Homeຂ່າວເຫດການທ່ານນາຍົກລັດຖະມົນຕີ ຕ້ອນຮັບທູດ ສ.ເກົາຫລີ ຄົນໃໝ່ ເຂົ້າຢ້ຽມຂ່ຳນັບ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບທູດ ສ.ເກົາຫລີ ຄົນໃໝ່ ເຂົ້າຢ້ຽມຂ່ຳນັບ

Published on

ຂປລ. ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ໄດ້​ໃຫ້ກຽດຕ້ອນຮັບ ​ການ​ເຂົ້າ​ຢ້ຽມຂ່ຳນັບ ຂອງ​ທ່ານ Yun Kang-hyeon ​ເອກ​ອັກຄະ​ລັດຖະທູດ​ ວິສາມັນ​ ຜູ້​ມີ​ອຳນາດ​ເຕັມ ແຫ່ງ ​​ສ ​ເກົາຫລີ ປະ​ຈຳ​ ສປປ ລາວ ​ໃນ​ວັນ​ທີ 11 ກໍ​ລະ​ກົດ ນີ້ ທີ່​ຫ້ອງ​ວ່າການ​ ສຳນັກງານ​ ນາຍົກລັດຖະມົນຕີ ​ໃນ​ໂອກາດ ​ທີ່​ມາ​ດຳລົງ​ແໜ່ງ​ເປັນ ທູດ ​​ສ ​ເກົາຫລີ ຄົນ​ໃໝ່​ ປະຈຳ ສປປ ລາວ.

​ໃນ​ໂອກາດ​ນີ້, ​ທ່ານ ​ທອງ​ລຸນ ສີ​ສຸ​ລິດ ​ໄ​ດ້ສະ​ແດງ ​ຄວາມ​ຍິນ​ດີ​ຕ້ອນຮັບ, ຊົມ​ເຊີຍ ພ້ອມ​ທັງ​ຕີ​ລາຄາ​ສູງ ຕໍ່​ທ່ານ​ທູດ ​ແລະ ​ເຊື້ອໝັ້ນວ່າ ການ​ມາ​ດຳລົງ​ ຕຳ​ແໜ່ງຂອງ​ທ່ານ ​ທູດ ຈະ​ເປັນ​ການ ​ປະກອບສ່ວນ​ສຳຄັນ​ ເຂົ້າ​​ໃນ​ການ​ເພີ່ມ​ທະວີ ​ການ​ຮ່ວມ​ມື ລະຫວ່າງ ສປປ ລາວ ​ແລະ ສ ​ເກົາຫລີ ​ໃຫ້​ມີ​ບາດກ້າວ ​ຂະຫຍາຍຕົວ​ຍິ່ງ​ໆຂຶ້ນ. ພ້ອມ​ທັງ​ ອວຍພອນ​ໃຫ້​ທ່ານ​ທູດ ຈົ່ງ​ປະສົບ​ຜົນສຳ​ເລັດ ​ໃນ​ຕະຫລອດ​ໄລຍະ​ ການ​ມາ​ປະຕິບັດ ໜ້າທີ່​ການ​ທູດ​ຢູ່​ ສປປ ລາວ​ ໃນ​ຄັ້ງ​ນີ້.

ພ້ອມ​ດຽວກັນ​ນີ້, ທ່ານທູດ ກໍ​ໄດ້​ສະ​ແດງ​ ຄວາມ​​ຂອບ​ໃຈ ຕໍ່​ທ່ານນາຍົກລັດຖະມົນຕີ ​ໃນການ​ຕ້ອນ​ຮັບ​ ອັນ​ອົບ​ອຸ່ນ​, ພ້ອມ​ທັງ​ຢືນຢັນ​ວ່າ ​ຈະ​ສຸມ​ທຸກ ​ຄວາມ​ພະຍາຍ​າມ ເຫື່ອ​ແຮງ ​ແລະ ສະຕິ​ປັນ​ຍາ ​ເພື່ອ​ປະກອບ​ສ່ວນ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ ​ສາຍ​ພົວພັນ ການ​ຮ່ວມມືດ້ານ ການພັດທະນາ ຮອບດ້ານ ​ໃຫ້​​ແຕກ​ດອກ​ອອກ​ຜົນ ງອກ​ງາມ​ຍິ່ງໆຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...