spot_img
Homeຂ່າວການສຶກສາພໍ່ແມ່-ຜູ້ປົກຄອງນັກຮຽນ ພວມຜະເຊີນໜ້າກັບ ຄ່າຮຽນບຳລຸງແພງຂຶ້ນ!

ພໍ່ແມ່-ຜູ້ປົກຄອງນັກຮຽນ ພວມຜະເຊີນໜ້າກັບ ຄ່າຮຽນບຳລຸງແພງຂຶ້ນ!

Published on

ຂປລ. ບັນດາ​ໂຮງຮຽນ​ພາກ​ລັດ-​ເອກະ​ຊົນ ​​ເປີດ​ສອນ​ບໍາລຸງ​​ໄລຍະ​ສັ້ນ​ ໃຫ້​ແກ່​ນັກຮຽນ​-ນັກ​ສຶກສາ​ຢ່າງ​ເປັນ​ຂະ​ບວນ ເພື່ອ​ເພີ່ມ​ທັກ​ສະ ​ແລະ ​ເພີ່ມຄວາມ​ຮູ້​ ພາຍຫລັງ​ປິດ​ພາກຮຽນ ຂະນະ​ທີ່ພໍ່​ແມ່​-ຜູ້​ປົກຄອງ ສະ​ແດງ​ຄວາມ​ເຫັນ​ວ່າ ການ​ເປີດ​ສອນ​ຮຽນ​ບໍາລຸງ​ໃຫ້​ລູກ​ຫລານ ​ເປັນ​ສິ່ງ​ທີ່​ດີເຮັດ​ໃຫ້​ເຂົາ​ເຈົ້າ​ ໃຊ້​ເວລາ​ຫວ່າ​ງໃຫ້​ເປັນ​ປະ​ໂຫຍ​ດ, ຮັກ​ການ​ຮຽນ ​ແລະ ​ເພີ່ມທັກສະການ​ອ່ານ​ຫລາຍ​ຂຶ້ນ.​ ແຕ່​ກໍ​ຄວນ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ ເບິ່ງ​ຄືນຕື່ມ​ວ່າ ​ຄ່າ​ຮຽນບໍາລຸງ(ຮຽນ​ເພີ່ມ) ​ໃນ​ຍາມ​ພັກ​ແລ້ງ​ ບໍ່​ມີ​ຄວາມ​ເປັນ​ເອກະ​ພາບກັນ.

ອາທິດ​ຜ່ານ​ມາ​ນີ້, ພໍ່​ແມ່​-ຜູ້​ປົກຄອງ ​ນັກຮຽນ​-ນັກ​ສຶກສາ​ ​ເປີດ​ເຜີຍ​ຕໍ່​ນັກ​ຂ່າວ​ວ່າ: ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຫລາຍ​ສະຖາບັນ​ການ​ສຶກສາ​ ທີ່ພວມ​ເປີດ​ການ​ຮຽນ​ການ​ສອນ​ບໍາລຸງ​ໄລຍະ​ສັ້ນ ​ຮອງ​ຮັບ​ນັກຮຽນ​ທີ່​ສົນ​ໃຈ​ເຂົ້າ​ມາ​ຮຽນ​​​ໃນ​ຍາມ​ພັກ​ແລ້ງ ​ເພີ່ມ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ ທັດສະນະແນວ​ຄິດ​ ໃຫ້​ມັກ​ອ່ານ​ມັກ​ຂຽນ ນອກຈາກ​ນັ້ນ, ​ຍັງ​ເປັນ​ການສົ່ງ​ເສີມ​ໃຫ້​ນັກ​ຮຽນນັກ​ສຶກສາ ​​ໃຊ້​ເວລາ​ໃຫ້​​​ເປັນ​ປະ​ໂຫຍ​ດ. ແຕ່​ແນວ​ໃດ​ກໍ​ດີ ປັດຈຸ​ບັນ​ ເຫັນ​ວ່າພໍ່​ແມ່​-ຜູ້​ປົກຄອງ ​ພວມປະ​ເຊີນ​ກັບຄ່າ​ຮຽນ​ເພີ່ມສູງ​ຂຶ້ນ ​ໃນ​ນັ້ນ​ມີ​ບາງ​ໂຮງຮຽນ​​ກໍ​ເກັບ 200,000 ກີບ​ຕໍ່​ເດືອນ, ບາງ​ໂຮງຮຽນ​ກໍ​ເກັບ 350.000 ກີບຕໍ່​ເດືອນ ​ແລະ 400,000 ກີບຕໍ່​ເດືອນ​ ບໍ່​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ. ສະ​ນັ້ນ​, ຢາກ​​ໃຫ້​ພາກສ່ວນ​ກ່ຽວຂ້ອງ ​ເອົາ​ໃຈ​ໃສ່ ​ແລະ ກໍານົດ​ຄ່າ​ຮຽນ​ເພີ່ມ​ໃນ​ຍາມ​ພັກ​ແລ້ງ​ ຢູ່​ປະມານ​ເທົ່າ​ໃດ​ເພື່ອ​ຮັບປະກັນ​ໃຫ້​ລູກ​ຫລານ​ ​ໂດຍ​ສະ​ເພາະ​ຜູ້​ມີ​ລາຍ​ຮັບ​ໜ້ອຍ​ ສາມາດ​ເຂົ້າ​​ຮຽນ​ໄດ້.

