spot_img
HomeມູມໄອທີລາວHonor 8 ເປີດໂຕຢ່າງເປັນທາງການແລ້ວ!!

Honor 8 ເປີດໂຕຢ່າງເປັນທາງການແລ້ວ!!

Published on

ຫຼັງຈາກທີ່ເປັນຂ່າວມາໄດ້ໄລຍະໜຶ່ງ ກ່ຽວກັບສະມາດໂຟນລຸ້ນໃໝ່ຈາກແບຣນລູກຂອງ Huawei ນັ້ນກໍຄື Honor 8 ເຊິ່ງໃນໄວໆນີ້ເຮົາກໍໄດ້ຮູ້ວ່າໂທລະສັບລຸ້ນດັ່ງກ່າວຈະເປີດໂຕໃນວັນທີ 11 ຫຼືມື້ນີ້ນັ້ນເອງ ແລະມື້ນີ້ກໍເປັນຄວາມຈິງເມື່ອ ​Huawei ປະກາດເປີດໂຕໂທລະສັບລຸ້ນໃໝ່ຢ່າງເປັນທາງການຄື Honor 8, ໂດຍທາງບໍລິສັດບອກວ່າລຸ້ນດັ່ງກ່າວນີ້ແມ່ນເປັນລຸ້ນທີ່ມາບຸກຕະຫຼາດລະດັບກາງໃນຕອນນີ້.

Honor 8 ແມ່ນຈະມາພ້ອມກັບຈໍໂຄ້ງ 2.5D ແລະໜ້າຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) 423 ppi. ໃນເລື່ອງຂອງການອອກແບບແລ້ວບໍ່ຄ່ອຍມີຫຍັງໃໝ່ຫຼາຍເຊັ່ນການອອກແບບໂຕເຄື່ອງໂດຍໃຊ້ວັດສະດຸແກ້ວທັງໜ້າແລະຫຼັງ ກໍເຄີຍເຮັດມາແລ້ວໃນ Honor 6 Plus ແລະລຸ້ນອື່ນໆແບບ Nubia ກໍມີຄືກັນ ແຕ່ການອອກແບບໃນລັກສະນະນີ້ກໍມີຄວາມເປັນພຣີມ້ຽມໃນໂຕ ແລະ ຖືວ່າງາມຫຼາຍ. ທາງດ້ານໂຕເຄື່ອງແມ່ນມີຂະໜາດຢູ່ທີ່ 7.45 ມມ ແລະໜັກປະມານ 153 ກຣາມ.

ມາເວົ້າເຖິງສະເປັກຂອງ Honor 8 ກັນກ່ອນ ຄືໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ Kirin 950 ຄງາມແຮງຢູ່ທີ່ 2.3GHz, ສ່ວນດ້ານໜ່ວຍຄວາມຈຳແມ່ນແບ່ງອອກເປັນ 3 ລຸ້ນຄື: RAM 3GB + 32GB, RAM 4GB + 32GB ແລະ RAM 4GB + 64GB. ແບັດເຕີຣີໃຫ້ມາ 3000mAh  (ຮອງຮັບລະບົບສາກໄວດ້ວຍຫົວສາກ 9V2A). ສະເປັກຖືວ່າຈັດມາກຸ້ມຫຼາຍສຳລັບສະມາດໂຟນລະດັບກາງ ແຖມຍັງໄດ້ຊິບເຊັດເຮືອທຸງແບບ Kirin 950 ອີກ.

ດ້ານຂອງກ້ອງຫຼັງທີ່ເປັນໄຮໄລ້ສຳຄັນຂອງ Honor 8 ແມ່ນມາພ້ອມກັບກ້ອງຫຼັງເລນຄູ່ (ບໍ່ໄດ້ໃຊ້ Leica) ທັງສອງມີຄວາມລະອຽດຢູ່ທີ່ 12 ລ້ານພິກເຊວ, ເບື້ອງໜຶ່ງເປັນເຊັນເຊີ້ RGB ແລະອີກເບື້ອງໜຶ່ງເປັນເຊັນເຊີ້ ຂາວ, ດຳ. ໂດຍໃຊ້ງານເຊັນເຊີ້ກ້ອງ IMX286 ຈາກ Sony ແລະຄຸນສົມບັດອື່ນໆກໍມາຄົບເຊັ່ນດຽວກັນ. ໃນຂະນະທີ່ກ້ອງໜ້າຂອງ Honor 8 ໃຫ້ມາ 8 ລ້ານພິກເຊວ, 1.4um ພິກເຊວ. ໂດຍຫວັງວ່າຄຸນນະພາບຂອງກ້ອງຈະດີທຽບເທົ່າກັບກ້ອງເຮືອທຸງແບບ P9 ແລະ P9 Plus.

ຄຸນສົມບັດອື່ນໆນອກຈາກນີ້ກໍມາພ້ອມກັບລະບົບ NFC ພ້ອມດ້ວຍລະບົບຈ່າຍເງິນດ້ວຍການສະແກນນິ້ວ, IR blaster, ຮອງຮັບ 2 ຊິມ ແລະສະແຕນບາຍໄດ້ທັງສອງ, 4G+, VoLTE, ເສົາສັນຍານແບບຄູ່, WLAN+ 3.0 ແລະອື່ນໆ. ໃນດ້ານຂອງຊ໋ອບແວຣ໌ແມ່ນໃຊ້ງານລະບົບ EMUI 4.1 ທີ່ມີພື້ນຖານມາຈາກ Android 6.0 Marshmallow.

LTE Band Support: 

TDD-LTE: B38/B39/B40/B41(2555MHz~2655MHz);

FDD-LTE:B1/B3/B4/B7;

TD-SCDMA:B34/B39;

WCDMA:B1/B2/B4/B5/B8

ສຳລັບ Honor 8 ຈະມາພ້ອມກັບ 5 ສີໃຫ້ເລືອກຄື: Sapphire Blue, Pearl White, Midnight Black, Sunrise Gold ແລະ Sakura Pink. ສ່ວນລາຄາຂອງໂຕເຄື່ອງທັງ 3 ລຸ້ນແບ່ງອອກດັ່ງນີ້:

  • Honor 8 ລຸ້ນ RAM 3GB + ROM 32GB ເລີ່ມຕົ້ນຢູ່ທີ່ 1999 ຢວນ (2.420.000 ກີບ)
  • Honor 8 ລຸ້ນ RAM 4GB + ROM 32GB ເລີ່ມຕົ້ນຢູ່ທີ່ 2299 ຢວນ (2.785.000 ກີບ)
  • Honor 8 ລຸ້ນ RAM 4GB + ROM 64GB ເລີ່ມຕົ້ນຢູ່ທີ່ 2499 ຢວນ (3.025.000 ກີບ)



 ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...