Homeຂ່າວພາຍ​ໃນທ່ານ ບຸນອູ້ມ ສີວັນເພັງ ໄດ້ເປັນອໍານວຍການ ລັດວິສາຫະກິດໄຟຟ້າລາວຄົນໃໝ່

ທ່ານ ບຸນອູ້ມ ສີວັນເພັງ ໄດ້ເປັນອໍານວຍການ ລັດວິສາຫະກິດໄຟຟ້າລາວຄົນໃໝ່

Published on

ກະຊວງພະລັງງານ ແລະ ບໍ່ແຮ່ປະກາດແຕ່ງຕັ້ງ ທ່ານ ບຸນອູ້ມ ສີວັນເພັງ ເປັນອໍານວຍການລັດວິສາຫະກິດໄຟຟ້າລາວຄົນໃໝ່ແທນ ທ່ານ ສີສະຫວາດ ທິຣະວົງ

ສຳນັກຂ່າວສານປະເທດລາວລາຍງານວ່າ ໃນວັນທີ 11 ກໍລະກົດ 2016 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ບ້ານ ທົ່ງກາງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນໄດ້ມີພິທີມອບ-ຮັບ ໜ້າທີ່ຕໍາແໜ່ງລະຫວ່າງ ທ່ານ ສີສະຫວາດ ທິຣະວົງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວຜູ້ເກົ່າ ແລະ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ ເປັນຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຜູ້ໃໝ່ໂດຍອີງຕາມມະຕິຂອງນາຍຍົກລັດຖະມົນຕີແຫ່ງ ສປປລາວ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ມີຫົວໜ້າກົມ, ຮອງກົມ,ຄະນະອໍານວຍການ ລັດວິສາຫະກິດໄຟຟ້າລາວ, ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ ພ້ອມພະ
ນັກງານການນຳ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວນີ້, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ກໍໄດ້ໂອ້ລົມ ແລະ ຍົກໃຫ້ເຫັນເນື້ອໃນຈິດໃຈບາງຕອນວ່າ: ລັດວິສາຫະກິດໄຟຟ້າລາວ ແມ່ນເປັນຫົວໜ່ວຍທຸລະກິດທີ່ສຳຄັນຂອງລັດ ເພື່ອປະກອບສ່ວນໃນການຊຸກຍູ້ໃຫ້ກັບຂະແໜງການອື່ນໆ ດັ່ງນັ້ນ, ລັດວິສາຫະກິດໄຟຟ້າລາວ ຕ້ອງໄດ້ເອົາໃຈໃສ່ຕື່ມທຸກໜ້າທີ່ວຽກງານເຊັ່ນ: ວຽກງານການເມືອງແນວຄິດ ຕ້ອງຕິດແໜ້ນກັບວຽກງານວິຊາສະເພາະ ເພື່ອໃຫ້ບັນລຸຕາມມະຕິກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກປະຊາຊົນປະຕິວັດລາວໄດ້ວາງໄວ້ ເພື່ອເຮັດໃຫ້ປະຊາຊົນມີລາຍໄດ້ເພີ່ມຂຶ້ນ ປະເທດຊາດຫລຸດພົ້ນອອກຈາກປະເທດທຸກຍາກເທື່ອລະກ້າວ.

ຂ່າວແລະຮູບ: ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...