Homeຂ່າວຕ່າງປະເທດເກົາຫລີເໜືອເປີດຊາຍແດນ ໃຫ້ນັກທ່ອງທ່ຽວຊາວຈີນ ໂດຍບໍ່ຕ້ອງໃຊ້ໜັງສືເດີນທາງ!

ເກົາຫລີເໜືອເປີດຊາຍແດນ ໃຫ້ນັກທ່ອງທ່ຽວຊາວຈີນ ໂດຍບໍ່ຕ້ອງໃຊ້ໜັງສືເດີນທາງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ກໍລະກົດຜ່ານມານີ້ວ່າ ທາງການ ສປປ ເກົາຫລີ ຫລື ເກົາຫລີເໜືອ ໄດ້ອະນຸຍາດໃຫ້ນັກທ່ອງທ່ຽວຊາວຈີນ ເດີນທາງເຂົ້າປະເທດໄດ້ ເປັນເວລາເຄິ່ງມື້ ໃນເຂດເມືອງຊາຍແດນ ຈີນ-ເກົາຫລີເໜືອ ໂດຍບໍ່ຈຳເປັນຕ້ອງໃຊ້ໜັງສືເດີນທາງ ຫລື ປັດສະປໍ ຊຶ່ງເປັນມາດຕະການດຶງດູດນັກທ່ອງທ່ຽວ ມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນເສົາທີ 9 ກໍລະກົດ 2016 ຜ່ານມານີ້ ໂດຍນັກທ່ອງທ່ຽວຊາວຈີນ ສາມາດເດີນທາງຈາກເມືອງດານຕົງ ຊຶ່ງເປັນເມືອງຊາຍແດນຝັ່ງປະເທດຈີນ ສູ່ເມືອງຊິນອຶຍຈູ ຊາຍແດນເບື້ອງຝັ່ງເກົາຫລີເໜືອ ແລະ ສາມາດເດີນທາງທ່ອງທ່ຽວໄດ້ ໃນພື້ນທີ່ກຳນົດປະມານ 30 ຕາລາງກິໂລແມັດ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...