄລນ໌ ຈຶ່ງມີປະໂຫຍດຫຼາຍທີ່ປະຕິເສດບໍ່ໄດ້. ສື່ສັງຄົມອອນໄລນ໌ ສາມາດເປັນວັດຈະນານຸກົມ ແລະຫໍສະໝຸດອັນມະຫຶມາໄດ້ ແຕ່ໃນນັ້ນກໍຕ້ອງໃຫ້ຮູ້ຈັກໝຸນໃຊ້ ແລະຄຸ່ມຄອງໃຫ້ດີ ກໍຈະເກີດປະໂຫຍດສູງສຸດ ເພາະໃນສື່ອອນໄລນ໌ ມີທັງຂໍ້ມູນຈິງແລະບໍ່ຈິງ, ມີທັງຂໍ້ມູນດີແລະຮ້າຍ ຖ້າຫາກບໍ່ຮູ້ໝຸນໃຊ້ກໍຈະເປັນອັນຕະລາຍໄດ້ໄວເຊັ່ນກັນ.

ນັ້ນແມ່ນ, ບາງສ່ວນຂອງຄຳເຫັນທີ່ທ່ານນາຍົກໄດ້ຍົກຂຶ້ນ ໃນໂອກາດພົບປະໂອ້ລົມໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນວ່າ ທ່ານນາຍົກ ທ່ານນີ້ເປັນນາຍົກຜູ້ທຳອິດຂອງລາວ ທີ່ສະແດງທັດສະນະໃຫ້ເຫັນຢ່າງຊັດເຈນວ່າ ລະບົບອິນເຕີເນັດແລະສື່ສັງຄົມອອນໄລນ໌ ມີຄວາມສຳຄັນແລະເປັນປະໂຫຍດຫຼາຍ.

————————-
ຄລິກນີ້ເພື່ອອ່ານຂ່າວອື່ນໆ ທີ່ໜ້າສົນໃຈ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...