Homeຂ່າວຕ່າງປະເທດຊາວປະມົງຫວຽດນາມ ຊ່ວຍເຫລືອຊາວປະມົງມາເລເຊຍ 5 ຄົນ ກຳປັ່ນເພກາງທະເລ ດົນເຖິງ 9 ມື້!

ຊາວປະມົງຫວຽດນາມ ຊ່ວຍເຫລືອຊາວປະມົງມາເລເຊຍ 5 ຄົນ ກຳປັ່ນເພກາງທະເລ ດົນເຖິງ 9 ມື້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ກໍລະກົດນີ້ວ່າ ໃນວັນທີ 9 ກໍລະກົດ 2016 ເຮືອປະມົງຫວຽດນາມ ໄດ້ເຂົ້າຊ່ວຍເຫລືອ ຊາວປະມົງມາເລເຊຍ ຈຳນວນ 5 ຄົນ ທີ່ຖືກອຸບັດເຫດກຳປັ່ນເປ່ເພຢູ່ກາງທະເລ ເປັນເວລາ 9 ວັນ ເພື່ອກັບຄືນສູ່ບ້ານເກີດເມືອງນອນ ຢູ່ປະເທດມາເລເຊຍ ຢ່າງປອດໄພ.

ແຫລ່ງຂ່າວລາຍງານວ່າ ກຳປັ່ນລຳດັ່ງກ່າວ ໄດ້ອອກຈາກ​ຝັ່ງ​ທະ​ເລ ໃນ​ວັນ​ທີ 28 ມິຖຸນາຜ່ານມາ ແລະ ຄາດ​ຄະ​ເນ​ວ່າ​ຈະ​ກັບ​ຄືນເມືອ​ ໃນວັນ​ທີ 1 ກໍລະກົດ ​ເພື່ອ​ເຂົ້າ​ຮ່ວມ​ບຸນ Raya Aidilfitri, ຫລັງຈາກ​ນັ້ນ 4 ວັນ​ ກ່ຳ​ປັ່ນຂອງ​ເຂົາ​ເຈົ້າ​ ກໍເປ່ເພ ແລະ ບໍ່​ສາມາດເຄື່ອນ​ໄຫວ​ໄດ້ ໂດຍພາຍຫລັງໄດ້ຮັບ​ການ​ຊ່ວຍ​ເຫລືອ ຈາກ​ຊາວ​ປະມົງຫວຽດນາມ, ກຳ່​ປັ່ນ​ລຳດັ່ງກ່າວ ຈຶ່ງສາມາດ​ເຄື​່ອນ​ໄຫວ​ຄືນ​ໃໝ່​ໃນ​ເວລາ 6 ​ໂມງ​ແລງ​ຂອງ​ວັນ​ທີ 9 ກໍລະກົດ ຜ່ານມານີ້.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...