Homeຂ່າວການພັດທະນາທົ່ວປະເທດມີຄວາມພ້ອມແລ້ວ 100% ທີ່ຈະປ່ອຍປາໃຫ້ໄດ້ ຢ່າງໜ້ອຍ 40 ລ້ານໂຕ!

ທົ່ວປະເທດມີຄວາມພ້ອມແລ້ວ 100% ທີ່ຈະປ່ອຍປາໃຫ້ໄດ້ ຢ່າງໜ້ອຍ 40 ລ້ານໂຕ!

Published on

ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ປັດຈຸບັນຂະແໜງການຂອງຕົນ ໄດ້ສຳເລັດການກະກຽມໃຫ້ແກ່ການປ່ອຍປາ ໃນວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍລະກົດນີ້ ແມ່ນມີຄວາມພ້ອມໂດຍພື້ນຖານ, ຊຶ່ງທາງກົມລ້ຽງສັດ ແລະ ການປະມົງເອງ ກໍໄດ້ອອກແຈ້ງການເຖິງທ້ອງຖິ່ນຕ່າງໆ ໃນທົ່ວປະເທດໃຫ້ມີການກະກຽມລູກປາ, ສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ, ເພື່ອເຮັດໃຫ້ການປ່ອຍປາລົງສູ່ແມ່ນ້ຳ ແລະ ໜອງນ້ຳທຳມະຊາດສຳລັບປີນີ້ ໃຫ້ບັນລຸໄດ້ຢ່າງໜ້ອຍ 40 ລ້ານໂຕ ຕາມແຜນການ ແລະ ຈາກການສຳຫຼວດຕົວຈິງ ມາຮອດປັດຈຸບັນ ທົ່ວປະເທດມີຄວາມພ້ອມແລ້ວ 100%, ໃນນັ້ນໄດ້ກະກຽມລູກປາ ໄວ້ແລ້ວຫຼາຍກວ່າ 40 ລ້ານໂຕ, ສຳລັບຢູ່ນະຄອນຫຼວງວຽງຈັນ ແມ່ນໄດ້ກຳນົດເອົາເມືອງປາກງື່ມ ເປັນບ່ອນຈັດງານເປີດຂະບວນການປ່ອຍປາ ໃນວັນທີ 13 ກໍລະກົດນີ້ ແລະ ທັງເປັນການປຸກລະດົມນັກຮຽນເຍົາວະຊົນ ໄດ້ຮູ້ເຖິງຄວາມໝາຍ
ຄວາມສຳຄັນຂອງ ການອະນຸລັກສັດນ້ຳ-ສັດປ່າ ໄວ້ໃຫ້ຍືນຍົງ, ຫ້າມຫາປາໃນວັງສະຫງວນ ແລະ ຫ້າມລ່າສັດ ໃນລະດູແຜ່ພັນ ແລະ ວາງໄຂ່, ພ້ອມນັ້ນ ທຸກຄົນກໍຕ້ອງເປັນເຈົ້າການເບິ່ງແຍງ ແລະ ປົກປັກຮັກສາ ເພື່ອເຮັດໃຫ້ປ່າທີ່ປ່ອຍໄປແລ້ວນັ້ນ ໃຫ້ເຕີບໃຫຍ່ຂະຫຍາຍພັນ, ທັງເປັນການຄືນຄວາມອຸດົມສົມບູນ ໃຫ້ແກ່ທຳມະຊາດ ແລະ ຄວາມຍືນຍົງຂອງຊີວະນາໆພັນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...