Homeຂ່າວຕ່າງປະເທດ10 ​ປະ​ເທດ​ທ່ອງ​ທ່ຽວ​ລາຄາ​ຖືກ​ທີ່​ສຸດ​ໃນ​ໂລກ

10 ​ປະ​ເທດ​ທ່ອງ​ທ່ຽວ​ລາຄາ​ຖືກ​ທີ່​ສຸດ​ໃນ​ໂລກ

Published on

​ເວັບ​ໄຊ ອິລິດຣິດ​ເດີ ​ເປີດ​ເຜີຍ 10 ອັນ​ດັບ​ປະ​ເທດ​ໜ້າ​ທ່ອງ​ທ່ຽວ​ທີ່​ມີຄ່າ​ຄອງ​ຊີບ​ຖືກ​ທີ່​ສຸດ​ໃນ​ໂລກ ຊຶ່ງ​ປະ​ເທດ​ນິກາຣາກົວ ຢູ່​ອັນ​ດັບ 1 ຮອງ​ລົງ​ມາ​ແມ່ນ​ຕວັກກີ, ສີ​ລັງກາ ​ແລະ ກຳປູ​ເຈຍ.

ປະ​ເທດ​ທີ່​ມີຄ່າ​ຄອງ​ຊີບ​ທີ່​ຖືກ​ທີ່​ສຸດ​ໃນ​ໂລກ​ຄືນິກາຣາກົວກາຍ​ເປັນ​ສະຖານ​ທີ່​ສຳລັບ​ນັກ​ທ່ອງ​ທ່ຽວ​ທີ່​ຕ້ອງການ​ປະຢັດ​ງົບປະມານ ມີ​ບ້ານ​ເມືອງ​ທີ່​ມີ​ສີສັນ, ມີທະ​ເລ​ທີ່​ງົດ​ງາມ ​ແລະ ມີ​ວັດທະນາ​ທຳ​ທີ່​ຕື່ນ​ຕາ​ຕື່ນ​ໃຈ ​ແລະ ​ແນ່ນອນ​ວ່າ​ຄ່າ​ຄອງ​ຊີບ​ທີ່​ລາຄາ​ຖືກ ນັກ​ທ່ອງ​ທ່ຽວ​ສາມາດ​ຈ່າຍ​ຄ່າ​ຫ້ອງ​ພັກ​ຕຽງ​ຄູ່​ໄດ້​ໃນ​ລາຄາ​ພຽງ 6 ​ໂດ​ລາ​ສະຫະລັດ​ຕໍ່​ຄືນ ,ສ່ວນອາ​ຫານ​ສະ​ເລ່ຍພຽງ​ມື້​ລະ 3 ​ໂດ​ລາ, ອັນ​ດັບ 2 ຄື​ຕວັກ​ກີ, ມີ​ອາຫານ​ເຄບັບ ຕາ​ເວັນ​ອອກ​ກາງ​ໂດ່​ງດັງ​ສາມາດ​ຊື້​ໄດ້​ໃນ​ລາຄາ 2 ​ໂດ​ລາ, ຫ້ອງ​ພັກ​ລາຄາ​ພຽງ 20 ​ໂດ​ລາ, ອັນ​ດັບ 3 ສີ​ລັງກາ ນັກ​ທ່ອງ​ທ່ຽວ​ສາມາດ​ພັກ​ແຄມ​ທະ​ເລ ​ແລະ ຮັບ​ປະທານ​ອາຫານ​ໃນ​ຄາ​ເຟ່​ໄດ້​ໃນ​ລາຄາ 20 ​ໂດ​ລາ​ຕໍ່​ຄືນ,ສ່ວນຄ່າ​ເຊົ່າ​ລົດ​ຢູ່​ທີ່ 55-70 ​ໂດ​ລາ​ຕໍ່​ມື້. ອັນ​ດັບ 4 ກຳປູ​ເຈຍ ມີ​ອາຫານ​ລາຄາ​ຖືກ​ພຽງ 1-3 ​ໂດ​ລາ​ຕໍ່​ມື້, ສ່ວນທີ່​ພັກ​ມີ​ລາຄາ 4-20 ​ໂດ​ລາ​ຕໍ່​ຄືນ ​ໂດຍ​ສາມາດ​ເຊົ່າ​ລົດ​ຕຸກ​ຕຸກ​ເພື່ອ​ໄປ​ຊົມ​ສະຖານ​ທີ່​ຕ່າງໆ​ໄດ້​ໃນ​ລາຄາ​ພຽງ 13 ​ໂດ​ລາ​ຕໍ່​ມື້, ​ເນ​ປານ ມີ​ທີ່​ພັກ​ລາຄາ​ຕັ້ງ​ແຕ່ 5-25 ​ໂດ​ລາ, ອາຫານ​ລາຄາ​ພຽງ 2 ​ໂດ​ລາ, ​ໄທ ມີ​ລາຄາ​ຫ້ອງ​ພັກ​ພຽງ 4-40 ​ໂດ​ລາ, ​ອາຫານ​ 0,65-5 ​ໂດ​ລາ, ລົດ​ໄຟຟ້າ ​ແລະ ລົດ​ໄຟ​ໃຕ້​ດິນ​ມີ​ລາຄາ​ພຽງ 0,5-1,5 ​ໂດ​ລາ.

ສ່ວນ​ເປຣູ​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ຊີວິດ​ຊີວາ ມີ​ຫ້ອງ​ພັກ​ລາຄາ​​ເລີ່​ມຕົ້ນ​ຢູ່​ທີ່ 8 ​ໂດ​ລາ​ຕໍ່​ຄືນ, ​ໂຮງ​ແຮມ​ມີ​ລາ ຄາ​ຕັ້ງ​ແຕ່ 30-50 ​ໂດ​ລາ​ຕໍ່​ຄືນ, ສ່ວນ​ອາຫານ​ລາຄາ 4-6 ​ໂດ​ລາ​ຕໍ່​ມື້ ລາຄາ​ລົດ​​ເທັກ​ຊີ​ມີພຽງ 8 ​ໂດ​ລາ, ໃຊ້​ເວລາ 1 ມື້​ຢູ່​ອິນ​ໂດ​ເນ​ເຊຍ​ໃຊ້​ເງິນ​ປະມານ 15-30 ​ໂດ​ລາ ຂະນະ​ທີ່​ອາຫານ​ມີ​ລາຄາ​ 0,5-6 ​ໂດ​ລາ​ຕໍ່​ມື້ ຂະນະ​ຄ່າ​ລົດ​ເມ​ໄລຍະ​ທາງ 12 ຊົ່ວ​ໂມງ​ໃຊ້​ເງິນ​ປະມານ 15 ​ໂດ​ລາ, ​ຣູມາ​ນີມີ​ຫ້ອງ​ພັກ​ມີ​ລາຄາ 8 ​ໂດ​ລາ ສ່ວນ​ຕຽງ​ຄູ່​ລາຄາ 40 ​ໂດ​ລາ, ອາຫານ 5 ​ໂດ​ລາ, ອາ​ຟຣິກາມີຄ່າ​ອາຫານ​ສະ​ເລ່ຍຕໍ່​ມື້​ປະມານ 4-7 ​ໂດ​ລາ, ຄ່າ​ຫ້ອງ​ພັກ​ທຳ​ມະ​ດາປະມານ 10 ​ໂດ​ລາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...