spot_img
Homeຂ່າວທ້ອງຖິ່ນອັດຕະປື-ບິ່ງດິ້ງລົງນາມການຮ່ວມມື 2016-2021

ອັດຕະປື-ບິ່ງດິ້ງລົງນາມການຮ່ວມມື 2016-2021

Published on

                 
ຫລັງປະສົບຜົນສຳເລັດ ການພົວພັນຮ່ວມມືດ້ານຕ່າງໆ ລະຫວ່າງອົງການປົກຄອງແຂວງ ອັດຕະປື ສປປ ລາວ ແລະ ແຂວງບິງດິງ ສສ ຫວຽດນາມໃນໄລຍະ 5 ປີ ຜ່ານມາ ອັນເຮັດໃຫ້ຄະນະຜູ້ແທນຂັ້ນສູງ ທັງສອງແຂວງເຫັນພ້ອມກັນ ສືບຕໍ່ເສີມ ຂະຫຍາຍການຮ່ວມມື ໃຫ້ພົ້ນເດັ່ນກວ່າເກົ່າ ໃນຊຸມປີຕໍ່ໜ້າ ໂດຍສະເພາະໃນຂົງເຂດການສຶກສາ , ສາທາ, ກະສິກຳ, ການຄ້າ ແລະ ການບໍລິການຕ່າງໆ ເພື່ອນຳຜົນປະໂຫຍດມາສູ່ປະຊາຊົນຂອງ2ແຂວງດັ່ງກ່າວ.
ທ່ານເລັດ ໄຊຍະພອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງອັດຕະປື ພ້ອມຄະນະ ແລະ ທ່ານ ໂຮ່ ກົວກ ຢຸ໋ງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນ ແຂວງບິ່ງດິ້ງ ພ້ອມຄະນະ ໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ຜົນສຳເລັດ ຂອງການຮ່ວມມືຮອບດ້ານ ໃນຊຸມປີຜ່ານມາ ໃນໂອກາດພົບປະ ປຶກສາຫາລືກັນເຊິ່ງຈັດຂຶ້ນໃນວັນທີ 11 ເດືອນ ກໍລະກົດ ປີ 2016 ຢູ່ທີ່ຫ້ອງປະຊຸມໂຮງແຮມ ຮ່ວາງແອ໋ງອັດຕະປື ເຊ່ິງນອກຈາກໄດ້ ແຈ້ງສະພາບການພັດທະນາ ເສດຖະກິດ -ສັງຄົມ ໃນຊຸມປີຜ່ານມາໃຫ້ກັນ ແລະ ກັນຊາບແລ້ວ ທັງ 2 ແຂວງ ເຫັນວ່າ: ບົດບັນທຶກທີ່ໄດ້ລົງນາມ ຮ່ວມກັນ ໃນຊຸມປີຜ່ານມານັ້ນ ໄດ້ຮັບການຈັດຕັ້ງປະຕິບັດສຳເລັດຜົນ ຕາມຄາດໝາຍທີ່ວາງໄວ້ ດັ່ງນັ້ນເພື່ອສືບຕໍ່ການຮ່ວມມືໃນຊຸມປີຕໍ່ໜ້າ ສອງຝ່າຍໄດ້ປືກສາຫາລືຂອດການຮ່ວມມື ແລະ ກຳນົດເນື້ອໃນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ກ້າວໄປເຖິງການລົງນາມໃນການຮ່ວມມື 2016 – 2021ເປັນຕົ້ນ: ການກໍ່ສ້າງຊັບພະຍາກອນມະນຸດ ແຕ່ລະປີ ແຂວງອັດຕະປື ຈະຊ່ວຍສ້າງພາສາລາວ ໃຫ້ແກ່ນັກຮຽນກໍ່ຄືພະນັກງານ ແຂວງບິ່ງດິ້ງ 2 ທືນຕໍ່ປີ, ສ່ວນແຂວງບິ່ງດິ້ງ ກໍ່ຈະຮັບເອົານັກສຶກສາ ແຂວງອັດຕະປື ເຂົ້າຮຽນມະຫາວິທະຍາໄລກຸຍເຍີນ 5 ທຶນຕໍ່ປີ. ພ້ອມທັງຈະຊ່ວຍຝືກອົບຮົມຄູ ທີ່ວິທະຍາໄລວິຊາຊີບກຸຍເຍີນ ພ້ອມນັ້ນຂົງເຂດກະສິກຳ ແຂວງບິ່ງດິ້ງ ຈະສົ່ງຊ່ຽວຊານ ການປູກເຂົ້າຄຸນນະພາບສູງ, ການລ້ຽງປານໍ້າຈືດ ການເຝິກອົບຮົມ ວິຊາການສັດຕະວະແພດ, ການປ້ອງກັນພະຍາດສັດ. ສ່ວນຂົງເຂດສາທາ ແຂວງບິ່ງດິ້ງກໍ່ຈະຊ່ວຍສ້າງທ່ານໝໍ ຈຳນວນ 2 ທືນ ເພື່ອໄປສືກສາ ແລະ ຍົກລະດັບດ້ານປະສູດ ແລະ ພາຍນອກ ໄລຍະ 2 ເດືອນ, ພ້ອມທັງຈະສົ່ງຊ້ຽວຊານປະສູດ ແລະ ພາຍນອກ ມາປະຈຳໂຮງໝໍແຂວງອັດຕະປື ໄລຍະ 1ເດືອນ. ນອກຈາກນີ້ ສອງແຂວງ ຍັງໄດ້ຊຸກຍູ້ເສີມຂະຫຍາຍ ການພົວພັນຮ່ວມມືໃນຫລາຍຂົງເຂດເປັນຕົ້ນ ຂົງເຂດການເມືອງ, ວຽກງານການຕ່ງປະເທດ, ອຸດສະຫະກຳການຄ້າ, ການລົງທືນ ແລະ ຂົງເຂດວັດທະນະທຳ ກິລາ ແລະ ການທ່ອງທ່ຽວ  ບົນພື້ນຖານນຳຜົນປະໂຫຍດມາສູ່ປະຊາຊົນ ທັງເປັນການເພີ່ມທະວີຄວາມສາມັກຄີ ພິເສດ, ການພົວພັນຮ່ວມມືຮອບດ້ານ ຂອງສອງພັກສອງລັດ ແລະ  ປະຊາຊົນ 2 ຊາດລ າວ-ຫວຽດນາມໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...