spot_img
Homeຂ່າວຕ່າງປະເທດ​ ເສດຖະກິດ​ອິຕາ​ລີ​ຈະ​ຫຼຸດ​ລົງ 1%

​ ເສດຖະກິດ​ອິຕາ​ລີ​ຈະ​ຫຼຸດ​ລົງ 1%

Published on

ກອງ​ທຶນ​ການ​ເງິນ​ສາກົນ(​ໄອ​ເອັມ​ເອຟ)​ເຕືອນ​ເສດຖະກິດ​ຂອງ​ອິຕາ​ລີ​ອາດ​ຕົກ​ຢູ່​ໃນ​ພາວະ​ງຽບ​ເຫງົາ​ດົນ​ເຖິງ 20 ປີ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ​ໄອ​ເອັມ​ເອຟອອກ​ລາຍ​ງານ​ໃນ​ວັນ​ທີ 12 ກໍລະກົດ​ທີ່​ຜ່ານ​ມາ ປັບ​ຫຼຸດ​ປະ​ເມີນ​ການ​ທາງ​ເສດຖະກິດ​ຂອງ​ອິຕາ​ລີ ຊຶ່ງ​ມີ​ຂະໜາດ​ໃຫຍ່​ເປັນອັນ​ດັບ 3 ​ໃນ​ເອີ​ໂຣ​ໂຊນ ຮອງ​ຈາກ​ເຢຍ​ລະມັນ ​ແລະ ຝຣັ່ງວ່າ ຈະ​ເຕີບ​ໂຕ​ຕໍ່າ​ກວ່າ 1% ​ໃນ​ປີ​ນີ້ ​ແລະ ຢູ່​ລະດັບ 1% ​ໃນ​ປີ 2017 ຫຼຸດ​ລົງ​ຈາກ​ການ​ຄາດ​ຄະ​ເນ​ໃນ​ເດືອນ​ພຶດສະພາ​ທີ່​ຜ່ານ​ມາ​ວ່າ ຈະ​ຢູ່​ທີ່ 1,1% ​ໃນ​ປີ​ນີ້ ​ແລະ 1,25% ​ໃນ​ປີ​ຕໍ່​ໄປ. ທັງ​ນີ້ ​ໄອ​ເອັມ​ເອຟ​ໃຫ້​ເຫດຜົນ​ປະກອບ​ການ​ປັບ​ຫຼຸດ​ທ່າ​ອຽງ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ຂອງ​ອິຕາ​ລີ​ວ່າ ​ເປັນ​ຜົນ​ກະທົບ​ຕໍ່​ເນື່ອງ​ມາ​ຈາກ​ການ​ລົງ​ປະຊາ​ມະຕິ​ຂອງ​ອັງກິດ​ໃນ​ວັນ​ທີ 23 ມິຖຸນາ​ທີ່​ຜ່ານ​ມາ ຊຶ່ງ​ຍັງ​ສ້າງ​ຄວາມ​ຜັນ​ຜວນ​ໃຫ້​ກັບ​ລະບົບ​ເສດຖະກິດ​ໂລກ​ຈົນ​ເຖິງ​ປະຈຸ​ບັນ ​ເສດຖະກິດ​ຂອງ​ອິຕາ​ລີ​ປະສົບ​ພະວະ​ລໍ​ຕົວ​ແກ່ຍາວ​ຫຼາຍ​ທີ່​ສຸດ​ແຫ່ງ​ໜຶ່ງ​ໃນ​ພາກ​ພື້ນ ສະຖານະ​ການ​ດັ່ງກ່າວ​ຍິ່ງ​ເພີ່ມ​ອຸປະສັກ​ໃຫ້​​ແກ່​ລັດຖະບານ​ອິຕາ​ລີ​ໃນ​ການ​ຫຼຸດ​ຊ່ອງ​ວ່າງ​ຂອງ​ພາລະ​ໜີ້​ໃນ​ສະ​ຖາ​ບັນ​ການ​ເງິນ ທີ່​ລວມກັນ​ສູງ​ເຖິງ 360 ຕື້​ເອີ​ໂຣ​ໃນ​ປະຈຸ​ບັນ.

ນອກຈາກ​ນີ້ ​ໄອ​ເອັມ​ເອ​ຟປະ​ເມີນ​ວ່າ ຜົນ​ຜະລິດ​ອຸດສາຫະກຳ​ຂອງ​ອິຕາ​ລີ​ອາດ​ຕ້ອງ​ລໍຕົວ​ເຖິງ​ປີ 2025 ຈຶ່ງ​ຈະ​ມີ​ປະລິມານ​ທຽບ​ເທົ່າ​ກັບ​ລະດັບ​ໃນ​ປີ 2008 ຊຶ່ງ​ເປັນ​ໄລຍະ​ທີ່​ເສດຖະກິດ​ຂອງ​ອິຕາ​ລີ​ເຕີບ​ໂຕ​ເຖິງ​ຈຸດ​ສູງ​ສຸດ​ກ່ອນ​ຖົດຖອຍ​ເພາະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ເງິນ​ໂລກ ຂະນະ​ທີ່​ຜົນ​ຜະລິດ​ຂອງ​ປະ​ເທດ​ຮ່ວມ​ກຸ່ມ​ເອີ​ໂຣ​ໂຊນ​ກັບ​ອິຕາ​ລີ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ 20-25% ​ໃນ​ໄລຍະ​ເວລາ​ດຽວ​ກັນ ຖື​ເປັນຄວາມ​ທ້າ​ທາຍ​ອັນ​ຍິ່ງ​ໃຫຍ່ສຳລັບ​ລັດຖະບານ​ຊຸດ​ປະຈຸ​ບັນ ​ແລະ ອະນາຄົດ​ໃນ​ການ​ປະຕິ​ຮູບ​ເສດຖະກິດ​ຢ່າງ​ມີ​ປະສິດທິພາບ ​ເພື່ອ​ຫຼຸດ​ອັດຕາ​ການ​ວ່າງ​ງານ ​ແລະ ໜີ້​ໃນ​ສະ​ຖາ​ບັນ​ການ​ເງິນ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...