HomeມູມໄອທີລາວFIFA ສັ່ງແບນຫູຟັງ Beats ຂອງ Apple ໃນການແຂ່ງຂັນເຕະບານໂລກຢູ່ທີ່ບຣາຊິວ

FIFA ສັ່ງແບນຫູຟັງ Beats ຂອງ Apple ໃນການແຂ່ງຂັນເຕະບານໂລກຢູ່ທີ່ບຣາຊິວ

Published on

 

ໃນຂະນະທີ່ການແຂ່ງຂັນເຕະບານໂລກກຳລັງເຂັ້ມຂົ້ນດຸເດືອດນັ້ນ ນອກຈາກນັ້ນແລ້ວນອກສະໜາມເຕະບານກໍຍັງມີການແຂ່ງຂັນອີກ ເມື່ອ FIFA ໄດ້ແບນຫູຟັງ Beats ຂອງແອັບເປີ້ນເນື່ອງຈາກວ່າອາດຂັດແຍ່ງກັບສິນຄ້າຂອງ Sony ເຊິ່ງເປັນຜູ້ສະໜັບສະໜູນຢ່າງເປັນທາງການ

ໂດຍນັກກິລາຈະບໍ່ສາມາດໃສ່ຫູຟັງ Beats ທີ່ໂຕເອງມັກໄດ້ໃນສະໜາມເຕະບານແລະງານຖະແຫຼງຂ່າວຢ່າງເປັນທາງການຂອງການເຕະບານໂລກເທື່ອນີ້ ເຊິ່ງ Sony ກໍໄດ້ເຮັດການສົ່ງຫູຟັງໃຫ້ກັບນັກກິລາທຸກຄົນແທນ

ຢ່າງໃດກໍຕາມກົດນີ້ບໍ່ສາມາດຫ້າມໃຊ້ໃນນອກສະໜາມໄດ້ ໂດຍສຳນັກຂ່າວ Reuters ລາຍງານວ່າພົບນັກເຕະບານຊຸບເປີ້ສະຕຣາຫຼາຍຄົນໃສ່ຫູຟັງຂອງ Beats ລະຫວ່າງຊ່ວງພັກຜ່ອນຫຼືຍ່າງເຂົ້າອອກສະໜາມຊ້ອມ

Portugal's Ronaldo arrives with his team mates at the Viracopos airport ahead of the 2014 World Cup in Campinas

– ນັກເຕະບານທີມຊາດໂປຣຕຸເກດຫຼາຍຄົນໃສ່ຫູຟັງ Beats ລະຫວ່າງການເດີນທາງດ້ວຍເຄື່ອງບິນ
– Neymar ນັກເຕະບານຊຸບເປີ້ສະຕຣາຂອງບຣາຊິວໃສ່ຫູຟັງສີເຫຼືອງໃນຂະນະທີ່ລົງລົດບັດໜ້າສະໜາມ Castelao Stadium ກ່ອນນັດເຈີກັນກັບ Mexico
– Luis Suárez ໃສ່ຫູຟັງ Beats ສີຟ້າໃນຂະນະທີ່ຫຼິ້ນກັບໝູ່
– Wayne Rooney ແລະນັກເຕະຂອງອັງກິດໃສ່ຫູຟັງສີຂາວ ໃນຂະນະທີ່ຍ່າງຫຼິ້ນ

england-beats-headphone-426x426
ໂດຍນັກວິເຄາະຫຼາຍຄົນບອກວ່າເທັກນິກການໂຄສະນາຂອງ Beats ນັ້ນຮ້າຍຫຼາຍ ເພາະບໍ່ຈຳເປັນຕ້ອງໃຊ້ເງິນຫຼາຍແບບ Sony ແຕ່ພັດໄດ້ຮັບຄວາມສົນໃຈຈາກສື່ຕະຫຼາດເວລາແມ້ແຕ່ຄລິບ The Game Before The Game ທີ່ Beats ໃຊ້ໂປຣໂໝດໃນເຕະບານໂລກເທື່ອນີ້ ຍັງມີຄົນເຂົ້າເບິ່ງກວ່າ 16 ລ້ານເທື່ອ ຫຼາຍກວ່າຄລິບຂອງ Adidas ຜູ້ສະໜັບສະໜູນຢ່າງເປັນທາງການຊ້ຳ

ທີ່ມາ – Reuters, Cult of Mac
https://www.youtube.com/watch?v=v_i3Lcjli84

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...