Homeຂ່າວຕ່າງປະເທດລູກຊາຍຂອງ ບິນ ລາດິນ ປະກາດແກ້ແຄ້ນອາເມຣິກາໃຫ້ພໍ່ ຕອບໂຕ້ການກົດຂີ່ ຊາວມຸດສະລິມ!

ລູກຊາຍຂອງ ບິນ ລາດິນ ປະກາດແກ້ແຄ້ນອາເມຣິກາໃຫ້ພໍ່ ຕອບໂຕ້ການກົດຂີ່ ຊາວມຸດສະລິມ!

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 10 ກໍລະກົດຜ່ານມານີ້ວ່າ ທ້າວ ຮຳຊາ ບິນ ລາດິນ ອາຍຸປະມານ 20 ກວ່າປີ ລູກຊາຍຂອງ ອຸຊາມະ ບິນ ລາດິນ ຜູ້ນຳກຸ່ມອັນກໍອິດະ ທີ່ຖືກທະຫານອາເມຣິກາ ສັງຫານເສຍຊີວິດໄປແລ້ວ ໄດ້ປະກາດຂູ່ຈະແກ້ແຄ້ນ ສະຫະລັດອາເມຣິກາ ໃຫ້ແກ່ພໍ່ຂອງຕົນ ຜ່ານຄລິບສຽງປາໄສ ຄວາມຍາວ 21 ນາທີ ໂດຍເຂົາໄດ້ສັນຍາວ່າ ຈະເດີນໜ້າການຕໍ່ສູ້ຂອງ ກຸ່ມອັນກໍອິດະ ທີ່ມີເຄືອຂ່າຍຢູ່ທົ່ວໂລກ ໃນການຕໍ່ຕ້ານສະຫະລັດອາເມຣິກາ ແລະ ພັນທະມິດຂອງປະເທດນີ້.

” ເຮົາຈະເດີນໜ້າໂຈມຕີພວກເຈົ້າ ແລະ ຕັ້ງເປົ້າໝາຍກໍ່ກວນພວກເຈົ້າ ໃນປະເທດຂອງພວກເຈົ້າເອງ ຕະຫລອດຮອດໃນຕ່າງແດນ ເພື່ອເປັນການຕອບໂຕ້ ທີ່ພວກເຈົ້າກົດຂີ່ປະຊາຊົນ ໃນປາເລດຕິນ, ອັບການິສະຖານ, ຊີຣີ, ອີຣັກ, ເຢແມນ, ໂຊມາລີ ແລະ ດິນແດນອື່ນໆຂອງຊາວມິດສະລິມ ຊຶ່ງບໍ່ໄດ້ລອດພົ້ນ ຈາກການກົດຂີ່ຂອງພວກເຈົ້າ ເຊັ່ນດຽວກັນ ” ທ້າວ ຮຳຊາ ກ່າວ.

ທັງນີ້ ອຸຊາມະ ບິນ ລາດິນ ໄດ້ຖືກສັງຫານໃນເຂດລີ້ໄພ ຢູ່ປະເທດປາກີສະຖານ ໂດຍໜ່ວຍທະຫານກອງຕີພິເສດ ສະຫະລັດອາເມຣິກາ ເມືອ່ປີ 2011 ຜ່ານມາ ໂດຍອ້າງເພື່ອແກ້ແຄ້ນ ໃຫ້ແກ່ເຫດການທີ່ ກຸ່ມອັນກໍອິດະ ທຳການໂຈມຕີສະຫະລັດອາເມຣິກາ ໃນເຫດການ ວັນທີ 11 ກັນຍາ 2001.

 

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...