ອາຈານ ສູນທະລາ​ພອນ ຫົວໜ້າສູນ​ບຳລຸງວິຊາ​ເລກ, ຟີ​ຊິກສາດ ​ແລະ ​ເຄມີສາດ ​ໄດ້​ໃຫ້​ຮູ້ວ່າ: ສູນ​ດັ່ງກ່າວ, ​ໄດ້​ເປີດ​ສອນ​ບຳລຸງຢູ່ 3 ວິຊາ ​ຄື: ​ຄະນິດສາດ, ຟີ​ຊິກ​ສາດ, ​ເຄມີ​ສາດ ​​​ສອນແຕ່ ​ມ1 ຫາ ມ7 ​ນອກ​ນັ້ນ​, ຍັງສອນ​ບຳລຸງ​ໃຫ້​ນັກຮຽນ ມ7 ທີ່ກຽມ​ຈະ​ເສັງເຂົ້າມະຫາ​ວິທະຍາ​ໄລ​ ດ້ວຍ​​ເນັ້ນ​ໃສ່ຫລັກ​ສູດ​ການ​ສອນ​ ທີ່​ມີ​ຄຸນ​ນະພາ​ບ ​​​​ໂດຍ​ໄດ້ຄັດເລືອກ​ເອົາ​ຕຳລາ​ຮຽນທີ່​ສຳຄັນ ຂອງ​ລາວ, ​ໄທ, ຫວຽດນາມ ​ແລະ ຈີນ ມາ​ເສີມ​ເຂົ້າກັນ​ເປັນ​ຫລັກສູດ ​ເຮັດ​ໃຫ້ນັກຮຽນຈື່​ງ່າຍ ​ເຂົ້າ​ໃຈ​ໄວ ​ເມື່ອ​ໄປ​ຮຽນຕົວ​ຈິງ​ ຈະເຮັດ​ໃຫ້ນັກຮຽນ​ທີ່​ຈົບ​ຈາກ​ສູນ​ດັ່ງກ່າວ ຮຽນ​ເກັ່ງ​ຂຶ້ນ. ​ແຕ່​​​ເຖິງ​ຢ່າງ​ໃດ​ກໍ​ຕາມ​ເຫັນ​ວ່າ ຄ່າ​ຮຽນຍັງ​ໃນ​ຢູ່​ລະດັບ​ຂ້ອນ​ຂ້າງ​ສູງ​ ເຊິ່ງຕົກ​ 370.000 ກີບ​/​ເດືອນ​.

ທ້າວ ກູ່​ມິ​ງ ອາຍຸ 17 ປີ ນັກຮຽນ ມສ ວຽງຈັນ ຊັ້ນ ມ7 ​ແລະ ນາງ ປັນຍາ ຕຸລາ​ກຸນ ອາຍຸ 16 ປີ. ນັກຮຽນ ມສ ​ໂພນໜີ ​ແຂວງ​ວຽງຈັນ ຊັ້ນ ​ມ7. ທັງ​ສອງ​ນ້ອງ​ໄດ້​ເວົ້າ​ເປັນສຽງດຽວກັນ​ວ່າ ຫລັງ​ຈາກ​ທີ່​ຮຽນມາ​ໄດ້​​ໄລຍະໜຶ່ງ ກໍ​ເຫັນ​ວ່າ​ຕົນ​ເອງ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ ​ແລະ ​ເຊື້ອວ່າ​​ ເມື່ອກັບ​ໄປ​ຮຽນຕົວ​ຈິງ ຕົນ​ຈະ​ສາມາດ​ຮຽນ​ໄດ້​ດີ​ຂຶ້ນ​ກວ່າ​ເກົ່າ.​​​ ເຖິງ​ແນວ​ໃດ​ກໍ​ດີ ການ​ຮຽນ​​ເພີ່ມໃນ​​ໄລຍະພັກ​ແລ້ງ ກໍ​ເປັນ​ສິ່ງ​ທີ່​ດີ ນອກຈາກ​ຈະ​ໄດ້​ຄວາມ​ຮູ້​​ ມາພັດທະນາ​ຕົນ​ເອງ​ໃຫ້​ກາຍ​ເປັນ​ຄົນຮຽນ​ເກັ່ງ ທັງເປັນ​ການ​ໃຊ້​ເວລາ​ວາງ​ໃຫ້​ເປັນ​ປະ​ໂຫຍ​ດອີກ​ດ້ວຍ.

DSC_6976 student 2

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...